ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຈີນ ແຂ່ງຂັນກັນ ກ່ຽວກັບ ຢາວັກຊີນ ການຟື້ນຕົວ ຫຼັງໂຣກລະບາດ ໃນຢູໂຣບ


ແກ້ວຢາເປົ່າຂອງຢາວັກຊີນຈີນ Sinopharm. 10 ກຸມພາ, 2021.
ແກ້ວຢາເປົ່າຂອງຢາວັກຊີນຈີນ Sinopharm. 10 ກຸມພາ, 2021.

ສະຫະລັດ ມີແຜນທີ່ຈະ “ສ້ອມແປງ” ແລະ “ຟື້ນຟູ” ການຮ່ວມມືກັບບັນດາພັນທະມິດໃນ ຢູໂຣບ ຂອງເຂົາເຈົ້າ ໃນຂະນະທີ່ ວໍຊິງຕັນ ແລະ ປັກກິ່ງ ຖືກພິຈາລະນາວ່າ ກຳລັງແຂ່ງຂັນກັນເພື່ອຂະ
ຫຍາຍອິດທິພົນໃນການສະໜັບສະໜູນການແຈກຢາຍຢາວັກຊີນ ແລະ ການຟື້ນຕົວຫຼັງໂຣກລະ ບາດໃນ ຢູໂຣບ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແມ່ນມີກຳນົດທີ່ຈະກ່າວຄຳປາໄສທາງອອນໄລນ໌ ໃນກອງປະຊຸມການຮັກສາຄວາມປອດໄພ ມິວນິກ ໃນວັນສຸກມື້ອື່ນ.

ໃນວັນພະຫັດມື້ນີ້, ລັດຖະມົນຕີການຕ່າງປະເທດ ທ່ານ ແອນໂທນີ ບລິງເຄັນ ຈະທຳການພົວພັນທາງອອນໄລນ໌ ກັບຄູ່ຮ່ວມຕຳແໜ່ງຂອງທ່ານຈາກ ຝຣັ່ງ, ເຢຍຣະມັນ ແລະ ສະຫະຣາຊະອານາ ຈັກ ທີ່ເອີ້ນວ່າ E3, ເພື່ອປຶກສາຫາລືສິ່ງທີ່ໂຄສົກກະຊວງການຕ່າງປະເທດທ່ານ ເນັດ ໄພຣສ໌ ໄດ້ເອີ້ນວ່າ “ສິ່ງທ້າທາຍທົ່ວໄປໃນໂລກ.”

ທ່ານ ບລິງເຄັນ ຍັງຈະເຂົ້າຮ່ວມໃນກອງປະຊຸມສະພາການຕ່າງປະເທດຂອງ ສະຫະພາບ ຢູໂຣບ ໃນວັນທີ 22 ກຸມພານີ້ ຕາມການຮຽນເຊີນຂອງຜູ້ແທນລະດັບສູງຂອງສະຫະພາບຢູໂຣບ ທ່ານ ໂຈເຊັບ ບໍແຣລ.

ຄຳປາໄສຂອງທ່ານ ໄບເດັນ ຈະມີຂຶ້ນຫຼັງຈາກການສັນຍາຂອງປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ເພື່ອຂະຫຍາຍການນຳເຂົ້າສິນຄ້າຈາກບັນດາປະເທດ ຢູໂຣບກາງ ແລະ ຕາເວັນອອກ ຫຼື CEE ສູ່ຕະຫຼາດ ຈີນ ໃນປີທີ່ຈະມາເຖິງນີ້.

ເມື່ອອາທິດແລ້ວນີ້, ທ່ານ ສີ ໄດ້ເປັນປະທານຂອງກອງປະຊຸມສຸດຍອດທາງ ອອນໄລນ໌ ທີ່ຖືກເລື່ອນເວລາມາດົນນານກັບບັນດາຜູ້ນຳ ແລະ ເຈົ້າໜ້າທີ່ອາວຸໂສຂອງກຸ່ມທີ່ເອີ້ນວ່າ “17+1”, ທີ່ ແນເປົ້າໃສ່ການເຂົ້າຫາຕະຫຼາດຢາວັກຊີນ COVID-19 ຂອງ ຢູໂຣບ ໃນຂະນະດຽວກັນ ໄດ້ຢືນ ຢັນອິດທິພົນຂອງ ຈີນ ໃນພາກພື້ນອີກຄັ້ງນຶ່ງ.

ກຸ່ມ 17+1 ໄດ້ເກີດຂຶ້ນໃນປີ 2012 ໃນຂະນະທີ່ ຈີນ ໄດ້ຊອກຫາການຮ່ວມມື ກັບບັນດາປະເທດ CEE ດັ່ງກ່າວ. 12 ປະເທດໃນນັ້ນແມ່ນສະມາຊິກຂອງ ສະຫະພາບ ຢູໂຣບ.

ທ່ານ ສີ ໄດ້ກ່າວ, ໂດຍອ້າງເຖິງປະເທດ ເຊີເບຍ ແລະ ຮັງກາຣີ ໃນຂະນະທີ່ສອງປະເທດທີ່ວ່ານັ້ນໄດ້ເລີ່ມໂຄງການສັກຢາວັກຊີນທົ່ວປະເທດດ້ວຍຢາວັກຊີນ ຂອງ ຈີນ ນັ້ນວ່າ, ຈີນ ແມ່ນຍິນດີທີ່ຈະພິຈາລະນາຄວາມຕ້ອງການໃນການຮ່ວມມືຂອງບັນດາປະເທດ CEE ຢ່າງຫ້າວຫັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG