ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ການເງິນສະຫະລັດ ພົບປະກັບ ເຈົ້າໜ້າທີ່ຈີນ


ທ່ານ Timothy Geithner ລັດຖະມຸນຕີການເງິນສະຫະລັດ ຈັບມືກັບທ່ານ Wang Qishen ຮອງນາຍົກລັດຖະມຸນຕີຈີນ, ວັນທີ 24 ຕຸລາ 2010.
ທ່ານ Timothy Geithner ລັດຖະມຸນຕີການເງິນສະຫະລັດ ຈັບມືກັບທ່ານ Wang Qishen ຮອງນາຍົກລັດຖະມຸນຕີຈີນ, ວັນທີ 24 ຕຸລາ 2010.

ທ່ານ Timothy Geithner ລັດຖະມຸນຕີ​ການ​ເງິນ​ສະຫະ ລັດ​ໄດ້​ພົບປະກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ດ້ານ​ການ​ເງິນ​ຂອງ​ ຈີນທ່ານ​ນຶ່ງ ​ໃນ​ວັນ​ອາທິດ​ມື້​ນີ້ ໃນ​ລະຫວ່າງການ​ຢຸ​ດແ​ວ່ ​ເປັນ​ເວລາ​ສັ້ນໆຫລັງ​ຈາກ​ໄປ​ຮ່ວມ​ກອງ​ປະຊຸມ​ກຸ່ມ G-20 ທີ່​ເກົາຫລີ​ໃຕ້​.

ທ່ານ Geithner ​ແລະ​ທ່ານ Wang Qishen ຮອງ​ ນາຍົກລັດຖະມຸນຕີ​ຈີນ​ ໄດ້​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ ເປັນ​ເວລາ​ສັ້ນໆ​ ຢູ່​ທີ່ສະໜາມ​ບິນ​ເມືອງ Qingdao ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.

ຫລັງ​ຈາກ​ການ​ພົບ​ປະກັນ​ ສະຖານທູດ​ສະຫະລັດ​ໄດ້​ອອກ​ຖະແຫລ​ງການ​ສະບັບ​ນຶ່ງ​ເວົ້າ​ວ່າ ທັງ​ສອງ​ຝ່າ​ຍ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັນ​ ກ່ຽວ​ກັບ​ຄວາມ​ສໍາພັນດ້ານ​ເສດ ຖະກິດ​ລະຫວ່າງ​ສະຫະລັດກັບ​ຈີນ ​ແລະ​ວ່າ ນອກ​ນີ້ ສອງ​ຝ່າຍ​ຍັງ​ໄດ້ທໍາ​ການ​ໂອ້​ລົມ​ສົນທະນາກັນເລື້ອງ​ການ​ກະກຽມ​ຫ້າງ​ຫາ​ສໍາລັບກອງ​ປະຊຸມ​ຊຸດ​ຍອດ​ຂອງ​ກຸ່ມ G-20 ທີ່​ກຸງ​ໂຊລ ​ເກົາຫລີ​ໃຕ້​ໃນ​ວັນ​ທີ 11 ​ແລະ 12 ​ພະຈິກ ​ເດືອນ​ໜ້າ​ນີ້ ນໍາ​ອີກ.

XS
SM
MD
LG