ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສຫລ ເລື່ອນເວລາອອກລາຍງານ


ເງິນໂດລາຂອງສະຫະລັດ ແລະເງິນຢວນຂອງຈີນ
ເງິນໂດລາຂອງສະຫະລັດ ແລະເງິນຢວນຂອງຈີນ

ກະຊວງການເງິນຂອງສະຫະລັດກ່າວວ່າ ຕົນໄດ້ເລື່ອນ
ເວລາໃນການນຳອອກເຜີຍແຜ່ ລາຍງານກ່ຽວກັບການ
ປະຕິບັດ ເລື່ອງເງິນຕາຂອງຈີນ ແລະປະເທດຄູ່ການຄ້າ ອື່ນໆ.

ຖະແຫຼງຂ່າວສະບັບນຶ່ງ ຂອງກະຊວງການເງິນສະຫະລັດ ໃນມື້ວານນີ້ເວົ້າວ່າ ລາຍງານດັ່ງກ່າວ ຈະບໍ່ຖືກນຳອອກ ເຜີຍແຜ່ເທື່ອ ຈົນກວ່າພວກຜູ້ນຳຂອງປະເທດ ລັດຖະມົນ ຕີການເງິນ ແລະຫົວໜ້າທະນາຄານກາງ ຂອງກຸ່ມຈີ 20 ແລະເຂດເອເຊຍປາຊີຟິກ ພົບປະກັນໃນສອງສາມອາທິດ ຂ້າງໜ້າ.

ເປັນທີ່ຄາດກັນວ່າ ສະຫະລັດຈະຕັດສິນໃຈກ່ຽວກັບວ່າ ຈະ
ລະບຸຊື່ຈີນຢ່າງເປັນທາງການຫຼືບໍ່ ວ່າເປັນຜູ້ຄວບຄຸມເງິນຕາ
ນັ້ນ ຢູ່ໃນລາຍງານທີ່ມີການບັງຄັບ ໂດຍລັດຖະສະພາປີນຶ່ງ
2 ຄັ້ງ ກ່ຽວກັບເລື່ອງເງິນຕາຂອງໂລກ ທີ່ມີກຳນົດນຳອອກເຜີຍແຜ່ ໃນມື້ວັນສຸກວານນີ້.

ສະມາຊິກລັດຖະສະພາແລະທຸລະກິດຂອງສະຫະລັດໄດ້ກ່າວຫາຈີນວ່າ ຮັກສາຄ່າເງິນຢວນ ຊຶ່ງເປັນເງິນຕາຂອງຈີນນັ້ນ ຕໍ່າກວ່າສະພາບຄວາມເປັນຈິງ ເພື່ອໃຫ້ສິນຄ້າທີ່ຈີນຜະລິດໄດ້ ປຽບໃນເລື່ອງລາຄາ ຢູ່ໃນຕະຫຼາດໂລກ.

ໃນມື້ວານນີ້ໂຄສົກກະຊວງການຄ້າຂອງຈີນ ທ່ານ Yao Jian ກ່າວວ່າ ມັນບໍ່ຍຸດຕິທຳທີ່ ສະຫະລັດຈະຕຳໜິຕິຕຽນອັດຕາຄ່າແລກປ່ຽນຂອງເງິນຢວນ ໂດຍພຽງແຕ່ຊີ້ໃຫ້ເຫັນການໄດ້ ປຽບໃນດຸນການຄ້າ ຂອງຈີນທໍ່ນັ້ນ.

XS
SM
MD
LG