ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈີນ ເຊັນຂໍ້ຕົກລົງ ການສື່ສານ ຖ່າມກາງ ຄວາມເຄັ່ງຕຶງ ໃນແຫຼມເກົາຫຼີ


ປະທານເສນາທິການຮ່ວມ ສະຫະລັດ ທ່ານ Joseph Dunford ແລະ ຄູ່ຮ່ວມຕຳແໜ່ງຂອງທ່ານຈາກ ຈີນ, ເສນາທິການໃຫຍ່ ຂອງກອງທັບປົດປ່ອຍປະຊາຊົນ ຈີນ, ນາຍພົນ ຝາງ ເຝັງຊູຍ, ເຂົ້າຮ່ວມໃນພິທີລົງນາມ ໃນນະຄອນຫຼວງ ປັກກິ່ງ, ຈີນ. 15 ສິງຫາ, 2017.
ປະທານເສນາທິການຮ່ວມ ສະຫະລັດ ທ່ານ Joseph Dunford ແລະ ຄູ່ຮ່ວມຕຳແໜ່ງຂອງທ່ານຈາກ ຈີນ, ເສນາທິການໃຫຍ່ ຂອງກອງທັບປົດປ່ອຍປະຊາຊົນ ຈີນ, ນາຍພົນ ຝາງ ເຝັງຊູຍ, ເຂົ້າຮ່ວມໃນພິທີລົງນາມ ໃນນະຄອນຫຼວງ ປັກກິ່ງ, ຈີນ. 15 ສິງຫາ, 2017.

ບັນດາເຈົ້າໜ້າທີ່ກອງທັບ ສະຫະລັດ ແລະ ຈີນ ໄດ້ເຊັນຂໍ້ຕົກລົງສະບັບໜຶ່ງ ທີ່ເພັ່ງເລັງ
ໃສ່ການປັບປຸງການສື່ສານ ຖ່າມກາງຄວາມເຄັ່ງຕຶງ ກ່ຽວກັບ ໂຄງການລູກສອນໄຟຂອງ
ເກົາຫຼີເໜືອ ແລະ ການອ້າງກຳມະສິດຂອງ ຈີນ ໃນທະເລຈີນໃຕ້ທີ່ເປັນບັນຫາ.

ໃນການໂອ້ລົມກັບນາຍພົນ ຈີນ ທ່ານ Fang Fengshui ໃນນະຄອນຫຼວງ ປັກກິ່ງ ນັ້ນ,
ປະທານເສນາທິການຮ່ວມ ສະຫະລັດ ນາຍພົນ Joe Dunford ໄດ້ກ່າວວ່າ ທັງສອງປະ
ເທດມີ “ບັນຫາຫຍຸ້ງຍາກ” ທີ່ຈະຕ້ອງໄດ້ທຳການແກ້ໄຂ.

ການລົງນາມ ກ່ຽວກັບ ກົນໄກການສົນທະນາລະຫວ່າງເສນາທິການຮ່ວມ​ໃນວັນອັງຄານ
ວານນີ້ ໄດ້ເປີດໂອກາດ ໃຫ້ແກ່ການສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມເຂົ້າໃຈກັນ
ລະຫວ່າງ ກອງທັບຂອງທັງສອງປະເທດ. ເຈົ້າໜ້າທີ່ອາວຸໂສຂອງກະຊວງປ້ອງກັນປະ
ເທດ ສະຫະລັດ ໄດ້ກ່າວຕໍ່ວີໂອເອໃນວັນອັງຄານວານນີ້ວ່າ “ແຕ່ມັນຈະມີປະໂຫຍດ ຖ້າ
ມັນສົ່ງຜົນໃຫ້ມີການສົນທະນາ ທີ່ມີຄວາມໝາຍ ເພື່ອຫຼຸດຜ່ອນຄວາມສ່ຽງຂອງການຄິດ
ໄລ່ຜິດ, ເຊິ່ງມັນມີຄວາມສຳຄັນຫຼາຍໃນຕອນນີ້ ຍ້ອນມີການທ້າທາຍເພີ່ມຂຶ້ນຈາກ ເກົາ
ຫຼີເໜືອ.”

ການເຈລະຈາເທື່ອທຳອິດ ອັນ​ເປັນຜົນທີ່ອອກມາຈາກຂໍ້ຕົກລົງ ແມ່ນໄດ້ຖືກກຳນົດ​ໃຫ້​ມີ​
ຂຶ້ນ ໃນເດືອນພະຈິກປີນີ້. ບັນດາຜູ້ນຳກອງທັບ ສະຫະລັດ ແລະ ຈີນ ທີ່ຮັບຜິດຊອບດ້ານ
ແຜນຍຸດທະສາດກອງທັບ, ແຜນການຕ່າງໆ ແລະ ການສະເໜີແນະນະໂຍບາຍ ແມ່ນຈະ
ເຂົ້າຮ່ວມໃນການປຶກສາຫາລືດັ່ງກ່າວນີ້.

ການພົບປະ​ໃນວັນອັງຄານວານນີ້ ແມ່ນການພົບປະໃນລະດັບທີ່ສູງທີ່ສຸດ ລະຫວ່າງກອງ
ທັບຂອງສອງປະເທດ ນັບຕັ້ງແຕ່ທ່ານ Fang ແລະ ລັດຖະມົນຕີປ້ອງກັນປະເທດ ສະຫະ
ລັດ ທ່ານ Jim Mattis ໄດ້ພົບປະກັນ ຄຽງຂ້າງປະທານາທິບໍດີ ດໍໂນລ ທຣຳ ແລະ ປະ
ທານປະເທດ ສີ ຈິ່ນຜິງ ໃນເດືອນເມສາທີ່ຜ່ານມາ.

ໃນວັນພຸດມື້ນີ້, ປະທານ Dunford ຈະເດີນທາງໄປເມືອງ Shenyang ທີ່ຕັ້ງຢູ່ພາກຕາ
ເວັນອອກສຽງເໜືອຂອງ ຈີນ ເພື່ອສັງ ເກດການຝຶກຊ້ອມ ຂອງກອງທັບປົດປ່ອຍປະຊາ
ຊົນ ທີ່ຈັດຂຶ້ນໂດຍກອງ​ບັນຊາ​ການສົງຄາມເຂດ​ເໜືອ. ທ່ານ Fang ໄດ້ກ່າວວ່າ ການຢ້ຽມ
ຢາມຂອງທ່ານ Dunford ອາດຊ່ວຍຂະຫຍາຍຄວາມເຊື່ອຖືລະ ຫວ່າງສອງຝ່າຍໄດ້.

ກອງບັນຊາການສົງຄາມເຂດເໜືອ ຫຼື Northern Theater Command ​ຕັ້ງຢູ່​ໄກປະ
ມານ 200 ກິໂລແມັດຈາກເຂດຊາຍແດນ ເກົາຫຼີເໜືອ.

ຈີນ ໄດ້ກົດດັນ​ໃຫ້ ສະຫະລັດ ແລະ ເກົາຫຼີເໜືອ ຫຼີກລ່ຽງຈາກການກະທຳ ແລະໃຊ້ຄຳ
ເວົ້າທີ່ອາດເຮັດໃຫ້ຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ຮ້າຍແຮງຂຶ້ນກວ່າເກົ່າ. ທັງ ຈີນ ແລະ
ສະຫະລັດ ໄດ້ກ່າວຢໍ້າວ່າ ເຂົາເຈົ້າບໍ່ຢາກເຮັດສົງຄາມໃນແຫຼມເກົາຫຼີ ແລະ ໄດ້ເຂົ້າຮ່ວມ
ໃນມາດຕະການລົງໂທດຕໍ່ ເກົາຫຼີເໜືອ ທີ່ໄດ້ເພັ່ງເລັງໃສ່ການຢຸດໂຄງການອາວຸດນິວ
ເຄລຍ ຂອງ ພຽງຢາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG