ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກການທູດ ສຫລ ແລະຈີນ ພົບປະກັນ ທີ່ປັກກິ່ງ


ຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ James Steinberg (ຊ້າຍ) ຈັບມືກັບທ່ານ Dai Bingguo ຫົວໜ້າກຳນົດນະໂຍບາຍການຕ່າງປະເທດຂອງຈີນ ກ່ອນການພົບປະກັນທີ່ນະຄອນຫຼວງປັກກິ່ງ (28 ມັງກອນ 2011)
ຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ James Steinberg (ຊ້າຍ) ຈັບມືກັບທ່ານ Dai Bingguo ຫົວໜ້າກຳນົດນະໂຍບາຍການຕ່າງປະເທດຂອງຈີນ ກ່ອນການພົບປະກັນທີ່ນະຄອນຫຼວງປັກກິ່ງ (28 ມັງກອນ 2011)

ເຈົ້າໜ້າທີ່ສະຫະລັດຈຸນຶ່ງ ຮວມທັງຮອງລັດຖະມົນຕີກະ
ຊວງການຕ່າງປະເທດທ່ານ James Steinberg ໄດ້
ພົບປະກັບ ຫົວໜ້າກຳນົດນະໂຍບາຍການຕ່າງປະເທດ
ຂອງຈີນທ່ານ Dai Bingguo ໃນວັນສຸກມື້ນີ້ ເພື່ອເຈ
ລະຈາຫາລືກ່ຽວກັບບັນຫາຕ່າງໆ ໃນຂອບເຂດກວ້າງ
ຂວາງທີ່ພົວພັນກັບປະເທດທັງສອງ.

ສະຖານທູດສະຫະລັດ ກ່າວໃນຖະແຫຼງຂ່າວສັ້ນໆສະ
ບັບນຶ່ງວ່າ ການເຈລະຈາຫາລື ທີ່ນະຄອນຫຼວງປັກກິ່ງ
ລະຫວ່າງຄະນະເຈົ້າໜ້າທີ່ສະຫະລັດແລະເຈົ້າໜ້າທີ່ຈີນ
ໃນມື້ນີ້ແມ່ນຮວມທັງການເຄື່ອນໄຫວຕ່າງໆ ຢູ່ໃນແຫຼມ
ເກົາຫຼີ.

ສະຖານທູດສະຫະລັດກ່າວຕື່ມວ່າທ່ານ Steinberg ໄດ້ທຳການປຶກສາຫາລືແບບມີໝາກ
ຜົນກ່ຽວກັບບາດກ້າວໃນຂັ້ນຕໍ່ໄປ ເພື່ອໃຫ້ບັນລຸວິໄສທັດຮ່ວມແລະຄວາມໝາຍໝັ້ນຕັ້ງໃຈ ທີ່ຈະເສີມສ້າງຄວາມສຳພັນໄປໃນທາງບວກຂອງປະທານາທິບໍດີສະຫະລັດ ທ່ານບາຣັກໂອ
ບາມາ ແລະປະທານປະເທດຈີນ ທ່ານຫູຈີນເຖົາ.

XS
SM
MD
LG