ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ວ່າ ບໍລິສັດຈີນ​ຊ່ອຍ​ອິຣ່ານ ໂດຍບໍ່ເອົາຫົວຊາຕໍ່ ການລົງໂທດ


ທ່ານ Robert Einhorn ທີ່​ປຶກສາ​ພິ​ເສດ ກ່ຽວ​ກັບການບໍ່​ແຜ່ຜາຍ​ນິວ​ເຄລຍ​
ແລະ​​ຄວບ​ຄຸມ​ອາວຸດຂອງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ.
ທ່ານ Robert Einhorn ທີ່​ປຶກສາ​ພິ​ເສດ ກ່ຽວ​ກັບການບໍ່​ແຜ່ຜາຍ​ນິວ​ເຄລຍ​ ແລະ​​ຄວບ​ຄຸມ​ອາວຸດຂອງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ສະຫະລັດທ່ານ​ນຶ່ງກ່າ​ວວ່າ ທາງ Washington ​ເຊື່ອ​ວ່າຫລາຍໆ
ບໍລິສັດຂອງ​ຈີນ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອອິຣ່ານໃນ​ການປັບປຸງເທັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ​ຂອງ
ອິຣ່ານ ແລະພັດທະນາ​ອາວຸດ​ນິວ​ເຄລຍ ໂດ​ຍບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ທາງ​ການ​ຈີນ.

ໜັງ​ສື​ພິມ Washington Post ລາຍ​ງານໃນຕອນ​ແລງ​ວັນ​ອາທິດ​ຜ່ານ​ມາ​ນີ້ວ່າເຈົ້າ​ທີ່ຂັ້ນ​
ສູງທີ່​ບໍ່​ປະສົງ​ຈະ​ອອກ​ນາມ​ນັ້ນ​ກ່າວ​ວ່າ ​ທາງ​ລັດຖະບານປະທານາທິບໍດີ Obama ​ໄດ້​ຂໍ
ໃຫ້​ທາງ​ການ​ຈີນຍຸດ​ຕິເລື່ອງ​ນີ້.

ໜັງ​ສື​ພິມສະບັບນີ້ຍັງ​ກ່າວ​ຕື່ມ​ວ່າ ການ​ຂໍ​ຮ້ອງທີ່ວ່າ​ນີ້​ແມ່ນ​ໄດ້​ນໍາສະ​ເໜີໃຫ້​ຈີນ ໃນ​ລະຫວ່າງ ການຢ້ຽມຢາມປັກ​ກິ​ງ​ໃນ​ເດືອນ​ແລ້ວ​ນີ້ ​ໂດຍ​ຄະນະ​ຜູ້​ແທນ​ສະຫະລັດ ທີ່ນໍາພາໂດຍ ທ່ານ Robert Einhorn ທີ່​ປຶກສາ​ພິ​ເສດ ກ່ຽວ​ກັບການບໍ່​ແຜ່ຜາຍ​ນິວ​ເຄລຍ​ແລະຄວບ​ຄຸມ​ອາວຸດ
ຂອງ​ກະຊວງ​ຕ່າງປະ​ເທດ​ສະຫະລັດ.

ເຈົ້າ​ໜ້າ​ທີ່ຄົນ​ດັ່ງກ່າວໄດ້​ບອກ​ກັບໜັງສືພິມ​ Washington Post ວ່າຈີນ​ແມ່ນ​ເປັນ​ປະ​ເທດ​
ດຽວ​ເທົ່າ​ນັ້ນ ​ທີ່​ມີ​ອຸດສາຫະກໍາ​ນໍ້າມັນ​ແລະ​ແກ໊ສທີ່​ໃຫຍ່​ພໍ​ ທີ່​ຈະຕໍ່ລອງກັບອິຣ່ານ​ໄດ້. ທ່ານ
ຍັງ​ກ່າວ​ຕື່ມ​ວ່າພວກອື່ນໆ​ນັ້ນ ແມ່ນ​ໄດ້​ຖອນ​ຕົວ​ອອກໝົດ ໃນ​ການປະຕິບັດ​ຕາມ​ການລົງ
ໂທດຂອງສະຫະປະຊາ​ຊາດ ​ຕໍ່ອິຣ່ານ.



XS
SM
MD
LG