ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂອບາມາ ຊຸກຍູ້ໃຫ້ ສະພາສູງສະຫະລັດ ຮັບຮອງເອົາ ກົດໝາຍກ່ຽວກັບທະເລ ສະບັບປີ 1982


ລັດຖະມົນຕີປ້ອງກັນປະເທດສະຫະລັດ Leon Panetta ພ້ອມກັບພົນ​ເອກ Martin Dempsey ປະທານ​ເສນາ​ທິການ​ຮ່ວມ ມີຄວາມເຫັນຕໍ່ກອງປະຊຸມ ກ່ຽວກັບສົນທິສັນຍາວ່າດ້ວຍກົດໝາຍກ່ຽວກັບທະເລ, ວັນທີ 9 ພຶດສະພາ 2012, ທີ່ Washington.
ລັດຖະມົນຕີປ້ອງກັນປະເທດສະຫະລັດ Leon Panetta ພ້ອມກັບພົນ​ເອກ Martin Dempsey ປະທານ​ເສນາ​ທິການ​ຮ່ວມ ມີຄວາມເຫັນຕໍ່ກອງປະຊຸມ ກ່ຽວກັບສົນທິສັນຍາວ່າດ້ວຍກົດໝາຍກ່ຽວກັບທະເລ, ວັນທີ 9 ພຶດສະພາ 2012, ທີ່ Washington.

​​ເມື່ອ​ເດືອນ​ແລ້ວ​ນີ້ ລັດຖະບານ​ໂອ​ບາ​ມາ​​ໄດ້​ເລີ່​ມດໍາ​ເນີນ ​ຄວາມ​ພະຍາຍາມ​ອີກ​ເທື່ອ​ໃໝ່​ ເພື່ອ ຊຸກຍູ້​​ໃຫ້​ສະພາ​ສູງສະຫະລັດ ​ຮັບຮອງ​ເອົາສົນທິສັນຍາ​ວ່າ​ດ້ວຍກົດໝາຍກ່ຽວ​ກັບ​ທະ​ເລ ສະບັບ​ ​ປີ 1982 ຂອງອົງການ​ສະຫະ​ປະຊາ​ຊາດ. ບັນດາ​ເຈົ້າໜ້າ​ທີ່​ລັດຖະບານ​ໂອ​ບາ​ມາ​ກ່າວ​ວ່າ​ ສົນທິສັນຍາ​ດັ່ງກ່າວນີ້ ຖື​ວ່າ​ຈໍາ​ເປັນ​ທີ່​ສຸດ​ເພື່ອ​ພິທັກ​ປົກ​ປ້ອງ​ສິດທິ​ຂອງກອງທັບ​ເຮືອ​ສະ ຫະລັດ​ ​ໃນ​ການ​ດໍາ​ເນີນ​ການ​ຊ້ອມ​ລົບ​ຢູ່​ນອກ​ຝັ່ງ​ທະ​ເລຂອງ​ຈີນ​. Luis Ramirez ຜູ້​ສື່​ຂ່າວ​ວີ​ໂອ​ເອ ປະ​ຈໍາ​ທໍານຽບຫ້າ​ແຈ​ ມີ​ລາຍ​ງານ​ກ່ຽວ​ກັບ​ເລຶ່ອງນີ້ ຊຶ່ງ​ທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ​.

ທ່ານ ລີ​ອອນ ພາແນ​ດຕ້າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ບອກ​ບັນດາ​ສະມາຊິກ​ສະພາ​ສູງ​ສະຫະລັດ​ແລະ​ຄົນ​ອື່ນໆ ທີ່​ກອງປະຊຸມເລື້ອງ​ສົນທິສັນຍາວ່າ​ດ້ວຍ​ກົດໝາຍກ່ຽວ​ກັບທະ​ເລ ທີ່​ວໍ​ຊິງ​ຕັນ​ເມື່ອຕົ້ນ​ເດືອນ​ຜ່ານ​ມາວ່າ ມັນ​ເຖິງເວລາ​ແລ້ວ​ທີ່​ສະຫະລັດ​ຈະ​ໃຫ້​ສັດຕະ
ຍາບັນແກ່ ສົນທິສັນຍາ​ ​ອາຍຸ 30 ປີ​ສະບັບນີ້ ທີ່​ວາງ​ກົດ​ລະ​ບຽບກະຕິ​ກາຕ່າງໆ​ກ່ຽວ​ກັບ
ການ​ເດີນ​ເຮືອ ​ແລະເຂດເສດຖະກິດ​ສະ​ເພາະ​ຂອງ​ປະ​ເທດ​ຕ່າງໆ.

ທ່ານ​ພາ​ແນ​ດຕ້າກ່າວ​ວ່າ ສົນທິສັນຍາ​ດັ່ງກ່າວນີ້​ຈະ​ຮັບປະກັນໃຫ້ ກໍ່າ​ປັ່ນ​ລົບ​ ກໍ່າ​ປັ່ນ​ພານິດ​
ແລະ​ເຮືອບິນ​ຂອງສະຫະລັດ ສາມາດເຂົ້າ​ໄປ​ຍັງ​ທຸກໆ​ແຫ່ງ​ທີ່ຈໍາ​ເປັນ​ຕ້ອງ​ໄປ ຊຶ່ງ​ທ່ານ​ກ່າວ
​ວ່າ:

ມັນ​ເຖິງເວລາ​ແລ້ວ​ ທີ່​ສະຫະລັດຄວນຈະ​​ໄປນັ່ງ​ຢູ່​ໂຕ໊ະ​ເຈລະຈາ​ກ່ຽວ​ກັບ​ສົນທິສັນຍາ
​ສະບັບ​ນີ້
. ​ເຖິງ​ເວລາ​ແລ້ວ​ ທີ່​ສະຫະລັດ​ຄວນ​ຈະສະ​ແດງ​ບົດບາດ​ໂດຍ​ເຕັມ​ຂອງ​ຕົນ
ໃນ​ຖານະ​ເປັນ​ຜູ້​ນໍາໂລກ​ຜູ້​ນຶ່ງ ​ແລະ​ເຂົ້າ
​ເປັນ​ພາຄີ ໃນ​ສົນທິສັນຍາ​ອັນ​ສໍາຄັນ​ນີ້. ມັນ​
ເປັນຫຼັກໝັ້ນ​ທາງ​ກົດໝາຍ​
ທີ່​​ເປັນ​ພຶ້ນຖານຂອງຄວາມເປັນ​ລະບຽບ​ຮຽບຮ້ອຍ​ ​ໃນ
​ທົ່ວ​ອານາ​ເຂດການ​ເດີນເຮືອ. ພວກ​ເຮົາ​ເປັນສະມາຊິກ​ຖາວອນ​ປະ​ເທດ​ດຽວ ຂອງ​
ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ທີ່​ບໍ່
​ໄດ້ເປັນ​​ພາຄີໃນ​ສົນທິສັນຍາ​
ສະບັບ​ນີ້
.

ລັດຖະບານ​ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ການ​ໃຫ້​ສັດຕະຍາບັນແກ່ສົນທິສັນຍາ​ດັ່ງກ່າວ
​ນີ້​ ແມ່ນ​ຈະ​ພິທັກ​ປົກ​ປ້ອງ​ສິດທິ​ຂອງ​ກອງທັບ​ເຮືອ​ສະຫະລັດ ​ເພື່ອ​ທໍາ​ການ​ຊ້ອມ​ລົບ​ຢູ່​ໃນເຂດ​
ນ່ານນໍ້າ​ທີ່ໃກ້​ຈີນ ບ່ອນ​ທີ່ຜ່ານ​ມາ​ ກໍ່າ​ປັ່ນ​ຂອງຈີນ​ເຄີຍ​ຮາວີກໍ່າ​ປັ່ນ​ຂອງ​ສະຫະລັດ​.

ພົນເອກ Martin Dempsey ປະທານເສນາທິການຮ່ວມຂອງ ກອງທັບສະຫະລັດ.
ພົນເອກ Martin Dempsey ປະທານເສນາທິການຮ່ວມຂອງ ກອງທັບສະຫະລັດ.

ຈີນ ຊຶ່ງ​ເປັນ​ພາຄີຢູ່​ໃນ​ສົນທິສັນຍາ
ນີ້ ​ໄດ້​ອ້າງ​ສິດທິຄວບ​ຄຸມເຂດ​ນ່ານ
ນໍ້າທີ່​ໄກຈາກ​ຝັ່ງ​ຂອງ​ຕົນອອກ​ໄປ
370 ກິ​ໂລ​ແມດ​ ​ວ່າ​ເປັນເຂດ​ເສດ
ຖະກິດ​ສະ​ເພາະຂອງ​ຕົນ ​ແລະ
​ເພາະສະ​ນັ້ນ​ ກໍ​ສາມາດ​ຫ້າມ​ກອງ
ທັບ​ເຮືອ​ຕ່າງໆ​ບໍ່ໃຫ້​ທໍາ​ການ​ຊ້ອມ
​ລົບ​ກັນ​ຢູ່ໃນ​ບໍລິ​ເວນ​ນັ້ນ ຊຶ່ງສະຫະ
ລັດ​ກ່າວ​ວ່າ ປະ​ເທດ​ໃດ​ກໍບໍ່​ມີ​ສິດ​
ຄວບຄຸມ​ແບບ​ນັ້ນ​ ຢູ່​ກາຍ​ລະຍະ
22 ກິ​ໂລ​ແມດ ​ຈາກ​ຝັ່ງຂອງ​ຕົນ.

ສ່ວນພົນ​ເອກ Martin Demp-
sey ປະທານ​ເສນາ​ທິການ​ຮ່ວມ
ກໍກ່າວ​ວ່າ ວໍ​ຊິງຕັນ​ເຊື່ອ​ວ່າການ
​ທີ່​ໄດ້​ເປັນ​ພາກສ່ວນ​ນຶ່ງຂອງ​
ສົນທິສັນຍາວ່າ​ດ້ວຍກົດໝາຍ​ກ່ຽວ​ກັບ​ທະ​ເລ​ນັ້ນ ​ແມ່ນ​ຈະ​ຊ່ວຍ​ເຊື່ອມ​ໂຍງ​ຄວາມ​ແຕກ​ຕ່າງ
ລະຫວ່າງ​ນາໆ​ຊາດ​. ພົນ​ເອກ Martin Dempsey ກ່າວ​ວ່າ:

ສົນທິສັນຍາ​ດັ່ງກ່າວ​ນີ້​ສະໜອງ ຄື່ອງມື​ອີກ​ຢ່າງ​ນຶ່ງໃຫ້​ແກ່​ພວກ​ເຮົາ​ ສໍາ​ລັບ​ໃຫ້
​ແກ້​ໄຂ​ບັນຫາຂໍ້​ຂັດ​ແຍ້​ງກັນ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ໃນ​ທຸກໆ​ລະດັບ ພ້ອມ​ກັບ​
ສະ​ໜອງພາສາ​ທີ່​
​ໃຊ້ຮ່ວມ​ກັນ ​ແລະເພາະສະ​ນັ້ນ ກໍ​​ແມ່ນ​ສະໜອງ​ໂອກາດ​ທີ່​ດີ​ຂຶ້ນ ​
ເພື່ອ​ຕົກລົງຂໍ້​ຂັດ​ແຍ້​ງກັນ​ຕ່າງໆ​ດ້ວຍ​ການ​ຮ່ວມ​ມື ບໍ່​ແມ່ນ​ດ້ວຍ​
ປືນ​ກາ​ນົງ.

ທະຫານກອງທັບເຮືອຟີລິບປີນ ພາກັນແລ່ນໄປຂຶ້ນເຮືອ ເພື່ອອອກໄປລາດຕະເວນຢູ່ໃນເຂດ
ທະເລຈີນໃຕ້ ບ່ອນທີ່ຈີນໄດ້ສົ່ງກໍາປັ່ນຂອງຕົນອອກລາດຕະເວນເຊ່ນກັນ ຢູ່ໃກ້ເກາະທີ່ທັງ
ສອງປະເທດ ຍາດກັນອ້າງເອົາກໍາມະສິດ.

ການ​ໃຫ້​ສັດຕະຍາ​ບັນແກ່ສົນທິສັນຍາ​ດັ່ງກ່າວ​ ແມ່ນ​ໄດ້​ຖືກ​ຖ່ວງ​ດຶງ​ໄວ້​ຍ້ອນຄວາມ​ເປັນ​ຫ່ວງ
​ຕ່າງໆ​ນາໆ​ຂອງ​ບັນດາ​ຜູ້​ນໍາ​ສະພາ​ຄອງ​ແກ​ຣສສະຫະລັດ​ບາງ​ຄົນທີ່ເຕືອນ​ວ່າ ສົນທິສັນຍາ​ນີ້
​ຂົ່ມຂູ່​ຕໍ່ອະທິປະ​ໄຕ​ຂອງ​ສະຫະລັດ ແລະອໍານວຍ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ​ ມີ​ອໍານາດ
​ຄວບຄຸມ​ສິດທິກ່ຽວ​ກັບນໍ້າ ມັນແລະ​ແຮ່​ທາ​ດອື່ນໆ​ ຫຼາຍ​ເກີນ​ໄປ. ບັນດາ​ຜູ້​ຄັດຄ້ານ​ກ່າວອີກ
​ວ່າ ການ​ໃຫ້​ສັດຕະຍາບັນ​ແກ່​ສົນທິສັນຍາ​ສະບັບ​ນີ້​ ຈະ​ບໍ່​ເຮັດ​ໃຫ້​ຈີນ​ປ່ຽນ​ແປງ​ການອ້າງ​ເອົາ
​ສິດທິ​ທາງ​ທະ​ເລ​ຂອງ​ຕົນແຕ່​ຢ່າງ​ໃດ.

ການ​ຊຸກຍູ້​ເທື່ອ​ໃໝ່ຂອງສະຫະລັດເພື່ອໃຫ້​ຮັບຮອງ​ເອົາ​ສົນທິສັນຍາດັ່ງກ່າວ​ນີ້ ​ແມ່ນ​ມີ​ຂຶ້ນ
​ໃນ​ຂະນະ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ເພ່ງ​ເລັງຄວາມ​ສົນ​ໃຈໃໝ່​ ​ໄປ​ໃສ່​ການ​ເສີມ
​ສ້າງກໍາລັງ​ທະຫານ​ແລະ​ການ​ເສີມ​ຂະຫຍາຍ​ອິດ​ທິພົນ​ຂອງຈີນ ​ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກ.
ນອກ​ນີ້​ແລ້ວ ວໍ​ຊິງ​ຕັນ​ຍັງ​ຕິດຕາມ​ເບິ່ງ​ຢ່າງໃກ້​ຊິດ ຂໍ້​ຂັດ​ແຍ້​ງທີ່ທະວີຄວາມ​ຮຸນ​ແຮງ​ຂຶ້ນ
ລະຫວ່າງ​ປັກ​ກິ່ງ ​ແລະ ຟິລິບ​ປິນ ກ່ຽວ​ກັບເກາະ​ໆນຶ່ງ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ.

XS
SM
MD
LG