ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກເຄຶ່ອນໄຫວ ຕາບອດຈີນ ຈະໄດ້ຮັບ ພາສປອດ ໃນສອງອາທິດ


ນາຍ Chen Guangcheng ນັກເຄຶ່ອນໄຫວຕາບອດຊາວຈີນ
ນາຍ Chen Guangcheng ນັກເຄຶ່ອນໄຫວຕາບອດຊາວຈີນ

ນາຍ Chen Guangcheng ນັກ​ເຄຶ່ອນ​ໄຫວ​ຊາວ​ຈີນ ກ່າວ​ວ່າ ຈະ​ມີ ການ​ອອກ​ໜັງສື​ເດີນທາງຫຼືພາສພອດ ​ໃຫ້​ລາວ​ແລະ​ຄອບຄົວ​ຂອງ​ລາວ​ ​ເພື່ອ​ເດີນທາງ​ໄປ​ຕ່າງປະ​ເທດ​ພາຍ​ໃນ​ສອງ​ອາທິດ​ຕໍ່ໜ້າ​ນີ້.

ນັກ​ເຄຶ່ອນ​ໄຫວ​ຕາບອດ​ຊາວ​ຈີນ​ຄົນ​ນີ້​ໄດ້​ບອກ​ພວກ​ນັກ​ຂ່າວ​ຕາ​ເວັນ​ຕົກ​ເມື່ອວັນ​ພະຫັດ​ມື້​ນີ້​ວ່າ ບັນດາ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ ແຂວງ Shangdong ​ໄດ້​ນໍາ​ເອົາ​ໃບ​ຄຳ​ຮ້ອງຂໍ​ວິ​ຊ່າ​ມາ​ໃຫ້​ລາວ ​ແລະ​ຄອບຄົວ​ຂອງ​ລາວ​ເພື່ອຕື່ມ​ຂໍ້ຄວາມ​ໃສ່​ໃນ​ມື້ກ່ອນ​ນີ້​ແລະ​ກໍ​ໄດ້​ຖ່າຍຮູບ​ພາສປອດ​ນໍາ. ເມື່ອວັນພຸດ​ວານ​ນີ້ ນາຍ Chen ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ໃນ​ການ​ໃຫ້​ສໍາພາດ​ກັບ​ວີ​ໂອ​ເອຜະ​ແນ​ກພາສາ​ຈີນ.

ຫຼັງຈາກ​ນາຍ Chen ​ແລະ​ຄອບຄົວ​ຂອງ​ລາວ ໄດ້​ຮັບ​ພາສປອດ​ແລ້ວ ພວກ​ເຂົາ​ເຈົ້າກໍ​ຈະ​ສາມາດ​ເດີນທາງ​ມາ​ຍັງສະຫະລັດ​ໄດ້ບ່ອນ​ທີ່​ມະຫາ​ວິ​ທະຍາ​ໄລນີວຢ໊ອກ ​ໄດ້​ສະ​ເໜີ​ໃຫ້​ທຶນ​ການ​ສຶກສາແກ່​ລາວ​ນັ້ນ​.

ນາຍ Chen ​ໄດ້ຫຼົບ​ເຂົ້າໄປ​ຂໍ​ພັກ​ເຊົາ​ຢູ່ສະຖານທູດ​ສະຫະລັດ​ທີ່​ກຸງປັກກິ່ງ​ເມື່ອ​ເດືອນ​ຜ່ານ​ມາ ຫຼັງຈາກ​ເອົາ​ຕົວຫຼົບໜີຈາກ​ການ​ຖືກ​ກັກ​ບໍລິ​ເວນທີ່​ແຂວງ Shangdong. ຕໍ່​ມານາຍ Chen ກໍ​ໄດ້​ອອກ​ຈາກສະຖານທູດ​ສະຫະລັດ ​ແລະ​ໄປ​ຮັກສາ​ຕົວ​ທີ່​ໂຮງໝໍ​ແຫ່ງ​ນຶ່ງ ຫຼັງຈາກ​ໄດ້​ຮັບ​ເອົາຂໍ້​ຕົກ ລົງທີ່​ບັນລຸ​ໂດຍ​ເຈົ້າໜ້າ​ທີ່​ສະຫະລັດ​ແລະ​ຈີນ ທີ່​ຈະ​ອະນຸຍາດ​ໃຫ້​ນາຍ Chen ອາໄສ​ຢູ່​ໃນ​ບ່ອນ​ທີ່​ປອດ​ໄພ​ແຫ່ງ​ນຶ່ງ​ໃນ​ປະ​ເທດ​ຈີນ​ແລະ​ສຶກສາ​ກົດໝາຍ.

​ແຕ່​ນາຍ Chen ​ໄດ້​ປ່ຽນ​ໃຈ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງລຸນຫຼັງ​ໄດ້​ອອກ​ມາຈາກການ ພິທັກ​ປົກ​ປ້ອງ​ຂອງ​ສະຫະລັດ ​ໂດຍ​ກ່າວ​ວ່າ​ຄອບຄົວ​ຂອງ​ລາວ​ຖືກ​ຂົ່ມຂູ່.

​ເຈົ້າໜ້າ​ທີ່​ໃນ​ແຂວງ Shangdong ​ໄດ້​ກ່າວ​ຫາທ້າວ Chen Kegui ຫຼານຊາຍ​ຂອງ​ນາຍ Chen ​ໃນ​ຂໍ້​ຫາ​ພະຍາຍາມ​ຂ້າ​ຄົນຫຼັງຈາກ​ທີ່ຖືກ ກ່າວ​ຫາ​ວ່າໄດ້​ທຳຮ້າຍພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນທີ່​ບຸກ​ເຂົ້າ​ໄປ​ໃນເຮືອນ ຂອງ​ອ້າຍ​ລາວ ຫຼັງຈາກ​ນາຍ Chen ​ໄດ້ຫຼົບໜີອອກ​ມາ.

ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ຈີນ ກ່າວ​ວ່າ ຕົນ​ໄດ້​ຮູ້​ເລຶ່ອງຂອງ ນາຍ Chen Guangfu ອ້າຍ​ຂອງ​ນາຍ Chen Kegui ວ່າ​ ​ໄດ້ຖືກ​ທໍລະມານ​ໂດຍ ພວກ​ເຈົ້າໜ້າ​ທີ່ຫຼັງຈາກ​ນ້ອງ​ຊາຍ​ຂອງ​ລາວໄດ້ຫຼົບໜີ​ໄປ​ນັ້ນ

XS
SM
MD
LG