ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດຢາກໃຫ້ຈີນປ່ອຍ ພວກຄັດຄ້ານລັດຖະບານ


ຮູບໂປສເຕີ້ ຮຽກຮ້ອງໃຫ້ປ່ອຍນາຍ Liu Xiaobo
ຮູບໂປສເຕີ້ ຮຽກຮ້ອງໃຫ້ປ່ອຍນາຍ Liu Xiaobo

ສະມາຊິກລັດຖະສະພາສະຫະລັດກຸ່ມນຶ່ງ ຂໍຮ້ອງໃຫ້ປະທາ ນາທິບໍດີ ບາຣັກ ໂອບາມາ ຮຽກຮ້ອງໃຫ້ປະທານປະເທດ ຈີນ ທ່ານຫູຈິນເທົາ ປ່ອຍພວກຄັດຄ້ານລັດຖະບານ ທີ່ສຳ ຄັນ 2 ຄົນ ອອກຈາກຄຸກ.

ສະມາຊິກສະພາຕໍ່າຈາກພັກເດໂມແຄຣັທແລະຣີພັບບລີກັນ 30 ຄົນ ໄດ້ຮ້ອງຂໍໃຫ້ປະທານາທິບໍດີໂອບາມາ ຊອກຫາ ຊ່ອງທາງເພື່ອໃຫ້ມີການປ່ອຍ ນາຍ Liu Xiaobo ຜູ້ສະ ໜັບສະໜູນຢ່າງ​ເປີດ​ເຜີຍ ໃຫ້ມີການປະຕິຮູບທາງດ້ານການ ເມືອງໃນຈີນ. ລາວໄດ້ຖືກຕັດສິນໂທດຈຳຄຸກ ເປັນເວລາ 11 ປີ ​ໃນ​ຂໍ້​ຫາຍຸແຍ່ ໃຫ້ມີການລົ້ມລ້າງ ອຳນາດຂອງລັດ.

ເປັນທີ່ເຊື່ອກັນວ່າ ນາຍ Liu ແມ່ນບຸກຄົນ ທີ່ໄດ້ຮັບການ ພິຈາລະນາແຖວໜ້າ ສຳລັບລາງວັນໂນແບລຂະແໜງສັນ ຕິພາບ ປີ 2010 ຊຶ່ງຈະມີການປະກາດໃຫ້ຊາບໃນວັນສຸກ ມື້ອື່ນນີ້. ໃນລະດູຮ້ອນປີກາຍ ຈີນໄດ້ເຕືອນເຈົ້າໜ້າທີ່ຮັບຜິດ ຊອບ ກ່ຽວກັບລາງວັນໂນແບລວ່າ ນາຍ Liu ບໍ່ແມ່ນບຸກຄົນປະເພດທີ່ສົມຄວນຈະໄດ້ຮັບ ການພິຈາລະນາ ເພື່ອໃຫ້ໄດ້ຮັບລາງວັນທີ່ ມີຊື່ສຽງໂດດເດັ່ນດັ່ງກ່າວ.

ນອກນັ້ນ ສະມາຊິກສະພາຕໍ່າສະຫະລັດ ຍັງໄດ້ຊອກຫາຊ່ອງທາງ ເພື່ອໃຫ້ມີການປ່ອຍນາຍ Gao Zhisheng ຊຶ່ງເປັນທະນາຍຄວາມທີ່ຄັ້ງນຶ່ງ ເຄີຍໄດ້ຮັບການຍົກຍ້ອງຈາກລັດຖະບານ ຈີນກ່ຽວກັບວຽກການທາງດ້ານກົດໝາຍຂອງລາວ ແຕ່ການຍົກຍ້ອງຂອງປັກກິ່ງ ໄດ້ໝົດລົງ ເວລາລາວເລີ້ມຕໍ່ສູ້ຄະດີ ໃຫ້ແກ່ພວກຊົນກຸ່ມນ້ອຍ ແລະພວກທີ່ຖືກປະຫັດປະຫານທາງ ສາສະໜາ.

XS
SM
MD
LG