ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານນາງຄລິນຕັນ ຮຽກຮ້ອງ ໃຫ້ຈີນເອົາບົດບາດຫລາຍຂຶ້ນ ໃນກິດຈະການໂລກ


ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ.
ວັນທີ 8 ມີນາ 2012.
ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ. ວັນທີ 8 ມີນາ 2012.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ຮຽກຮ້ອງ​ໃຫ້​ຈີນ​ໃຊ້​
ອິດ​ທິພົນ​ທີ່​ກໍາລັງ​ເຕີບ​ໂຕ​ຂຶ້ນ​ຢູ່​ໃນ​ໂລກ ​ເພື່ອ​ຫລິ້ນບົດບາດ​ໃນ​ທາງ​ເສີມ​ສ້າງ​ໃນ​ກິດຈະການ
ຕ່າງໆ​ຂອງ​ໂລກ.

ທ່ານ​ນາງຄລິ​ນຕັນໃຫ້​ຄວາມ​ເຫັນດັ່ງກ່າວ​ທີ່​ກຸງ​ວໍ​ຊິ​ງຕັນ​ໃນ​ວັນ​ພຸດວານ​ນີ້​ໃນ​ພິທີ​ສະຫຼອງ​ຄົບ
ຮອບ 40 ປີອັນ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເດີນທາງ​ໄປ ຢ້ຽມຢາມ​ຈີນ​ຄັ້ງ​ທໍາ​ອິດ​ ຂອງ​ມື້​ລາງ​
ປະທານາທິບໍດີ​ Richard Nixon ໃນ​ປີ 1972 ນັ້ນ.

ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ກຸງ​ປັກ​ກິ່ງ​ບໍ່​ສາມາດ​ທີ່ຈະ​ເປັນ​ໃນ​ອັນ​ທີ່​ທ່ານ​ນາງ​ເອີ້ນ​ວ່າ ຄົນ​
ກາງເພື່ອ​ລໍຖ້າ​ຄັດ​ເລືອກ​ເຂົ້າ​ພົວພັນ​ໃນ​ເລື້ອງ​ໃດ​ເລື້ອງ​ນຶ່ງທີ່​ມີ​ການ​ຜິດ​ຖຽງ​ກັນຖ້າ​ຈີນ​ຢາກ​
ໄດ້​ຮັບການ​ເຄົາລົບ​ນັບຖື​ຈາກປະຊາ ​ຄົມ​ນາໆ​ຊາດ​ນັ້ນ.

ທ່ານ​ນາງຄລິນ​ຕັນ​ ໄດ້​ກ່າວ​ເຖິງ​ບັນຫາ​ຂັດ​ແຍ່ງ​ຂອງ​ອະ​ເມຣິກັນກັບ​ຈີນ​ຢ່າງ​ເຈາະ​ຈົງ​ກ່ຽວ
ກັບ​ວິທີ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ຊີ​ເຣຍ ການ​ປະຕິບັດ​ຂອງ​ຈີນ​ຕໍ່​ພວກ​ຊົນ​ຊາດ​ຊົນ​ເຜົ່າ​ແລະ​
ສາສະໜາ​ກຸ່ມ​ນ້ອຍ ​ຕະຫຼອດທັງ ຄວາມ​ເປັນ​ຫ່ວງ​ຕ່າງໆບາງ​ຢ່າງ​ທີ່​ພົວພັນ​ກັບ​ການ​ຄ້າ
ທີ່​ມີ​ມາ​ຕັ້ງ​ແຕ່​ດົນ​ນານ​ແລ້ວ​ນັ້ນ.

XS
SM
MD
LG