ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຂັດແຍ້ງເງິນຕາ ລະຫວ່າງຈີນ ກັບ ສຫລ


ແມ່ຄ້າຈີນຄົນນຶ່ງ ທີ່ຂາຍເຄື່ອງຢູ່ແຄມທາງ ໃນຄຸ້ມ Hutong ໃນນະຄອນຫຼວງປັກກິ່ງ ຖືເງິນຢວນໃນມືຫຼາຍໆໃບ
ແມ່ຄ້າຈີນຄົນນຶ່ງ ທີ່ຂາຍເຄື່ອງຢູ່ແຄມທາງ ໃນຄຸ້ມ Hutong ໃນນະຄອນຫຼວງປັກກິ່ງ ຖືເງິນຢວນໃນມືຫຼາຍໆໃບ

ເຈົ້າໜ້າທີ່ຈີນກ່າວວ່າ ສະຫະລັດບໍ່ຄວນທີ່ຈະເຮັດໃຫ້ເງິນ ຢວນ ຊຶ່ງເປັນເງິນຕາຂອງຈີນນັ້ນ ເປັນແພະຮັບບາບຫຼື ຜູ້ຮັບຄວາມຜິດແທນ ສຳລັບບັນຫາພາຍໃນປະເທດຂອງ ສະຫະລັດ.

ໃນການຖະແຫຼງ ບໍ່ເທົ່າໃດຊົ່ວໂມງກ່ອນທີ່ສະຫະລັດຕັດ ສິນໃຈກ່ຽວກັບວ່າ ຈະລະບຸຊື່ຈີນ ຢ່າງເປັນທາງການວ່າ ເປັນຜູ້ຄວບຄຸມເງິນຕາ ຫຼືບໍ່ນັ້ນ ໂຄສົກກະຊວງການຄ້າ
ຂອງຈີນທ່ານ Yao Jian ກ່າວໃນວັນສຸກມື້ນີ້ວ່າ ມັນ
ເປັນການບໍ່ຍຸດຕິທຳ ທີ່ຈະຕິຕຽນອັດຕາຄ່າແລກປ່ຽນ
ຂອງເງິນຢວນ ໂດຍພຽງແຕ່ຊີ້ໃຫ້ເຫັນ ການໄດ້ປຽບໃນ
ດຸນການຄ້າ ຂອງຈີນທໍ່ນັ້ນ.

ໃນເດືອນກັນຍາຜ່ານມານີ້ຈີນລາຍງານວ່າ ຕົນໄດ້ປຽບ
ດຸນການຄ້າ 16,900 ລ້ານໂດລາ. ຈຳນວນດັ່ງກ່າວນີ້
ແມ່ນໜ້ອຍກວ່າ 20,000 ລ້ານໂດລາ ທີ່ຈີນໄດ້ປຽບໃນ
ເດືອນສິງຫາ ແຕ່ກໍຫຼາຍພໍ ທີ່ພາໃຫ້ມີການຮຽກຮ້ອງຄັ້ງໃໝ່ ໃຫ້ຈີນທີ່ມີເສດຖະກິດໃຫຍ່
ເປັນອັນດັບ 2 ຂອງໂລກນັ້ນ ປ່ອຍໃຫ້ເງິນຕາຂອງຕົນ ມີການຄ້າຂາຍຢ່າງເສລີຫຼາຍຂຶ້ນ
ຢູ່ໃນຕະຫລາດການເງິນຂອງໂລກ.

ໃນວັນສຸກມື້ນີ້ ເປັນທີ່ຄາດກັນວ່າ ກະຊວງການເງິນຂອງສະຫະລັດ ຈະນຳເຜີຍແຜ່ລາຍ
ງານ ທີ່ອອກສອງຄັ້ງຕໍ່ປີຂອງຕົນ ກ່ຽວກັບການປະຕິບັດໃນເລື່ອງເງິນຕາຂອງຈີນ ແລະ
ປະເທດ ອື່ນໆ.

ສະມາຊິກລັດຖະສະພາແລະທຸລະກິດຂອງສະຫະລັດ ໄດ້ກ່າວຫາປັກກິ່ງວ່າ ຮັກສາຄ່າເງິນ
ຢວນໃຫ້ຕໍ່າກວ່າສະພາບຄວາມເປັນຈິງ ເພື່ອໃຫ້ສິນຄ້າທີ່ຈີນຜະລິດໄດ້ປຽບໃນເລື່ອງລາຄາ
.

XS
SM
MD
LG