ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ເລື່ອນເວລາ ລົງຄະແນນສຽງ ກ່ຽວກັບ ຮ່າງກົດໝາຍ ວ່າດ້ວຍເງິນຕາຈີນ (ເບິ່ງວີດີໂອ)


ການປະຊຸມ ຂອງສະພາສູງສະຫະລັດ
ການປະຊຸມ ຂອງສະພາສູງສະຫະລັດ

ສະພາສູງຂອງສະຫະລັດໄດ້ເລື່ອນເວລາ ໃນການລົງຄະແນນສຽງຂັ້ນສຸດທ້າຍກ່ຽວກັບຮ່າງ
ກົດໝາຍທີ່ແນໃສ່ເພື່ອຕອບໂຕ້ ຕໍ່ການຄວບຄຸມເງິນຕາຂອງຈີນ ຕາມທີ່ໄດ້ມີການກ່າວຫາ
ກັນນັ້ນ.

ເວລານີ້ມີທ່າທາງວ່າ ການລົງຄະແນນສຽງ ກ່ຽວກັບຮ່າງກົດໝາຍດັ່ງກ່າວ ແມ່ນກຳນົດໃສ່
ວັນອັງຄານຈະມາ ແລະຄາດວ່າຈະມີການຮັບຮອງເອົາໂດຍໄດ້ຮັບການສະໜັບສະໜຸນຈາກ ທັງສອງພັກການເມືອງຂອງສະຫະລັດ.

ແຕ່ແນວໃດກໍຕາມຮ່າງກົດໝາຍສະບັບນີ້ແມ່ນປະເຊີນກັບການຄັດຄ້ານຢ່າງແຂງຂັນຢູ່ໃນ
ສະພາຕໍ່າຂອງສະຫະລັດ ບ່ອນທີ່ພັກຣີພັບບລີກັນກຳສຽງສ່ວນຫຼາຍນັ້ນ.

ໃນຕອນເຊົ້າຂອງວັນພະຫັດວານນີ້ ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາໄດ້
ກ່າວເຖິງຮ່າງກົດໝາຍດັ່ງກ່າວ ໂດຍເວົ້າວ່າຈີນໄດ້ຫຼິ້ນເກມກັບລະບົບການຄ້ານາໆຊາດ
ດ້ວຍການແຊກແຊງເຂົ້າ ໃນຕະຫຼາດການຄ້າເງິນຕາຕ່າງປະເທດ ເພື່ອເຮັດໃຫ້ຄ່າເງິນຕາ
ຂອງຕົນຖືກລົງ. ແຕ່ປະທານາທິບໍດີສະຫະລັດກ່າວວ່າ ທ່ານມີຄວາມວິຕົກກັງວົນຢ້ານວ່າ ຮ່າງກົດໝາຍສະບັບນີ້ອາດຈະລ່ວງລະເມີດຕໍ່ພັນທະທາງດ້ານສົນທິສັນຍາຂອງສະຫະລັດ ຫຼືກໍ່ໃຫ້ເກີດການຕອບໂຕ້ຈາກຈີນ ໂດຍປາດສະຈາກການແກ້ໄຂບັນຫາໃດໆ ທາງດ້ານ
ເງິນຕານັ້ນ.

ທ່ານໂອບາມາເວົ້າວ່າ ການກະທຳຂອງຈີນໄດ້ສ້າງຄວາມເສຍຫາຍໃຫ້ແກ່ບັນດາບໍລິສັດ
ຂອງສະຫະລັດ ໂດຍເຮັດໃຫ້ສິນຄ້າຂອງບໍລິສັດເຫຼົ່ານີ້ ມີລາຄາແພງຂຶ້ນຢູ່ໃນປະເທດຈີນ ແລະອຳນວຍໃຫ້ສິນຄ້າທີ່ຈີນຜະລິດໄດ້ປຽບໃນດ້ານລາຄາຢູ່ໃນສະຫະລັດ.

ທ່ານໂອບາມາກ່າວວ່າ ລັດຖະບານຂອງທ່ານໄດ້ທຳການຕໍ່ສູ້ຢ່າງຂຸ້ນຂ້ຽວສຳລັບການສົ່ງ
ອອກສິນຄ້າຂອງສະຫະລັດ.

ເບິ່ງວີດີໂອທ່ານໂອບາຖະແຫຼງກ່ຽວກັບເລື່ອງເສດຖະກິດ ຮວມທັງການຄວບຄຸມ
ເງິນຕາຂອງຈີນ

XS
SM
MD
LG