ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ຫົ​ວ​ໜ​້າກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ແລະ ຈີນ ຈັດ​ການ​ເຈ​ລະ​ຈາ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​ປີ 2022


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໃຫ້​ການ​ຕໍ່​ຫໍ​ລັດ​ຖະ​ສະ​ພາ, 9 ເມ​ສາ 2024.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໃຫ້​ການ​ຕໍ່​ຫໍ​ລັດ​ຖະ​ສະ​ພາ, 9 ເມ​ສາ 2024.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ ໄດ້​ລົມ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ຂອງ​ທ່ານ​ຈາກ ຈີນ ໃນ​ວັນ​ອັງ​ຄານ​ວານນີ້, ເຊິ່ງ​ແມ່ນ​ການ​ສົນ​ທະ​ນາ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ຫົວ​ໜ້າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ຂອງທັງ​ສອງ​ປະເທດ ​ດັ່ງ​ກ່າວ​ ໃນ​ຮອບ​ເກືອບ 17 ເດືອນ

ທຳ​ນຽບ​ຫ້າ​ແຈ​ໄດ້​ກ່າວ​ວ່າ ທ່ານ ອອ​ສ​ຕິນ ແລະ ພົນ​ເຮືອ​ເອກ ຈີນ ດອງ ຈຸນ ໄດ້​ປຶກ​ສາ​ຫາ ກ່ຽວ​ກັບ “ສາຍ​ພົວ​ພັນ​ການ​ປ້ອ​ງ​ກັນ​ປະ​ເທດ ແລະ ບັນ​ຫາ​ດ້ານ​ຄວາມ​ໝັ້ນ​ຄົງຕ່າງໆ​ໃນ​ໂລກ ຈາກ​ສົງ​ຄາມ​ທີ່ບໍ່​ໄດ້​ຖືກ​ຍຸ​ແຍ່​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ເຖິງ​ການ​ຍຸ​ແຍ່​ເມື່ອບໍ່​ດົນ​ມານີ້​ຈາກ ເກົາຫຼີ​ເໜືອ. ຖະ​ແຫຼງ​ຂ່າວ​ສະ​ບັບ​ນຶ່ງ​ຂອງທຳ​ນຽບ​ຫ້າ​ແຈ ໄດ້​ກ່າວ​ວ່າ ທ່ານ ອອ​ສ​ຕິນ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງ “ຄວາມ​ເຄົາ​ລົບ​ສຳ​ລັບ​ເສ​ລີ​ພາບ​ໃນ​ການ​ເດີນ​ເຮືອ​ໃນ​ມະ​ຫາ​ສະ​ໝຸ​ດທີ່​ເປີດກວ້າງ ດັ່ງ​ທີ່​ຖືກ​ຮັບ​ປະ​ກັນ​ພາຍ​ໃຕ້​ກົດ​ໝາຍ​ສາ​ກົນ, ໂດຍ​ສະ​ເພາະ​ໃນ​ທະ​ເລ​ຈີນ​ໃຕ້.”

ປັກ​ກິ່ງ ໄດ້​ຢືນ​ຢັດ​ຄວາມ​ປາ​ຖະ​ໜາ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຄວບ​ຄຸມ​ການ​ເຂົ້າ​ຫາ​ທະ​ເລ​ຈີນ​ໃຕ້ ແລະ ນຳ​ເອົາ ໄຕ້​ຫວັນ ມາ​ຢູ່​ໃນ​ການ​ຄວບ​ຄຸມ​ຂອງ​ຕົນ, ໂດຍ​ໃຊ້​ກຳ​ລັງ​ຖ້າ​ມີ​ຄວາມ​ຈຳ​ເປັນ. ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ກ່າວ​ວ່າ ກອງ​ກຳ​ລັງ ສະ​ຫະ​ລັດ ຈະ​ປ້ອງ​ກັນ​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ​ແບບ​ປະ​ຊາ​ທິ​ປະ​ໄຕ​ຈາກ​ການ​ໂຈມ​ຕີ.

ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ ໄດ້​ກ່າວ​ວ່າ ບັນ​ຫາ ໄຕ້​ຫວັນ ແມ່ນ “ແກນ​ກາງ​ຂອງ​ຜົນ​ປະ​ໂຫຍດຫຼັກ​ຂອງ​ ຈີນ.”

ທ່ານ ດອງ ໄດ້​ກ່າວ​ວ່າ “ຝ່າຍ ສະ​ຫະ​ລັດ ຄວນ​ຮັບ​ຮູ້​ການ​ຢືນ​ຢັດ​ທີ່​ໜັກ​ແໜ້ນ​ຂອງ ຈີນ, ເຄົາ​ລົບ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ຈີນ ແລະ ສິດ​ທິ​ທາງ​ເລ ແລະ ຜົນ​ປະ​ໂຫຍດ​ໃນ​ທະ​ເລ​ຈີນ​ໃຕ້ ແລະ ດຳ​ເນີນ​ການ​ທີ່​ມີ​ປະ​ໂຫຍດ​ເພື່ອ​ປ້ອງ​ກັນ​ສັນ​ຕິ​ພາບ​ໃນ​ພາກ​ພື້ນ,” ອີງ​ຕາມ​ຖະ​ແຫຼງ​ການ.

ທ່ານ ດອງ ຍັງ​ໄດ້​ກ່າວ​ວ່າ​ທັງ​ສອງ​ປະ​ເທດ​ຄວນ​ເຮັດ​ວຽກຮ່ວມກັນ​ເພື່ອ​ສ້າງ​ຄວາມ​ເຊື່ອ​ຖື​ເຊິ່ງ​ກັນ​ລະ​ກັນ.

ຄວາມ​ເຄັ່ງ​ຕຶງ​ແມ່ນ​ໄດ້​ທະ​ວີ​ຂຶ້ນ​ລະ​ຫວ່າງ ຈີນ ແລະ ຟີ​ລິບ​ປິນ ທີ່​ເປັນ​ພັນ​ທະ​ມິດ​ຂອງ ສະ​ຫະ​ລັດ ໃນ​ທ​ະ​ເລ​ຈີນ​ໃຕ້ ​ເຊັ່ນ​ກັນ, ດ້ວຍ​ເຈົ້າ​ໜ້າ​ທີ່​ຍາມ​ຝັ່ງຂອງ ຈີນ ໄດ້​ໃຊ້​ທໍ່​ສີດ​ນ້ຳ​ເພື່​ອ​ຂົ່ມ​ຂູ່​ກຳ​ປັ່ນ​ຫາ​ປາ​ຂອງ ຟີ​ລິບ​ປິນ ໃນ​ເດືອນນີ້. ຈີນ ຍັງ​ໄດ້​ໃຊ້​ກົນ​ລະ​ຍຸດ​ການ​ຕຳ ແລະ ກະ​ແທກ​ໃສ່, ຕັ້ງ​ສິ່ງ​ກີດ​ຂວາງ​ໃຕ້​ທະ​ເລ ແລະ ແສງ​ເລ​ເຊີ​ລະ​ດັບ​ທະ​ຫານ​ເພື່ອ​ຢຸດ​ພາ​ລະ​ກິດ​ການ​ຕື່ມ​ສຳ​ພາ​ລະ ແລະ ການລາດ​ຕະ​ເວນ​ຂອງ ຟີ​ລິບ​ປິນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG