ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໗ ມີນາ ໒໐໒໓

ລມຕ ປ້ອງກັນປະເທດ ສຫລ ແລະຈີນ ພົບປະກັນ ທີ່ ກຸງວໍຊິງຕັນ


ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Chuck Hagel ແລະ ນາຍພົນ Chang Wanquan ພົບປະກັນ ທີ່ກຸງວໍຊິງຕັນ
ລັດຖະມົນຕີປ້ອງ​ກັນ​ປະ​ເທດ​ສະຫະລັດ ​ແລະ​ຈີນ ​ໄດ້​ພົບ​ປະກັນ
ທີ່​ກຸງ​ວໍ​ຊິງ​ຕັນ​ໃນ​ວັນ​ຈັນ​ວານ​ນີ້ ຊຶ່ງ​ທັງ​ສອງທ່ານ​ຕ່າງ​ກໍໃຫ້​ຄໍາ
​ໝັ້ນ​ສັນ​ຍາ ທີ່​ຈະ​ເສີມ​ຂະຫຍາຍ​ການຮ່ວມ​ມື​ທາງ​ດ້ານ​ທະຫານ
​ໃຫ້​ແໜ້ນ​ແຟ້ນຂຶ້ນ ລ​ະຫວ່າງມະຫາ​ອໍານາດ​ທັງ​ສອງ.

ລັດຖະມົນ​ຕີປ້ອງ​ກັນ​ປະ​ເທດສະຫະລັດທ່ານ Chuck Hagel
ກ່າວ​ວ່າ ວໍ​ຊິງຕັນ ​ມີ​ຄວາມ​ໝາຍ​ໝັ້ນ​ ຕໍ່​ການ​ “ມີ​ຄວາມ​ສຳພັນ
ໃນ​ທາງ​ບວກແລະ​ສ້າງສັນ” ​ກັບຈີນ ແລະ​ການ​ຕິດຕໍ່​ລະຫວ່າງ
ກອງທັບ​ກັບ​ກອງທັບຂອງປະ​ເທດ​ທັງ​ສອງ ​ແມ່ນ​ໄດ້​ມີບົດບາດ
​ອັນ​ສໍາຄັນ.

ທ່ານ​ Hagel ກ່າວ​ວ່າ “ຄວາມ​ສຳພັນ​ລະຫວ່າງ​ກອງ​ທັບ​ກັບກອງທັບແບບ​ຍືນ​ຍົງ ​ແລະ​ມີ​ແກ່ນສານ ​ເປັນ​ພື້ນຖານ​ທີ່​ສໍາຄັນ​ອັນນຶ່ງ​ຕໍ່​ການມີ​ຄວາມ​ສຳພັນ​ສອງ​ຝ່າຍ​ທີ່​ເຂັ້ມ​ແຂງ​.

ຄູ່​ຕໍາ​ແໜ່​ງຂອງທ່ານ Hagel ນາຍ​ພົນ Chang Wanquan ກ່າວ​ວ່າ ປັກ​ກິ່ງ​ຕ້ອງການ ທີ່​ຈະ​ດຳ​ເນີນ​ງານກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດກັບ​ສະຫະລັດ ​ເພື່ອ “ຍົກ​ລະດັບ ​ໃຫ້​ສູງຂື້ນ ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ.” ​ແຕ່ທ່ານ​ກໍກ່າວ​ວ່າ ຈະ​ຕ້ອງບໍ່​ເປັນ “ຄວາມສໍາພັນທີ່​ຄອບ​ງຳ​ໂດຍ​ຝ່າຍ​ໃດຝ່າຍ​ນຶ່ງ.”

ທ່ານ Chang ກ່າວ​ວ່າ ຄວາມ​ສຳພັນ​ລະຫວ່າງກອງທັບສະຫະລັດກັບຈີນ ຄວນຈະ​ອີງ​ໃສ່​ຄວາມໄວ້​ເນື້ອ​ເຊື່ອ​ໃຈຊຶ່ງ​ກັນ​ແລະ​ກັນ “ບໍ່​ແມ່ນຄວາມສໍາພັນໃນ​ຄວາມສົງ​ໄສ​ກັນ​.” ທັງ​ທ່ານ Hagel ​ແລະທ່ານ Chang ກ່າວ​ວ່າ ກໍາລັງ​ທະຫານ​ໃນ​ປະ​ເທດທັງ​ສອງ ຈະ ​ເພີ້​ມການ​ຊ້ອມ​ລົບ​ຮ່ວມ​ກັນ ຮວມ​ທັງ​ການເຝິກ​ຊ້ອມທາງ​ທະ​ເລ ​ໃນ​ບໍ່​ຊ້າ​ນີ້ ​ຢູ່​ທີ່​ອ່າວ Aden.

ການ​ພົບ​ປະຂອງທ່ານ Hagel ກັບທ່ານ Chang ​ເປັນ​ພາກ​ສ່ວນນຶ່ງໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງສະຫະລັດ ທີ່​ຈະ​ເພັ່ງ​ເລັງ​ຄວາມ​ສຳຄັນ​ຂອງ​ຕົນ ຫຼາຍຂຶ້ນ​ໄປ​ຍັງ​ເຂດ​ເອ​ເຊຍ ເຖິງ​ແມ່ນ ໃນ​ຂະນະ​ທີ່ກໍາລັງ​ມີບັນຫາ​ຂັດແຍ້​ງກັນ ​ແລະຄວາມ​ບໍ່​ແນ່ນອນ
ຢູ່​ໃນພາກ​ຕາ​ເວັນ​ອອກ​ກາງຄອບ​ງຳ​ຫົວ​ຂໍ້​ຂ່າວ​ຂອງ​ໂລກ ກໍຕາມ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG