ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຈີນ ສະຫຼຸບການເຈລະຈາທາງທະຫານ ໃນວໍຊິງຕັນ


ໃນຮູບນີ້ ທີ່ພິສູດໂດຍກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີປ້ອງກັນປະເທດ ຮັບຜິດ ຊອບເລື້ອງຈີນ, ໄຕ້ຫວັນ ແລະ ມົງໂກເລຍ ທ່ານ ໄມເກີລ ເຈສ ເປັນເຈົ້າພາບຕ້ອນຮັບຄະນະຜູ້ແທນຈາກປະເທດຈີນ ໃນການເຈລະຈາປະສານງານດ້ານນະໂຍບາຍປ້ອງກັນປະເທດ ປະຈຳປີ ລະຫວ່າງສະຫະລັດ ແລະ ຈີນ ຢູ່ກະຊວງປ້ອງກັນປະເທດ ໃນວັນທີ 9 ມັງກອນ 2024.
ໃນຮູບນີ້ ທີ່ພິສູດໂດຍກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີປ້ອງກັນປະເທດ ຮັບຜິດ ຊອບເລື້ອງຈີນ, ໄຕ້ຫວັນ ແລະ ມົງໂກເລຍ ທ່ານ ໄມເກີລ ເຈສ ເປັນເຈົ້າພາບຕ້ອນຮັບຄະນະຜູ້ແທນຈາກປະເທດຈີນ ໃນການເຈລະຈາປະສານງານດ້ານນະໂຍບາຍປ້ອງກັນປະເທດ ປະຈຳປີ ລະຫວ່າງສະຫະລັດ ແລະ ຈີນ ຢູ່ກະຊວງປ້ອງກັນປະເທດ ໃນວັນທີ 9 ມັງກອນ 2024.

ສະຫະລັດ ​ແລະ​ຈີນ ​ໄດ້​ສິ້ນ​ສຸດ​ການ​ເຈລະຈາ​ທາງ​ທະຫານ​ສອງ​ມື້ ໃນນະຄອນ ຫຼວງ​ວໍ​ຊິງ​ຕັນ​ໃນ​ວັນ​ອັງຄານ​ວານ​ນີ້, ທຳນຽບຫ້າ​ແຈ​ກ່າວ​, ເຊິ່ງ​ເປັນ​ການ​ພົວພັນ ​ຄັ້ງ​ຫລ້າ​ສຸດ​ ນັບ​ຕັ້ງ​ແຕ່​ສອງ​ປະ​ເທດ ​ໄດ້​ຕົກລົງ​ທີ່​ຈະ​ຟື້ນ​ຟູ​ຄວາມສຳພັນ​ທາງ​ທະ ຫານ​ກັບ​ທະຫານ, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ວໍຊິງຕັນ ແລະ ປັກກິ່ງ ກຳລັງປະເຊີນໜ້າກັນໃນທຸກໆເລື້ອງ ນັບຕັ້ງແຕ່ອະນາ ຄົດຂອງໄຕ້ຫວັນ ທີ່ປົກຄອງແບບປະຊາທິປະໄຕ ໄປຈົນເຖິງການອ້າງເອົາກຳ ມະສິດ ຕໍ່ດິນແດນໃນທະເລຈີນໃຕ້. ສາຍ​ສຳພັນ​ຍັງ​ຄົງ​ຟື້ນ​ຕົວ​ຢູ່ ຫລັງ​ຈາກ​ສະ ຫະລັດ​ ໄດ້​ຍິງ​ບາລລູນ​ທີ່ຖືກກ່າວຫາ​ວ່າ ເປັນການບາ​ລ​ລູນສອດ​ແນມຂອງ​ຈີນ ​ໃນ​ເດືອນ​ກຸມພາ​ຜ່ານ​ມາ.

ປະທານາທິບໍດີ​ສະຫະລັດ ທ່ານ ໂຈ ໄບເດັນ ​ແລະ ປະທານ​ປະ​ເທດ​ຈີນ ​ທ່ານ ສີ ຈິ້ນຜິງ ​ໄດ້​ຕົກລົງ​ກັນ ​ໃນ​ທ້າຍ​ປີ​ກາຍ​ນີ້ ທີ່​ຈະ​ຟື້ນ​ຟູ​ສາຍ​ພົວພັນ​ທາງ​ການ​ທະຫານ​ຄືນ​ໃໝ່ ຊຶ່ງ​ໄດ້ຖືກ​ຕັດຂາດ ໂດຍ​ປັກ​ກິ່ງ ຫລັງ​ຈາກ​ການ​ຢ້ຽມຢາມ​ໃຕ້ ຫວັນ ຂອງ​ປະທານ​ສະພາ​ຕ່ຳ​ສະຫະລັດ ​ທ່ານ​ນາງ ແນນຊີ ເປໂລຊີ (Nancy Pelosi) ໃນ​ເດືອນ​ສິງຫາ ​ປີ 2022.

ການ​ເຈລະຈາຮອບ​ທີ 17 ໄດ້ເຫັນ ຮອງລັດຖະມົນຕີປ້ອງກັນປະເທດ ຮັບຜິດ ຊອບເລື້ອງຈີນ, ໄຕ້ຫວັນ ແລະ ມົງໂກເລຍ ​ທ່ານ ໄມເກີລ ເຈສ (Michael Chase) ພົບ​ປະ​ກັບ​ທ່ານ​ພົນ​ຕີຊົງ ຢານເຊົາ (Song Yanchao) ຮອງ​ຜູ້​ອຳ​ນວຍ​ການ​ຫ້ອງການ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງເພື່ອການຮ່ວມມືທາງທະຫານລະຫວ່າງປະເທດ,​ ທຳນຽບຫ້າແຈກ່າວ.

"ທັງສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ ກ່ຽວ​ກັບ​ການ​ພົວພັນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຂອງສະຫະລັດ - ​ສປ ​ຈີນ, ​ແລະ ທ່ານ ເຈສ ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ການ​ຮັກສາການຕິດຕໍ່ສື່ສານ ​ລະຫວ່າງ​ທະຫານ​ ກັບ​ ​ທະຫານ​ຢ່າງ​ເປີດ​ແປນ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ການ​ແຂ່ງຂັນກາຍເປັນຄວາມຂັດແຍ້ງ," ຖະແຫຼງການໄດ້ກ່າວເສີມ ໂດຍໃຊ້ຊື່ຫຍໍ້ຂອງ ສາທາລະນະລັດ ປະຊາຊົນຈີນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG