ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະຈີນ ຍັງ​ຢືນ​ຢັດ ເຖິງແມ່ນ​ຕ່າງ​​ກໍ​ມີ​ຄວາມ​ຫວັງ ໃນ​ຄວາມ​ສຳ​ພັນ​ທີ່​ດີ​ຂຶ້ນ


US Officials Work to Keep China Dialogue Open
please wait

No media source currently available

0:00 0:03:31 0:00

ລາຍງານ: ເຈົ້າໜ້າທີ່ຂອງສະຫະລັດ ດໍາເນີນການ ເພື່ອໃຫ້ມີການສົນທະນາກັບ ຈີນ.

ຄວາມເຄັ່ງຕຶງທີ່ເກີດຂຶ້ນ ລະຫວ່າງສະຫະລັດ ແລະ ຈີນ ເບິ່ງຄືວ່າບໍ່ມີທ່າທີ່ທີຈະຫຼຸດຜ່ອນລົງ ເຖິງແມ່ນຈະມີການເຄື່ອນໄຫວທາງການທູດ​ຢ່າງ​ຂຸ້ນ​ຂ້ຽວເມື່ອ
ໄວໆມານີ້ ກ່ອນການເດີນທາງໄປເຂດອິນໂດ-ປາຊີຟິກ ຂອງເຈົ້າໜ້າທີ່ລະດັບສູງຂອງສະຫະລັດກໍຕາມ.

ໃນບໍ່ເທົ່າໃດມື້ທີ່ຜ່ານມາ, ເຈົ້າໜ້າທີ່ຈາກທັງສອງປະເທດ ໄດ້ມີການໂອ້ລົມ​ກັນ​ຢ່າງ​ເປັນ​ການເປີດເຜີຍ ເພື່ອສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ໃນຂະນະທີ່ ກ່າວ​ເຖິງ​ຄວາມຜິດຫວັງ ​ໃນ​ການ​ບໍ່​ມີ​ຄວາມ​ກ້າວ​ໜ້າ​ກ່ຽວ​ກັບ​ການໂອ້ລົມຕ່າງໆ.

“ການຂັດຂວາງໃນປັດຈຸບັນນີ້ຄືຄວາມຈິງ, ແລະເປັນການຂັດຂວາງທີ່ເຂັ້ມແຂງ,” ທ່ານອີຣູ ເຣັຕເນີ້ (Elu Rather) ລັດຖະມົນຕີຊ່ວຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ທີ່​ຮັບ​ຜິດ​ຊອບ ກິດຈະການປ້ອງກັນຄວາມໝັ້ນຄົງຂອງສະຫະລັດປະຈໍາຂົງເຂດ ອິນໂດ-ປາຊີຟິກ, ບອກກັບສະມາຊິກສະພາໃນວັນພະຫັດວານນີ້ ໃນລະຫວ່າງຮັບຟັງຄຳ​ໃຫ້​ການ ທີ່ແນໃສ່ນະໂຍບາຍກ່ຽວກັບຈີນ ຂອງວໍຊິງຕັນ.

“ກະຊວງ ກໍາລັງສ້າງປະຫວັດສາດ ໂດຍການສ້າງຄວາມກ້າວໜ້າ ໄປສູ່ທ່າທີຂອງກອງກໍາລັງໃນລະດັບພູມິພາກ ທີ່ເຄື່ອນໄຫວງ່າຍຂຶ້ນ, ແຜ່ຂະຫຍາຍ, ປັບໂຕໄດ້ ແລະທໍາລາຍໄດ້ຫຼາຍຂຶ້ນ,” ທ່ານເຣັຕເນີ້ ກ່າວ. “ພວກເຮົາມີກອງກໍາລັງສະຫະລັດທີ່ມີຄວາມສາມາດຫຼວງຫຼາຍ, ການແຜ່ຂະຫຍາຍກໍາລັງໄປທົ່ວພູມິພາກ ແລະມີຄວາມສາມັກຄີກັບບັນດາປະເທດພັນທະມິດ ແລະບັນດາປະເທດພາຄີຂອງພວກເຮົາ.”

ໂດຍການຢືນຄຽງຂ້າງກັບທ່ານເຣັຕເນີ້, ທ່ານເດນຽລ ຄຣິດເຕິນບຣິງ ເຊິ່ງເປັນ ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະ​ຊວງການຕ່າງປະເທດ ​ຮັບ​ຜິດ​ຊອບກິດຈະການຢູ່ໃນຂົງເຂດເອເຊຍຕາເວັນອອກ ແລະມະຫາສະໝຸດປາຊີຟິກ ບອກກັບບັນດາສະມາຊິກສະພາວ່າ ກໍາລັງດໍາເນີນງານ ໃນຄວາມພະຍາຍາມຕ່າງໆເຫຼົ່ານັ້ນ ເພື່ອໃຫ້ໝັ້ນໃຈວ່າ ການແຂ່ງຂັນລະຫວ່າງວໍຊິງຕັນ ແລະ ປັກກິ່ງ ຈະບໍ່ຟົດເດືອດຈົນກາຍ​ເປັນ​ບັນ​ຫາຂັດແຍ້ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG