ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Gates ທໍາການໂອ້ລົມສົນທະນາ ກັບເຈົ້າໜ້າທີ່ຈີນ


ທ່ານ Robert Gates ລັດຖະມຸນຕີປ້ອງກັນປະເທດສະຫະລັດ ຢືນຮຽງຂ້າງກັບ
ລັດຖະມຸນປ້ອງກັນປະເທດຈີນ
ທ່ານ Robert Gates ລັດຖະມຸນຕີປ້ອງກັນປະເທດສະຫະລັດ ຢືນຮຽງຂ້າງກັບ ລັດຖະມຸນປ້ອງກັນປະເທດຈີນ

ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ
ທ່ານ​ຕົກລົງ​ເຫັນ​ດີນໍາ​ ທ່ານ Robert Gates ລັດຖະມຸນ
ຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ກ່ຽວ​ກັບຄວາມ​ຕ້ອງການ
ທີ່​ຢາກ​ໃຫ້​ສາຍ​ພົວພັນ​ທາງ​ທະຫານ​ລະຫວ່າງ​ສອງ​ປະ
ເທດຢູ່​ໃນ​ຖານະ​ທີ່​ໝັ້ນຄົງ​ຂຶ້ນ. ​ແຕ່​ທ່ານ​ບໍ່​ໄດ້​ເວົ້າ​ເຖິງ​
ການ​ຮັບປະກັນ​ທີ່​ຈະ​ບໍ່​ໃຫ້​ມີຄວາມ​ຫຍຸ້ງຍາກ​ຫລື​ແຕກ
ແຍກ​ກັນ​ຂຶ້ນ​ໃນ​ອະນາຄົດ​ນັ້ນ. ຈຸດສໍາຄັນສໍາລັບທ່ານ
Gates ທີ່​ໄດ້​ຈົ່ມ​ວ່າ​ມາ​ເປັນ​ເວລາ​ດົນ​ນານ​ກ່ຽວ​ກັບ​
ການ​ຕິດຕໍ່​ພົວພັນກັນ​ທາງ​ທະຫານ​ຂອງ​ຈີນ​ເພື່ອ​ປະ
ທ້ວງ​ການ​ຕັດສິນ​ໃຈ​ທາງ​ດ້ານ​ການ​ເມືອງ​ຕ່າງໆເຊ່ນ
ການ​ຂາຍ​ອາວຸດ​ຂອງ​ສະຫະລັດ​ແກ່​ໄຕ້​ຫວັນ​ນັ້ນ.

ທ່ານ Gates ຊຶ່ງ​ເວລາ​ນີ້​ກໍາລັງ​ຢູ່​ໃນ​ກຸງ​ປັກ​ກິ​ງ​ເພື່ອ​ພະຍາຍາມ​ຮື້​ຟື້ນ​ການ​ຕິດ​ຕໍ່​ພົວພັນ
ທາງ​ດ້ານ​ທະຫານ​ກັນຄືນ ຫລັງ​ຈາກ​ໄດ້ຕັດຂາດ​ກັນ​ມາ​ເປັນ​ເວລາ 1 ປີເຕັມນັ້ນກ່າວ​
ກັບ​ບັນດາ​ຜູ້​ສື່​ຂ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ທ່ານ​ແລະ​ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ຈີນ
ທ່ານ Liang Guanglie ​ເຫັນ​ດີ​ນໍາ​ກັນ​ຢ່າງ​ແຂງ​ແຂງ ນໍາ​ຄວາມຈໍາ​ເປັນ​ເພື່ອ​ໃຫ້​ມີ​
ການ​ຕິດ​ຕໍ່​ພົວພັນ​ກັນ​ທາງ​ດ້ານ​ທະຫານ​ຢ່າງ​ໜັກ​ແໜ້ນ​ນີ້​ເພ່ືອລົດ​ຜ່ອນ​ໂອກາດ
ຕ່າງໆ​ໃນ​ການ​ເຂົ້າ​ໃຈ​ຜິດ​ກັນ ​ແລະ​ບໍ່​ໃຫ້​ປ່ຽນ​ແປງ​ໄປ​ນໍາ​ເລື້ອງການ​ເມືອງ​ນັ້ນ.

ທ່ານ​ຫລຽງ ກ່າວ​ຢູ່​ໃນ​ກອງ​ປະຊຸມນັກ​ຂ່າວ​ດຽວ​ກັນ​ວ່າ ທ່ານ​ກໍ​ເຫັນ​ດີ​ຢາກໃຫ້​ມີ​
ຄວາມ​ສໍາພັນ​ທາງ​ທະຫານ​ທີ່ໝັ້ນຄົງນີ້​ເຊ່ນ​ກັນ ​ແຕ່​ທ່ານ​ກໍ​ບໍ່​ໄດ້​ປະຕິ​ເສດຕໍ່​ຄວາມ
ແຕກ​ແຍກ​ກັນ​ທີ່ອາດຈະ​ມີ​ຂຶ້ນ​ໄດ້​ໃນ​ອະນາຄົດ​ ໃນ​ກໍລະນີ​ທີ່ມີ​ການ​ຂາຍ​ອາວຸດໃຫ້
ໄຕ້​ຫວັນ​ຄັ້ງ​ໃໝ່​ໃນ​ອະນາຄົດ ​ໂດຍ​ກ່າວ​ວ່າ ການ​ຊື້​ຂາຍ​ອາວຸດ​ທີ່​ວ່າ​ນີ້ສ້າງ​ຄວາມ
ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດທີ່ສໍາຄັນຂອງ​ຈີນ.

XS
SM
MD
LG