ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຈີນ ຫາລືກ່ຽວກັບຄວາມສໍາພັນທາງດ້ານເສດຖະກິດ

ລັດຖະມົນຕີກະຊວງການຄ້າຂອງສະຫະລັດ ທ່ານນາງຈີນາ ຣາຍມອນໂດ, ຂວາ, ກ່າວປາໄສໃນລະຫວ່າງການປະຊຸມກັບຄູ່ຮ່ວມຕໍາແໜ່ງຂອງທ່ານນາງ ທ່ານຫວັງ ເຫວິນຕາວ, ຊ້າຍ, ຢູ່ທີ່ກະຊວງການຄ້າໃນນະຄອນຫຼວງປັກກິ່ງ, ວັນທີ 28 ສິງຫາ 2023.
ລັດຖະມົນຕີກະຊວງການຄ້າຂອງສະຫະລັດ ທ່ານນາງຈີນາ ຣາຍມອນໂດ, ຂວາ, ກ່າວປາໄສໃນລະຫວ່າງການປະຊຸມກັບຄູ່ຮ່ວມຕໍາແໜ່ງຂອງທ່ານນາງ ທ່ານຫວັງ ເຫວິນຕາວ, ຊ້າຍ, ຢູ່ທີ່ກະຊວງການຄ້າໃນນະຄອນຫຼວງປັກກິ່ງ, ວັນທີ 28 ສິງຫາ 2023.

ເຈົ້າໜ້າທີ່ຂອງສະຫະລັດ ແລະ ຈີນ ສະແດງຄວາມຫວັງ​ໄປ​ໃນ​ແງ່​ດີ​ຕໍ່ຄວາມສໍາພັນທາງ​ດ້ານເສດຖະກິດ ໃນຂະນະທີ່ລັດຖະມົນຕີກະຊວງການຄ້າ ຂອງສະຫະລັດ ທ່ານນາງຈີນາ ຣາຍມອນໂດ ພົບກັບບັນດາຜູ້ນໍາຂອງຈີນເປັນມື້ທີສອງໃນນະຄອນຫຼວງປັກກິ່ງ.

ນາຍົກລັດຖະມົນຕີຂອງຈີນ ທ່ານລີ ຈຽງ ກ່າວຕໍ່ ທ່ານນາງຣາຍມອນໂດ ວ່າ “ຄວາມສໍາພັນທາງດ້ານເສດຖະກິດທີ່​ດີແລະການ​ຮ່ວມ​ມື​ທາງ​ດ້ານຄ້າຂອງພວກເຮົາ ຈະບໍ່​ໃຫ້ຜົນປະໂຫຍດສໍາລັບສອງປະເທດຂອງພວກເຮົາເທົ່ານັ້ນ, ແຕ່ມັນມີ​ຜົນປະໂຫຍດຕໍ່​ທັງທົ່ວໂລກ.”

ທ່ານນາງຣາຍມອນໂດ ກ່າວວ່າ ສະຫະລັດ ພະຍາຍາມຮັກສາຄວາມສໍາພັນທາງດ້ານການຄ້າຂອງຕົນກັບຈີນ ແລະກໍຫວັງວ່າ ຄວາມສໍາພັນເຫຼົ່ານັ້ນ ຈະ “ສາມາດສະໜອງສະຖຽນລະພາບສໍາລັບມິດຕະພາບໂດຍລວມ.”

ລັດຖະມົນຕີກະຊວງການຄ້າສະຫະລັດ ທ່ານນາງຈີນາ ຣາຍມອນໂດ, ຂວາ, ກ່າວປາໄສໃນຫວ່າງການພົບປະກັບຄູ່ຮ່ວມຕໍາແໜ່ງຂອງທ່ານນາງ ທ່ານຫວັງ ເຫວິນຕາວ, ບໍ່ໄດ້ປາກົດໃນພາບ, ຢູ່ທີ່ກະຊວງການຄ້າໃນນະຄອນຫຼວງປັກກິ່ງ, ວັນທີ 28 ສິງຫາ 2023.

ທ່ານນາງຣາຍມອນໂດ ຍັງໄດ້ເນັ້ນຢໍ້າເຖິງຄວາມກັງວົນລະດັບໂລກ ເຊັ່ນວ່າ ການປ່ຽນແປງທາງດ້ານສະພາບອາກາດ ແລະບັນຫາການຕິດຢາເສບຕິດເຟັນ​ຕາ​ນິ​ລ, ໂດຍກ່າວວ່າ ສະຫະລັດຕ້ອງການທີ່ຈະດໍາເນີນງານ​ຮ່ວມກັບຈີນ “ໃນຖານະສອງປະເທດມະຫາອໍານາດໂລກ ເພື່ອປະຕິບັດໃນສິ່ງທີ່ຖືກຕ້ອງສໍາລັບມວນມະນຸດ.”

ທ່ານນາງກ່າວຕື່ມວ່າ “ທົ່ວໂລກ ກໍາລັງຄາດຫວັງນໍາພວກເຮົາ ສໍາລັບກ້າວເດີນໄປຂ້າງໜ້ານໍາກັນ ເພື່ອແກ້ໄຂບັນຫາຕ່າງໆເຫຼົ່ານີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG