ບັນດາໄອຍະການສານສະຫະລັດກ່າວວ່າ ປະມານ 20 ກວ່າຄົນໄດ້ຖືກຈັບກຸມ ໃນການທັບມ້າງກຸ່ມຜະລິດເຄື່ອງສິນຄ້າປອມຍີ່ຫໍ້ດັງໆ ມູນຄ່າພັນລ້ານໂດລ່າ ທີ່ໄດ້ນໍາເຂົ້າມາຍັງສະຫະລັດ ຈາກປະເທດຈີນ.
ເຈົ້າໜ້າທີ່ກ່າວວ່າ ພວກ 29 ຄົນທີ່ຖືກຈັຍນີ້ ແມ່ນເປັນສະມາຊິກຂອງ 2 ກຸ່ມອາຊະຍະກໍາທີ່ຖືກກ່າວຫາ ໃນຄົບຄິດກັນວາງແຜນນໍາເອົາສິນຄ້າປອມ ມູນຄ່າ 325 ລ້ານໂດລ່າ ອັນຮວມທັງເກີບບູດຍີ່ຫໍ້ດັງ UGG, ກະເປົາ Gucci ແລະ ເກີບ Nike ເຂົ້າມາທາງທ່າເຮືອທີ່ມີສິນຄ້າເຂົ້າອອກຫລາຍແຫ່ງນຶ່ງ ໃນລັດ New Jersey ທາງຝັ່ງມະຫາສະມຸດ Atlantic ຂອງສະຫະລັດ.
ຄະນະໄອຍະການສານ ກ່າວວ່າ ສ່ວນຫຍ່ຂອງພວກຊາວກວ່າຄົນນີ້ແມ່ນຖືກຈັບ ຢູ່ໃນເຂດລັດ New Jersey ແລະລັດ New York ໃນວັນສຸກແລ້ວນີ້ ແລະໄດ້ມີຜູ້ນຶ່ງທີ່ຖືກຈັບຢູ່ກຸງ Manila ນະຄອນຫຼວງຂອງຟິລິບປີນ.
ທາງການຍັງກ່າວອີກວ່າ ຍັງມີພວກຕ້ອງສົງໄສອີກຫຼາຍຄົນ ທີ່ຍັງຫຼົບໜີຢູ່.
ການຈັບກຸມດັ່ງກ່າວນີ້ແມ່ນເປັນຜົນສືບເນື່ອງຈາກການສືບສວນສອບສວນເປັນເວລາ 2 ປີ ໂດຍຫລາຍໆພະແນກປະຕິບັດກົດໝາຍຂອງສະຫະລັດ ທີ່ເລີ່ມຕົ້ນທໍາການສືບສວນ ຫລັງຈາກໄດ້ຈັບແຈ້ງໃຫ້ຊາບຈາກທາງກົມກວດຄົນເຂົ້າເມືອງ ແລະພາສີຂອງສະຫະລັດ.
ຂໍ້ກ່າວຫາຕໍ່ພວກຖືກຈັບແມ່ນຮວມທັງການຮ່ວມກັນຄົຍຄິດວາງແຜນ ລັກລອບຄ້າຂາຍສິນຄ້າປອມ ແລະຟອກເງິນ. ທາງການສະຫະລັດຍັງກ່າວອີກວ່າ ການສືບສວນກ່ຽວກັບຄະດີນີ້ ໄດ້ນໍາພາເຂົາເຈົ້າໄປຫາແກ໊ງຄ້າຢາເສບຕິດນໍາ. 3 ຄົນ ໃນຈໍານວນພວກຕ້ອງສົງໃສ ຖືກກ່າວຫາວ່າ ນໍາເຂົ້າຢາບ້າຜົງໃສ ຈໍານວນ 50 ກິໂລກຼາມ ຈາກໄຕ້ຫວັນ.
ເບິ່ງວີດີໂອ ກ່ຽວກັບສິນຄ້າປອມ ທີ່ຖືກລັກລອບເຂົ້າມາສະຫະລັດ: