ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະຈີນ ປະຊຸມ ລະດັບສູງ ທີ່ ກຸງວໍຊິງຕັນ (ວີດິໂອກ່ຽວຂ້ອງ)


ທ່ານ Yang Jiechi ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງຈີນ ​ນຶ່ງ​ຂອງຄະນະນໍາພາ​ຜູ້​ແທນ​ຈີນ ເຂົ້າຮ່ວມປະຊຸມ
ທ່ານ Yang Jiechi ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງຈີນ ​ນຶ່ງ​ຂອງຄະນະນໍາພາ​ຜູ້​ແທນ​ຈີນ ເຂົ້າຮ່ວມປະຊຸມ
ສະຫະລັດ​ແລະ​ຈີນ ​ໄດ້​ສົນທະນາຫາລື​ກັນ ກ່ຽວ​ກັບ​ຄວາມປອດ​
ໄພ​ທາງ​ອິນ​ເຕີ​ແນັດ ຊຶ່ງ​ເປັນ​ເລື່ອງ​ທີ່​ຫຼໍ່​ແຫຼມສຳຄັນ ​ໃນ​ການ​ເຈ
ລະຈາ​ມື້ທຳ​ອິດ​ຂອງ​ທັງ​ໝົດ 4 ​ວັນ​ ທີ່​ແນ​ໃສ່​ເພື່ອ​ເສີມ​ຂະຫຍາຍ​
ການ​ຮ່ວມ​ມື ລະຫວ່າງ​ປະ​ເທດ​ມະຫາ​ອໍານາດ​ທັງ​ສອງ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຍົກ​ເອົາ​ບັນຫາ
​ການ​ລັກລອບ​ເຈາະ​ຂໍ້​ມູນ​ຄອມ​ພິວ​ເຕີ້ທີ່​ພົວພັນດ້ານ​ເສດຖະກິດ
ຂຶ້ນມາ​ຫາລື​ກັນໃນ​ລ​ະຫວ່າງ​ການ​ປະຊຸມ​ກັນ​ທີ່ນະຄອນຫລວງ​
ວໍ​ຊິງ​ຕັນ​ໃນ​ວັນ​ຈັນ​ວານ​ນນີ້. ​ເຂົາ​ເຈົ້າ​ຍັງ​ກ່າວ​ວ່າ ທັງ​ສອງ​ຝ່າຍ​
ໄດ້​ສົນທະນາກັນ​ກ່ຽວ​ກັບ​ມາດຕະຖານ​ຂອງ​ນາໆ​ຊາດ​ໃນ​ການ
​ໃຊ້ອິນ​ເຕີ​ແນັດ.

ການ​ຂົ່ມຂູ່​ຕໍ່ຄວາມ​ປອດ​ໄພ​ທາງອິນ​ເຕີ​ແນັດ ​ໄດ້ກາຍມາ​ເປັນ
ເລື່ອງ​ທີ່​ສ້າງ​ຄວາມ ຂຸ້ນ​ຂ້ອງ​ໝອງ​ໃຈ​ອັນ​ສຳຄັນ ​ຕໍ່​ຄວາມ​ສຳພັນ
​ສອງ​ຝ່າຍ. ລັດຖະບານທ່ານໂອ​ບາ​ມາໄດ້​ກ່າວ​ຫາ​ຈີນ ພົວພັນ​
ກັບການ​ໂຈມ​ຕີ​ທາງອິນ​ເຕີ​ແນັດ​ໃນ​ຂອບ​ເຂດ​ທີ່​ກວ້າງ ຂວາງ ​
ເພື່ອ​ລັກລອບ​ເຈາະເອົາ​ຂໍ້​ມູນຄວາມ​ລັບ​ ຈາກ​ສະ​ຖາ​ບານ​ຕ່າງໆ​ຂອງລັດ ຖະບານສະຫະລັດ ​ແລະ​ທຸລະ​ກິດ​ ​ເພື່ອ​ຄວາມ​ໄດ້​ປຽບທາງ​ດ້ານ​ເສດຖະກິດ.

ບັນດາ​ເຈົ້າ​ໜ້າ​ທີ່​ຫວັງ​ວ່າ ຈະ​ທໍາຄວາມ​ກ້າວໜ້າ ກ່ອນ​ລັດຖະມົນຕີອະ​ວຸ​ໂສຂອງ ທັງ​ສອງ​ຝ່າຍ​ ຈະ​ປະຊຸມ​ປະ​ຈໍາປີ ກ່ຽວກັບ​ເລື່ອງ​ຄວາມ​ປອດໄພ​ແລະ​ເສດຖະກິດ ທີ່​ນະຄອນຫລວງ​ຂອງສະຫະລັດ ​ໃນ​ວັນ​ພຸດ ​ແລະ​ວັນ​ພະຫັດ ຈະ​ມາ​ເຖິງ​ນີ້.

ທ່ານ Yang Jiechi ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງຈີນ ຊຶ່ງ​ເປັນຄົນ​ນຶ່ງ​ໃນ​ຈຳນວນ​ສອງ ​ຄົນທີ່​ນໍາພາ​ຄະນະ​ຜູ້​ແທນ​ຈີນກ່າວ​ວ່າ ທ່ານຫວັງ​ວ່າ ການເຈລະຈາ​ກັນ​ໃນ​ຄັ້ງນີ້ ຈະສາມາດ​ພາ​ໃຫ້​ມີການ​ຮ່ວມ​ມືກັນ​ຫລາຍ​ຂື້ນ ລະຫວ່າງສະຫະລັດ ​ແລະ​ຈີນ.

ວີດິໂອ: ຊ່ຽວຊານວ່າ ຍັງຈະຕ້ອງຄົ້ນຄ້ວາຕື່ມອີກຢູ່ ຈຶ່ງຈະສາມາດປ້ອງກັນ ການເຈາະຈິ້ມເອົາຂໍ້ມູນທາງອິນເຕີແນັດໄດ້:

Experts Say More Research Needed to Foil Cyber Criminals
please wait

No media source currently available

0:00 0:02:38 0:00
ລິງໂດຍກົງ
XS
SM
MD
LG