ເມື່ອວັນພະຫັດມື້ນີ້ ທ່ານ Timothy Geithner ລັດຖະມົນຕີກະຊວງການ ເງິນສະຫະລັດຮຽກຮ້ອງຈີນປ່ອຍໃຫ້ຄ່າເງິນຕາທີ່ຄວບຄຸມຢ່າງເຄັ່ງຄັດຂອງຕົນນັ້ນສູງຂື້ນ ໃນຂະນະທີ່ບັນດານັກການທູດລະດັບສູງ ຈາກທັງສອງປະເທດໄປເຕົ້າໂຮມກັນທີ່ກຸງປັກກິ່ງເພື່ອປະຊຸມປະຈໍາປີກ່ຽວກັບບັນຫາເສດຖະ ກິດແລະຄວາມໝັ້ນຄົງ.
ຄວາມຄິດເຫັນດັ່ງກ່າວຂອງທ່ານ Geithner ແມ່ນມີຂຶ້ນໃນຕອນເລິ່ມເປີດ ການໂອ້ລົມສົນທະນາດ້ານຍຸດທະສາດສອງມື້ລະຫວ່າງຈີນແລະສະຫະລັດ ຊຶ່ງໄດ້ຖືກບົດບັງໂດຍຂໍ້ຂັດແຍ້ງກັນທາງດ້ານການທູດ ກ່ຽວກັບນັກເຄຶ່ອນໄຫວຈີນທີ່ຂໍຄວາມພິທັກປົກປ້ອງຈາກສະຫະລັດ.
ລັດຖະມົນຕີການເງິນສະຫະລັດໄດ້ສະແດງຄວາມສະໜັບສະໜຸນຕໍ່ແຜນ ການຈີນ ທີ່ຈະປັບປຸງແກ້ໄຂລະບົບການເງິນຂອງຕົນໃຫ້ດີຂື້ນ ເພື່ອເພີ່ມການສະໜັບສະໜຸນຈາກວິສາຫະກິດພາກເອກະຊົນ ແລະຫຼຸດຜ່ອນການໃຫ້ສິດພິເສດສໍາລັບບໍລິສັດຕ່າງໆທີ່ລັດເປັນເຈົ້າຂອງນັ້ນລົງ. ແຕ່ທ່ານໄກ້ເນີກ່າວອີກວ່າ ຈີນຄວນຈະເລັ່ງລັດການປະຕິຮູບເສດຖະກິດຂອງຕົນໃຫ້ໄວຂຶ້ນ.
ເຈົ້າໜ້າທີ່ອາວຸໂສສະຫະລັດທ່ານນຶ່ງກ່າວເມື່ອວັນພະຫັດມື້ນີ້ວ່າ ມີຄວາມ ກ້າວໜ້າບາງປະການແລ້ວໃນການເຈລະຈາກັນດ້ານເສດຖະກິດນັ້ນ. ເຈົ້າໜ້າທີ່ອາວຸໂສທ່ານນີ້ ໄດ້ບອກພວກນັກຂ່າວໂດຍບໍ່ຂໍບອກຊື່ວ່າ ຈີນໄດ້ຕົກ ລົງທີ່ຈະພິດຈາລະນານໍາອອກໃຊ້ກົດລະບຽບລະຫວ່າງຊາດ ກ່ຽວກັບການໃຫ້ສິນເຊື່ອໃຫ້ແກ່ພວກບໍລິສັດສົ່ງອອກຂອງຕົນ.