ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Xi ສັນຍາວ່າ ຈະສືບຕໍ່ ເຮັດວຽກຮ່ວມ ກັບສະຫະລັດ (ວີດິໂອ)


ທ່ານ Jack Lew (ຊ້າຍ) ລັດຖະມົນຕີກະຊວງການເງິນສະຫະລັດ ໂອ້ລົມກັບທ່ານ Xi Jinping ປະທານປະເທດຈີນ ໃນໄລຍະທີ່ພວກທ່ານມີການພົບປະກັນຢູ່ທີ່
ຫໍສາລາປະຊາຊົນໃນກຸງປັກກິ່ງ ໃນວັນທີ 19 ມີນາ 2013.
ທ່ານ Jack Lew (ຊ້າຍ) ລັດຖະມົນຕີກະຊວງການເງິນສະຫະລັດ ໂອ້ລົມກັບທ່ານ Xi Jinping ປະທານປະເທດຈີນ ໃນໄລຍະທີ່ພວກທ່ານມີການພົບປະກັນຢູ່ທີ່ ຫໍສາລາປະຊາຊົນໃນກຸງປັກກິ່ງ ໃນວັນທີ 19 ມີນາ 2013.
ທ່ານ Xi Jinping ປະທານປະເທດຈີນ ໄດ້ໃຫ້ຄໍາໝັ້ນສັນຍາ
ວ່າ ຈະເຮັດວຽກຮ່ວມກັນກັບສະຫະລັດ ທັງໆທີ່ໃນຂະນະທີ່
ກຸງປັກກິ່ງຮັບຮູ້ໃນ ອັນທີ່ທ່ານເອີ້ນວ່າ ການມີຄວາມຄິດເຫັນ
ແຕກຕ່າງກັນ “ທີ່ຫລີກລ້ຽງບໍ່ໄດ້” ກັບກຸງວໍຊິງຕັນກໍຕາມ.

ທ່ານ Xi ໄດ້ໃຫ້ຄໍາເຫັນດັ່ງກ່າວໃນວັນອັງຄານມື້ນີ້ ໃນລະ
ຫວ່າງການພົບປະກັບລັດຖະມົນຕີກະຊວງການເງິນສະຫະ
ລັດ ທ່ານ Jack Lew ຢູ່ທີ່ຫໍສາລາປະຊາຊົນໃນກຸງປັກກິ່ງ ຊຶ່ງເປັນການພົບປະຄັ້ງທໍາອິດຂອງ ທ່ານນັບແຕ່ໄດ້ຂຶ້ນກໍາ
ຕໍາແໜ່ງເປັນປະທານປະເທດຈີນໃນອາທິດແລ້ວນີ້.
ສຽງ
ທ່ານ Xi ກ່າວວ່າ:
“ໃນສາຍພົວພັນລະຫວ່າງຈີນແລະສະຫະລັດ ພວກເຮົາມີຜົນປະໂຫຍດຮ່ວມ
ກັນຢ່າງຫລວງຫລາຍ. ແຕ່ວ່າ ແນ່ນອນ ພວກເຮົາກໍມີຄວາມຄິດເຫັນແຕກ
ຕ່າງບາງຢ່າງແບບຫລີກລ້ຽງບໍ່ໄດ້. ແຕ່ເຖິງແນວໃດກໍຕາມ ຕາບໃດທີ່ພວກ
ເຮົາຕ່າງກໍເອົາແນວທາງ ແລະປະຕິບັດຕໍ່ສາຍພົວພັນ ອັນນີ້ ຈາກມູມມອງ
ທີ່ມີລັກສະນະຍຸດທະສາດ ແລະໄລຍະຍາວແລ້ວ ຂ້າພະເຈົ້າກໍເຊື່ອວ່າພວກ
ເຮົາຈະສາມາດຮັກສາສາຍພົວພັນ ຕາມທິດທາງທີ່ໄດ້ຕັ້ງໄວ້ ສະເໝີ.”


ພ້ອມດຽວກັນນີ້ ທ່ານ Lew ກໍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງສາຍພົວພັນລະຫວ່າງ
ຈີນ ແລະສະຫະລັດເຊັ່ນກັນ ໂດຍໄດ້ກ່າວຕໍ່ທ່ານ Xi ວ່າ ສອງປະເທດທີ່ມີເສດຖະກິດ
ໃຫຍ່ທີ່ສຸດຂອງໂລກດັ່ງກ່າວມີ “ຄວາມຮັບຜິດຊອບພິເສດໃນການຮັກສາໃຫ້
ເສດຖະກິດມີການເຕີບໂຕຢ່າງເຂັ້ມແຂງ, ໝັ້ນຄົງ ແລະຍືນຍົງຢູ່ໃນໂລກ.”


ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG