ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ້າວ Zhang ເປັນນັກຕີກັອຟ ອາຍຸນ້ອຍທີ່ສຸດ ທີ່ຈະໄດ້ເຂົ້າແຂ່ງ US Open


ໜຸ່ມນ້ອຍຈີນຄົນນຶ່ງ ກໍາລັງສ້າງປະຫວັດສາດໃຫ້ແກ່ວົງການກິລາອາເມຣິກັນ. ທ້າວ Andy Zhang ອາຍຸ 14 ປີ ຈະເປັນນັກຕີກັອຟນ້ອຍທີ່ສຸດ ໃນປະຫວັດສາດ ທີ່ລົງແຂ່ງ ໃນຮອບການແຂ່ງຂັນຕີ​ກັອຟ US Open ທີ່ມີກຽດສູງຂອງ​ສະຫະລັດນັ້ນ.

ທ້າວ Zhang ໄດ້ມີຄຸນນະວຸດທິເໝາະສົມໃຫ້ເຂົ້າແຂ່ງຂັນໄດ້ ເມື່ອນາຍ Paul Casey ນັກຕີກັອຟຊາວອັງກິດ ໄດ້ຖອນຕົວ ຍ້ອນຖືກບາດເຈັບທີ່ບ່າ.

ນັກແຂ່ງຂັນທີ່ນ້ອຍທີ່ສຸດກ່ອນ​ໜ້ານີ້ ທີ່​ເຂົ້າຮ່ວມການແຂ່ງຂັນຕີ​ກັອຟ​ US Open ແມ່ນ ທ້າວ Tadd Fujikawa ອາຍຸ 15 ປີ ທີ່​ໄດ້​ເຂົ້າຮ່ວມໃນ ຮອບປີ 2006.

ນັກຕີກັອຟ 156 ຄົນ ຈະສູ້ກັນ ເພື່ອຊິງເອົາລາງວັນ ທີ່ເປັນເງິນ 8 ລ້ານ ໂດລາ ເມື່ອການແຂ່ງຂັນ US Open ຂອງສະຫະລັດ​ເລີ່​ມຂຶ້ນໃນວັນພະ ຫັດທີ່ຈະມາເຖິງນີ້ ທີ່ເມືອງຊານຟຣານຊິສໂກ.

XS
SM
MD
LG