ກະຊວງຕ່າງປະເທດສະຫະລັດ ໄດ້ກ່າວຫາຈີນ ລ່ວງລະເມີດ
ສິດທິມະນຸດ ໃນຂອບເຂດທີ່ກວ້າງຂວາງ ແລະມີຂຶ້ນຢູ່ເປັນປະ
ຈຳ ທີ່ເຮັດໃຫ້ປັກກິ່ງຕອບໂຕ້ຄືນດ້ວຍລາຍງານຂອງຕົນ ປະ
ນາມວໍຊິງຕັນທີ່ມີປະຫວັດລະເມີດສິດທິມະນຸດຮ້າຍ ແຮງເພີ້ມ
ຂຶ້ນນັ້ນ.
ການກ່າວຫາຂອງກະຊວງຕ່າງປະເທດສະຫະລັດ ຕໍ່ຈີນໄດ້ພິມ
ເຜີຍແຜ່ໃນວັນພະຫັດດວານນີ້ ອັນເປັນພາກສ່ວນນຶ່ງໃນການ
ປະຕິບັດຕາມຄຳສັ່ງຂອງລັດຖະ ສະພາໃນການເຮັດລາຍງານ
ປະຈຳປີ ກ່ຽວກັບສະພາບການເຄົາລົບນັບຖືສິດທິມະນຸດຢູ່ໃນ
ທົ່ວໂລກ. ລາຍງານສະບັບນີ້ແມ່ນກວມເອົາການເຄົາລົບນັບ
ຖືສິດທິ ມະນຸດໃນປີ 2014.
ຢູ່ໃນລາຍງານ 148 ໜ້າ ທີ່ພົວພັນກັບຈີນ ແມ່ນໄດ້ເນັ້ນໜັກເຖິງບັນຫາຕ່າງໆ ຮວມທັງ
ການຈັບກຸມຄຸມຂັງບັນດານັກເຄຶ່ອນໄຫວ ແລະພວກຕິຕຽນລັດຖະບານ ການກົດຂີ່ປາບ
ປາມບັນດາຊົນກຸ່ມນ້ອຍ ການກວດກາຂອງລັດຖະບານ ແລະການສໍ້ລາດບັງຫລວງຢ່າງ
ແຜ່ກວ້າງ ຢູ່ພາຍໃນພັກຄອມມີວນິດ.
ລາຍງານກ່າວວ່າ “ການກົດຂີ່ ແລະການບີບບັງຄັບແມ່ນມີຢູ່ເປັນປະຈຳ ໂດຍສະເພາະ ຕໍ່ບັນດາອົງການຈັດຕັ້ງ ແລະສ່ວນບຸກຄົນທີ່ທີ່ພົວພັນໃນການສະໜັບ ສະໜຸນສິດທິພົນ
ລະເຮືອນ ແລະສິດທິດ້ານການເມືອງ ແລະບັນຫາຄວາມສົນໃຈຂອງສາທາລະນະ ບັນ
ດາຊົນກຸ່ມນ້ອຍ ຕະຫລອດທັງບັນດາຫ້ອງການທະນາຍ ຄວາມທີ່ຮັບຕໍ່ສູ້ຄະດີທີ່ສຳຄັນ
ຕ່າງໆ.”
ໃນອັນທີ່ໄດ້ກາຍມາເປັນປະເພນີປະຈຳປີແລ້ວນັ້ນ ຈີນ ໄດ້ອອກລາຍງານຕອບໂຕ້ຄືນ ທີ່
ກ່າວ່າ ສະຫະລັດ ໄດ້ “ຖືກຫລອກຫລອນ ຈາກການແຜ່ຂະຫຍາຍຂອງອາວຸດປືນ ການ
ເກີດອາຊະຍາກຳທີ່ຮຸນແຮງຢູ່ເລື້ອຍໆ ທີ່ເປັນໄພຂົ່ມຂູ່ຕໍ່ ສິດທິຂອງປະຊາຊົນ.”
ລາຍງານຍັງໄດ້ກ່າວເຖິງ “ການທໍລະມານທີ່ໂຫດຮ້າຍ” ຂອງອົງການ CIA ຕໍ່ຜູ້ຕ້ອງສົງໄສ
ກໍ່ການຮ້າຍ ໂຄງການສອດແນມຂອງລັດຖະບານ ການ “ໃຊ້ກຳລັງຂອງບັນດາເຈົ້າໜ້າທີ່
ຕຳຫລວດເກີນຂອບເຂດ.” ແລະການຈຳແນກກີດກັນຂອງສະຖາບັນຕໍ່ພວກຊົນກຸ່ມນ້ອຍ
ຕ່າງໆ.”