ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດແລະຈີນຈະພົບປະກັນ


ສະຫະລັດແລະຈີນ
ສະຫະລັດແລະຈີນ

ພວກນັກການທູດຂອງສະຫະລັດແລະຈີນຈະພົບປະກັນທີ່
ກຸງວໍຊິງຕັນໃນວັນພະຫັດມື້ນີ້ ເພື່ອເລີ້ມສົນທະນາຫາລືກັນ
ໃໝ່ກ່ຽວກັບບັນຫາສິດທິມະນຸດຫຼັງຈາກໄດ້ມີການຢຸດເຊົາ
ມາເປັນເວລາ 2 ປີ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານ P.J.
CROWLEYກ່າວຕໍ່ພວກນັກຂ່າວໃນວັນອັງຄານວານນີ້ວ່າ
ປະເທດທັງສອງຈະທຳການສົນທະນາຫາລື ແບບກົງໄປກົງມາ
ກ່ຽວກັບບັນຫາຕ່າງໆໃນເລື່ອງສາສະໜາແລະ ອິສະລະພາບ
ທາງອິນເຕີແນັດ ໃນລະຫວ່າງການປະຊຸມເປັນເວລາ 2 ມື້.

ນອກນັ້ນຍັງເປັນທີ່ຄາດກັນວ່າ ຝ່າຍສະຫະລັດຈະຍົກເອົາຫຼາຍໆ
ກໍລະນີຂອງພວກຄັດຄ້ານລັດຖະບານທີ່ຖືກຄຸມຂັງຂຶ້ນມາສົນທະນາ
ຫາລືກັນ ຮວມທັງກໍລະນີຂອງນັກເຄື່ອນໄຫວແລະນັກຂຽນ LIU
XIAOBO ທີ່ໄດ້ຖືກໂທດ ຈຳຄຸກເປັນເວລາ 11 ປີ ໃນຂໍ້ຫາພະຍາ
ຍາມໂຄ່ນລົ້ມລະບອບການປົກຄອງ.

ທ່ານ CROWLEY ເວົ້າວ່າ ສະຫະລັດຈະສວຍໃຊ້ ໂອກາດດັ່ງກ່າວ
ເພື່ອອະທິບາຍໃຫ້ຈີນເຂົ້າໃຈວ່າ ເປັນຫຍັງບັນຫາເຫລົ່ານີ້ ຈຶ່ງມີຄວາມສຳຄັນ
ສຳລັບວໍຊິງຕັນ. ນັບແຕ່ໄດ້ມີການເຈລະຈາຮອບແລ້ວຄວາມສຳພັນລະຫວ່າງ
ປັກກິ່ງແລະວໍຊິງຕັນ ກໍເລີ້ມມີບັນຫາກ່ຽວກັບຫລາຍໆເລື່ອງ ຮວມທັງການຕົກລົງ
ຂາຍ ອາວຸດໃນມູນຄ່າ 6 ພັນ 400 ລ້ານໂດລາລະຫວ່າງສະຫະລັດແລະ
ໃຕ້ຫວັນແລະການພົບປະຂອງປະທານາທິບໍດີບາຣັກ ໂອບາມາ ກັບອົງດາໄລ
ລາມະຜູ້ນຳທາງດ້ານຈິດໃຈຂອງຊາວທິເບດ ທີ່ລີ້ໄພຢູ່ໃນຕ່າງປະເທດນັ້ນ.

XS
SM
MD
LG