ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຈີນເຕືອນສະຫະລັດ ກ່ຽວກັບອົງດາໄລລາມະ


ພິທີໂຮມຊຸມນຸມສະແດງຄວາມຊົມເຊີຍ ເນື່ອງໃນວັນສະຫຼອງ ຄ້າຍວັນປະສູດຂອງອົງດາໄລລາມະ ທີ່ກຸງວໍຊິງຕັນ (6 ກໍລະກົດ 2011)
ພິທີໂຮມຊຸມນຸມສະແດງຄວາມຊົມເຊີຍ ເນື່ອງໃນວັນສະຫຼອງ ຄ້າຍວັນປະສູດຂອງອົງດາໄລລາມະ ທີ່ກຸງວໍຊິງຕັນ (6 ກໍລະກົດ 2011)

ຈີນເຕືອນສະຫະລັດວ່າ ບໍ່ໃຫ້ທຳການພົບປະຢ່າງເປັນທາງການໃດໆກັບອົງດາ ໄລລາມະ
ທີ່ພວມຢູ່ໃນລະຫວ່າງການປະພາດກຸງວໍຊິງຕັນອັນເປັນພາກສ່ວນນຶ່ງຂອງພິທີສວດມົນພາ
ວະ ນາແລະສະມາທິເປັນເວລາ 11 ມື້ນັ້ນ.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ກ່າວໃນວັນພະຫັດມື້ນີ້ວ່າຈີນແມ່ນ
ຄັດຄ້ານຕໍ່ລັດຖະບານຂອງປະເທດໃດກໍຕາມ ທີ່ຊຸກຍູ້ກິດຈະກຳຕ່າງໆແນໃສ່ເພື່ອແບ່ງແຍກ
ມາຕຸພູມຂອງຈີນ. ຈີນໄດ້ກ່າວຫາອົງດາໄລລາມະວ່າ ໃຫ້ການສະໜັບສະໜຸນ ຕໍ່ການແຍກ
ທິເບດອອກຈາກຈີນ.

ອົງດາໄລລະມະ ຜູ້ນຳທາງດ້ານຈິດໃຈຂອງຊາວທິເບດກ່າວໃນພິທີສະເຫຼີມສະຫຼອງວັນຄ້າຍ
ວັນປະສູດຄົບຮອບ 76 ພັນສາໃນມື້ວັນພຸດວານນີ້ວ່າ ພະອົງຊົງຮູ້ສຶກພາກພູມພະໄທທີ່ສາ
ມາດນຳເອົາຄວາມເຊື່ອຖືຂອງພະອົງມາປະຕິບັດໃນການແຍກລະຫວ່າງສາສະໜາແລະການ
ເມືອງ. ໃນເດືອນມີນາປີນີ້ ພະອົງໄດ້ຊົງລົງຈາກຕຳແໜ່ງ ຜູ້ນຳທາງການເມືອງຂອງລັດຖະ
ບານພັດຖິ່ນທິເບດ ທີ່ມີສຳນັກງານຢູ່ໃນປະເທດອິນເດຍ.

ກະຊວງການຕ່າງປະເທດສະຫະລັດກ່າວວ່າ ຕົນໄດ້ພົບປະກັບອົງດາໄລລາມະໃນມື້ວັນອັງ
ຄານຜ່ານມາ ເພື່ອປຶກສາຫາລືກ່ຽວກັບການໃຫ້ຄວາມສະໜັບສະໜຸນຂອງສະຫະລັດ ຕໍ່ທິ
ເບດ. ນອກນັ້ນ ອົງດາໄລລາມະຍັງຊົງມີໝາຍກຳນົດການ ທີ່ຈະພົບປະກັບລະດັບສູງ ກັບ
ພວກນັກການເມືອງອະເມຣິກັນໃນລະຫວ່າງການຢ້ຽມຢາມຂອງພະອົງ.

XS
SM
MD
LG