ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຈີນ ດຳເນີນການເຈລະຈາທາງການທູດ ເພື່ອພະຍາຍາມຜ່ອນຄາຍຄວາມເຄັງຕຶງ ແລະ ຊຸກຍູ້ການຮ່ວມມື 


ທ່ານເຄີດ ແຄັມເບລ ໃຫ້ການກ່ອນ​ການ​ຢືນ​ຢັນ​ເປັນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ຢູ່ ຫໍລັດຖະສະພາ, 7 ທັນ​ວາ 2023,ໃນວໍຊິງຕັນ. ທ່ານ ໄດ້ເປັນເຈົ້າພາບຕ້ອນຮັບ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​, 30 ພຶດສະພາ​ 2024 ​ສຳລັບການເຈລະຈາ ເພື່ອ​ຮັກສາ​ການ​ພົວພັນ​ລະຫວ່າງ​ສະຫະລັດ-ຈີນ​ ຢ່າງ​ເປີດ​ກວ້າງ.
ທ່ານເຄີດ ແຄັມເບລ ໃຫ້ການກ່ອນ​ການ​ຢືນ​ຢັນ​ເປັນ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ຢູ່ ຫໍລັດຖະສະພາ, 7 ທັນ​ວາ 2023,ໃນວໍຊິງຕັນ. ທ່ານ ໄດ້ເປັນເຈົ້າພາບຕ້ອນຮັບ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​, 30 ພຶດສະພາ​ 2024 ​ສຳລັບການເຈລະຈາ ເພື່ອ​ຮັກສາ​ການ​ພົວພັນ​ລະຫວ່າງ​ສະຫະລັດ-ຈີນ​ ຢ່າງ​ເປີດ​ກວ້າງ.

ບັນດາເຈົ້າໜ້າທີ່ອາວຸໂສຂອງສະຫະລັດ ແລະ ສາທາລະນະລັດ ປະຊາຊົນ ຈີນ ໄດ້ດຳເນີນການເຈລະຈາທາງການທູດ ໃນນະຄອນຫຼວງ ວໍຊິງຕັນ ໃນວັນ ພະຫັດວານນີ້ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ, ແລະ ປຶກສາຫາລືກ່ຽວກັບຄວາມ ພະຍາຍາມຢ່າງຕໍ່ເນື່ອງ ເພື່ອຮັກສາການຊ່ອງທາງການຕິດຕໍ່ສື່ສານ ລະຫວ່າງ ກອງທັບ ກັບ ກອງທັບ ແລະຍົກລະດັບການຮ່ວມມື.

ຮອງລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ເຄີດ ແຄັມເບລ (Kurt Campbell) ໄດ້ຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດຈີນ ທ່ານ ໝ່າ ຈ້າວຊູ (Ma Zhaoxu) ຢູ່ທີ່ກະຊວງການຕ່າງປະເທດ ໃນວັນພະຫັດວານນີ້ ເພື່ອການປຶກສາຫາລື ທີ່ມີຈຸດປະສົງເພື່ອຮັກສາ​ຊ່ອງ​ທາງ​ການສື່ສານ​ທີ່​ເປີດ​ກວ້າງ ​ເພື່ອ​ປ້ອງ​ກັນ​ການເຂົ້າໃຈຜິດ ແລະຄວາມ​ຂັດ​ແຍ່ງ​ໂດຍບໍ່ໄດ້ຕັ້ງໃຈ, ​ໂດຍ​ສະ​ເພາະຢ່າງຍິ່ງ​ແມ່ນ​ໃນ​ຊ່ວງເວລາ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ.

ຫຼັງ​ຈາກ​ການ​ສົນທະນາ​ກັນແບບໂຕຕໍ່ໂຕ ເປັນເວລາ​ສອງ​ຊົ່ວ​ໂມງ, ເຈົ້າ​ໜ້າ​ທີ່ຈາກ​ສະຫະລັດ ​ແລະ​ສາທາລະນະ​ລັດ ​ປະຊາຊົນ ​ຈີນ ​ໄດ້​ຈັດ​ງານ​ລ້ຽງ​ອາຫານ​ທ່ຽງເພື່ອເຮັດວຽກ ​ຢູ່ທີ່​ກະຊວງ​ການ​ຕ່າງປະ​ເທດ. ຫຼັງ​ຈາກ​ນັ້ນ​ໃນ​ຕອນ​ບ່າຍ, ຮອງ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງສະຫະລັດ ທ່ານ ຈອນ ໄຟເນີ (Jon Finer) ໄດ້​ສືບ​ຕໍ່​ສົນທະນາ​ກັບ​ທ່ານ ໜ່າ (Ma).

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານ ເຈກ ຊຸລລີວານ (Jake Sullivan) ຍັງໄດ້ແວ່ມາທີ່ກອງປະຊຸມເພື່ອທັກທາຍທ່ານ ໝ່າ ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາທີ່ສຳຄັນຕ່າງໆ.

“ທັງສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ທີ່​ກຳລັງເດີນຢູ່ ເພື່ອສືບຕໍ່​ການຕິດຕໍ່ສື່ສານ ລະຫວ່າງກອງທັບ ກັບ ກອງທັບ ​ແລະ​ສົ່ງເສີມການ​ຮ່ວມ​ມື​ໃນດ້ານຕ່າງໆ ​ທີ່​ຜົນ​ປະ​ໂຫຍ​ດຂອງ​ພວກ​ເຮົາ ມີຄວາມ​ສອດຄ່ອງກັນ, ​ເຊັ່ນ​ການຕໍ່​ຕ້ານ​ຢາ​ເສບ​ຕິດ,” ທຳນຽບຂາວ​ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​, ກ່ອນກອງປະຊຸມທີ່ໄດ້ຖືກຄາດການໄວ້ ລະຫວ່າງຜູ້ນຳດ້ານປ້ອງກັນປະເທດ ສະຫະລັດ ແລະ ຈີນ ໃນລະຫວ່າງ ການປະຊຸມ ຊັງກຣີ-ລາ (Shangri-La) ຢູ່​ສິງກະ​ໂປ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG