ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກສະໜັບສະໜູນສິດທິມະນຸດ ຢາກໃຫ້ທ່ານໂອບາມາ ທຳການກົດດັນ ປະທານປະເທດຈີນ


ຮູບຂອງທ່ານ Liu Xiaobao ນັກເຄື່ອນໄຫວເພື່ອສິດທິມະນຸດຈີນທີ່ ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ປະຈຳປີ 2010 ທີ່ກຳລັງຖືກຈຳຄຸກນັ້ນ ຕິດຢູ່ຂ້າງຝາບ່ອນທີ່ຜູ້ແທນສະພາຕໍ່າ ທ່ານ Christopher Smith ທີ່ມີພວກນັກເຄື່ອນໄຫວດ້ານສິດທິມະນຸດຈີນຕິດຕາມຢູ່ໃນຂະນະທີ່ທ່ານກ່າວຄຳປາໃສ ໃນກອງປ
ຮູບຂອງທ່ານ Liu Xiaobao ນັກເຄື່ອນໄຫວເພື່ອສິດທິມະນຸດຈີນທີ່ ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ ປະຈຳປີ 2010 ທີ່ກຳລັງຖືກຈຳຄຸກນັ້ນ ຕິດຢູ່ຂ້າງຝາບ່ອນທີ່ຜູ້ແທນສະພາຕໍ່າ ທ່ານ Christopher Smith ທີ່ມີພວກນັກເຄື່ອນໄຫວດ້ານສິດທິມະນຸດຈີນຕິດຕາມຢູ່ໃນຂະນະທີ່ທ່ານກ່າວຄຳປາໃສ ໃນກອງປ

ພວກ​ສະ​ໜັບ​ສະໜູນສິດທິ​ມະນຸດກຳລັງ​ຊຸກ​ຍູ້​ໃຫ້ປະທານາ
ທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ທຳ​ການກົດ​ດັນ
ປະທານປະເທດຈີນ, ທ່ານ Hu Jintao ກ່ຽວກັບ​ປະຫວັດ
ດ້ານສິດທິ​ມະນຸດຂອງ​ຈີນ​ໃນລະຫວ່າງທີ່ປະທານປະເທດຈີນ
ທໍາ​ການຢ້ຽມຢາມສະຫະລັດຢ່າງເປັນທາງການຢູ່​ໃນ​ເວລາ​ນີ້.

ມີພວກ​ປະ​ທ້ວງ​ຫລາຍຮ້ອຍຄົນ ໄປ​ໂຮມຊຸມນຸມ​ກັນ​ຢູ່​ນອກ​
ທຳນຽບຂາວໃນ​ວັນ​ອັງຄານ​ວານ​ນີ້ ​ໂດຍ​ໄດ້​ພາກັນ​ຖື​ປ້າຍ
ຮຽກຮ້ອງ​ໃຫ້​ມີ​ປະຊາທິປະ​ໄຕ​ໃນ​ຈີນ ​ແລະ​ໃຫ້​ປ່ອຍ​ຕີ​ເບ​ດ​
ໃນ​ເຂດ​ພູ​ເຂົາ​ຫິມມະໄລທີ່​ຈີນຄອບ​ຄອງ​ນັ້ນໃຫ້​ເປັນ​ອິດ​ສະ
ລະ. ​ໃນ​ຂະນະ​ດຽວກັນນັ້ນ ຢູ່ທາງ​ໃນ​ທໍານຽບຂາວ ທ່ານ
ໂອບາມາ ກໍກໍາລັງຕ້ອນຮັບຄູ່​ຕຳ​ແໜ່ງຈີນ​ຂອງ​ທ່ານໂດຍ
ການ​ຈັດງານ​ລ້ຽງອາຫານ​ຄໍ່າທີ່​ມີການ​ເຮັດວຽກ​ໄປ​ນຳ ຊຶ່ງ
ເປັນ​ງານ​ທຳ​ອິດທີ່​ຈັດ​ຂຶ້ນ​ໃນ​ລະຫວ່າງການ​ຢ້ຽມຢາມສະຫະ
ລັດຢ່າງເປັນທາງການ​ເປັນ​ເວລາ 4 ວັນຂອງ​ທ່ານ Hu ​ໃນ​
ຄັ້ງ​ນີ້. ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ສຳລັບພວກ​ສະ​ໜັບ​ສະໜູນສິດທິ​ມະນຸດ​ໃນ​ວັນ​ອັງຄານ
ວານ​ນີ້ ທີ່​ລັດຖະສະພາ​ສະຫະລັດ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນນັ້ນ, ​ຜູ້​ແທນ​ສະ​ພາຕໍ່າ ທ່ານ
Christopher Smith ​ໄດ້ຮຽກຮ້ອງ​ໃຫ້ປະທານາທິບໍດີໂອບາມາທຳ​ການກົດ​ດັນຕໍ່ທ່ານ Hu
Jintao ​ເພື່ອ​ໃຫ້ປ່ອຍ​ຕົວທ່ານ Liu Xiaobo, ນັກຂຽນແລະຜູ້​ສົ່ງ​ເສີມສິດທິ​ມະນຸດ​ທີ່​ໄດ້ຮັບ
ລາງວັນ​ໂນ​ແບ​ລຂະ​ແໜງສັນຕິ​ພາບເມື່ອເດືອນ​ທັນວາ​ທີ່​ຜ່ານ​ມາ​ນີ້.

XS
SM
MD
LG