ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ
Robert Gates ກ່າວວ່າສະຫະລັດເຂົ້າໃຈດີທີ່ວ່າຈີນ
ໄດ້ເປັນມະຫາອຳນາດທີ່ຍິ່ງໃຫຍ່ ມາຫຼາຍພັນປີ ແລະ
ຈະສືບຕໍ່ ເປັນມະຫາອຳນາດທີ່ຍິ່ງໃຫຍ່ໄປອີກ ໃນອະ
ນາຄົດ.
ທ່ານ Gates ກ່າວຕໍ່ພວກນັກຂ່າວ ໃນວັນພະຫັດມື້
ນີ້ວ່າ ສະຫະລັດບໍ່ໄດ້ພະຍາຍາມທີ່ຈະຈ່ອງດຶງຈີນໄວ້
ພຽງແຕ່ຢາກຈັດແຈງເລື່ອງຄວາມສຳພັນທາງທະຫານ
ໃນວິທີທາງທີ່ຈະອຳນວຍໃຫ້ປະເທດທັງສອງ ຮ່ວມມື
ກັນ ໃນດ້ານທີ່ເປັນໄປໄດ້ ແລະແກ້ໄຂຄວາມເຫັນຂັດ
ແຍ້ງກັນດ້ວຍສັນຕິວິທີ.
ທ່ານ Gates ຊຶ່ງມີແຜນທີ່ຈະພົບປະກັບຄູ່ຕຳແໜ່ງ
ຝ່າຍຈີນ ຄືລັດຖະມົນຕີປ້ອງກັນປະເທດ
Liang Guanglie ຢູ່ກອງປະຊຸມວ່າດ້ວຍຄວາມໝັ້ນ
ຄົງຊຶ່ງຈະເລີ່ມຂຶ້ນທີ່ສິງກະໂປໃນວັນສຸກມື້ອື່ນນີ້ ກ່າວຢູ່ເທິງຖ້ຽວບິນເດີນທາງໄປເອເຊຍວ່າ ປັກກິ່ງພວມພັດທະນາລະບົບອາວຸດຊະນິດໃໝ່ຈຳນວນນຶ່ງ ທີ່ໄດ້ສ້າງຄວາມວິຕົກກັງວົນ ໃຫ້ແກ່ສະຫະລັດ ແຕ່ທ່ານເຊື່ອວ່າ ຈີນໄດ້ຖອດຖອນບົດຮຽນ ຈາກຄວາມລົ້ມແຫຼວຂອງສະຫະພາບໂຊວຽດມາແລ້ວແລະບໍ່ມີຄວາມຕັ້ງ
ໃຈທີ່ຈະທ້າທາຍຕໍ່ສະຫະລັດ ໃນທຸກເລື້ອງຄວາມສາມາດທີ່ມີຢ່າງເຕັມອັດຕາຂອງສະຫະລັດ
ນັ້ນ.
ທ່ານກ່າວຕໍ່ໄປວ່າ ແທນການກະທໍາດັ່ງນັ້ນ ທ່ານຄິດວ່າເວລານີ້ຈີນພວມຊອກສະແຫວງຫາ
ຄວາມສາມາດ ທີ່ຈະອຳນວຍໃຫ້ທັງສອງປະເທດ ມີອິດສະຫຼະພາບຫຼາຍຂຶ້ນ ໃນການເຄື່ອນ
ໄຫວຢູ່ໃນເຂດເອເຊຍ ແລະໃນການຂະຫຍາຍອິດທິພົນອອກໄປອີກ.