ນາຍ Chen Guangcheng ນັກເຄຶ່ອນໄຫວຕາບອດທີ່ຄັດຄ້ານລັດຖະບານຈີນ ໄດ້ເດີນທາງໄປເຖິງສະຫະລັດແລ້ວ ແລະກ່າວວ່າ ລາວພໍໃຈຫຼາຍທີ່ ລັດຖະບານຈີນໄດ້ສະແດງຄວາມຍັບຍັ້ງຊັ່ງໃຈແລະຄວາມສະຫງົບ ໃນການຈັດການກັບສະຖານະການຂອງລາວ.
ນອກນີ້ແລ້ວ ນາຍ Chen ຍັງໄດ້ຂອບໃຈສະຫະລັດທີ່ອະນຸຍາດໃຫ້ລາວ ໄດ້ພັກເຊົາຊົ່ວຄາວໃນສະຖານທູດສະຫະລັດທີ່ປັກກິ່ງ ແລະຈັດແຈງໃຫ້ ລາວສາມາດໜີອອກຈາກຈີນໄດ້ ແລະອະນຸຍາດໃຫ້ລາວອາໄສແລະສຶກສາຢູ່ໃນສະຫະລັດ.
ນາຍ Chen ໄດ້ໃຫ້ຄວາມເຫັນດັ່ງກ່າວ ຢູ່ນອກມະຫາວິທະຍາໄລນີວຢ໊ອກ ເມື່ອຕອນບ່າຍວັນເສົາວານນີ້ ບໍ່ດົນຫຼັງຈາກຜູ້ກ່ຽວໄດ້ເດີນທາງໄປ ເຖິງສະໜາມບິນນານາຊາດທີ່ເມືອງ Newark ລັດນິວເຈີຊີ ບ່ອນທີ່ລາວໄດ້ຖືກຕ້ອນຮັບໂດຍເຈົ້າໜ້າທີ່ຈາກກະຊວງຕ່າງປະເທດສະຫະລັດ ແລະ ສາສະດາຈານ Jerome Cohen ເພື່ອນຂອງລາວ.
ການເດີນທາງໄປເຖິງນີວຢ໊ອກຂອງນາຍ Chen ຖືວ່າເປັນການສິ້ນສຸດລົງ ຂອງຂໍ້ຂັດແຍ້ງດ້ານການທູດ ດົນນານເຖິງນຶ່ງເດືອນ ລະຫວ່າງຈີນແລະ ສະຫະລັດ ລຸນຫຼັງຈາກການກ້າເອົາຕົວຫຼົບໜີຈາກການຖືກກັກບໍລິເວນ ຂອງນາຍ Chen ໃນແຂວງ Shangdong ນັ້ນ.
ນາຍ Cheng ພ້ອມດ້ວຍເມຍແລະລູກສອງຄົນ ໄດ້ຮັບອະນຸຍາດໃຫ້ເດີນທາງອອກນອກປະເທດເມື່ອຕອນເຊົ້າວັນເສົາ. ນາຍ Chen ໄດ້ຖືກພາໂຕອອກມາຈາກໂຮງໝໍຢ່າງໄວ ບໍ່ເທົ່າໃດຊົ່ວໂມງກ່ອນໜ້ານັ້ນ ແລະຄອບຄົວນາຍ Chen ກໍໄດ້ຮັບໜັງສືເດີນທາງຫຼີພາສປອດທີ່ສະໜາມບິນນານາຊາດປັກກິ່ງ ໃນເວລາບໍ່ດົນກ່ອນຈະຂຶ້ນເຮືອບິນ ເດີນທາງໄປຍັງສະຫະລັດ.