ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ກັນຍາ ໒໐໒໓

ສະ​ຫະ​ລັດ ແລະ ຈີນ ປະກາດເປົ້າໝາຍ ຕັດການປ່ອຍ ແກັສເຮືອນແກ້ວ


ປ. ບາຣັກ ໂອບາມາ ແຫ່ງສະຫະລັດ (ຊ້າຍ) ຈັບມື ກັບປະທານ ປະເທດຈີນ ທ່ານ ສີ ຈິ້ນຜິງ ໃນລະຫວ່າງກອງປະຊຸມນັກຂ່າວ ທີ່ຫໍສາລາປະຊາຊົນ ທີ່ນະຄອນຫຼວງປັກກິ່ງ ວັນທີ 12 ພະຈິກ 2014.

ສະຫະລັດແລະ​ຈີນໄດ້​ປະກາດ​ໃຫ້​ຮູ້​ແຜນການ​ໃໝ່ໆເພື່ອລົດ
​ຜ່ອນ​ການ​ສົ່ງ​ແກັສ​ເຮືອນ​ແກ້ວ​ຂຶ້ນ​ສູ່​ບັນຍາກາດ ຊຶ່ງ​ເປັນ​ຈຸດ​
ສຳຄັນ​ໃນ​ການ​ພົບ​ປະ​ຂັ້ນ​ສຸດ​ຍອດລະຫວ່າງ​ຄະນະ​ນຳພາ​ຂັ້ນ
​ສູງ​ສຸດ​ຂອງ​ສອງ​ປະ​ເທດ.

ຄຳ​ປະກາດ​ໃນ​ວັນ​ພຸດ​ມື້ນີ້ ​ໂດຍສອງ​ປະ​ເທດ ​ທີ່​ສົ່ງ​ແກັສ car
bon dioxide ຂຶ້ນສູ່ບັນຍາກາດຫຼາຍທີ່​ສຸດ​ຂອງ​ໂລກ ສາມາດ
​ເປັນ​ບົດ​ບາດ​ສຳຄັນ​ໄດ້ ​ໃນຄວາມ​ພະຍາມ​ຕ່າງໆ​ຂອງ​ໂລກ
​ເພື່ອ​ຕໍ່ສູ້​ກັບ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ​ນັ້ນ.

ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ ສະຫະລັດ​ໄດ້​ຕົກ
ລົງ​ທີ່​ຈະ​ຕັດ​ການ​ສົ່ງ​ແກັ​ສພິດ​ທີ່​ວ່າ​ນີ້ລົງ 26 ຫາ 28 ​ເປີ​ເຊັນ​ພາຍ​ໃນ​ປີ 2025 ຊຶ່ງເປັນ​ຈຳນວນ​ສອງ​ເທົ່າ​ ຂອງ​ຄວາມ​ພະຍາຍາມ​ ໃນການ​ລົດ​ຜ່ອນອາກາດເປິ​ເປື້ອນລົງ​ໃນ​ປັດຈຸບັນ.

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ກ່າວ​ວ່າ ການ​ສົ່ງ​ແກັສ carbon dioxide ຈະ
​ເພີ້​ມຂຶ້ນ​ສູ່ລະດັບ​ສູງ​ສຸດ​ໃນ​ຈີນ ພາຍ​ໃນ​ປະມານ​ປີ 2030 ​ແລະ​ເປັນ​ເທື່ອ​ທຳ​ອິດ​ທີ່​ຈີນ
ຊຶ່ງ​ເປັນ​ປະ​ເທດ​ທີ່​ສົ່ງແກັ​ສພິດ​ລະດັບ​ສູງ​ສຸດ​ຂອງ​ໂລກ ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ໝາຍ​ທີ່​ຈະ​ລົດ​
ຜ່ອນການ​ສົ່ງ​ແກັ​ສພິດ​ຂອງ​ຕົນ​ລົງ​ ພາຍໃນກຳນົດເວລາດັ່ງກ່າວ.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ຢູ່ໃນ​ບົດຄວາມ​ເຫັນ​ຂອງ​ໜັງສືພິມ New York Times ວ່າ ຄຳ​ປະ ກາດ​ນີ້ ຈະ​ສົ່ງ “​ແຮງ​ກະ​ຕຸ້ນ” ​ໃສ່​ການ​
ໂອ້​ລົມສົນທະນາ​ກັນ​ຂອງ​ໂລກ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຊຶ່ງຈະ​ໄຂຂຶ້ນ
​ຄືນ​ໃນ​ເດືອນ​ໜ້າ ທີ່​ປະ​ເທດ Peru ​ແລະກອງ​ປະຊຸມ​ສຸດ​ຍອດ ທີ່​ຝຣັ່ງ ໃນປີຈະມານີ້.

​ໃນ​ການ​ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ ທ່ານ​ໂອ​ບາ​ມາ ​ເອີ້ນ​ຂໍ້​ຕົກລົງ​ນີ້ວ່າ “ເປັນ​ເຫດການ​ທີ່​ສຳຄັນ​ທີ່​ສຸດ ​ໃນ​ສາຍ​ພົວພັນ​ລະຫວ່າງ​ສະຫະລັດແລະຈີນ” ​ໂດຍ​ກ່າວ​ວ່າ ມັນສະ​ແດງ​ໃຫ້​ເຫັນອັນວ່າ ມັນ​ເປັນ​ໄປ​ໄດ້ ​ເວລາ​ສອງ​ປະ​ເທດ​ດຳ​ເນີນງານ​ຮ່ວມ​ກັນ.

ທ່ານ​ໂອ​ບາ​ມາຍັງ​ໄດ້​ກ່າວ​ຍ້ອງຍໍ​ເຊັ່ນ​ກັນ ​ໃນ​ອັນ​ທີ​ທ່ານ​ກ່າວ​ວ່າ ເປັນຄວາມເຕັມ​ໃຈ​ຂອງ​ຄະນະ​ນຳພາ​ຈີນ​ທີ່ຈະໂອ້​ລົມສົນທະນາ​ກັນ​ໃນ​ເລື້ອງ​ຕ່າງໆ ທີ່​ໄດ້​ສ້າງ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ລະຫວ່າງສອງ​ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ.

ຜູ້ນຳ​ສະຫະລັດ ກ່າວ​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ​ຂອງ​ທ່ານ​ກັບ​ທ່ານ Xi ​ໄດ້​ອຳນວຍ​ໂອກາດ​ໃຫ້ຈີນກຳຈັດປັດເປົ່າຄວາມ​ລະ​ແວງ​ສົງ​ໄສ​ ທີ່​ວ່າການ​ເພ່ງ​ເລັງ​ໃໝ່ໄປຍັງເຂດ​ເອ​ເຊຍຂອງ​ທຳນຽບຂາວ ແມ່ນ​ມີ​ວັດຖຸ​ປະສົງ​ເພື່ອຄວບ​ຄຸມ​ຈີນນັ້ນ ແມ່ນບໍ່ຖືກຕ້ອງ .

uschina12november14
please wait
Embed

No media source currently available

0:00 0:02:06 0:00

XS
SM
MD
LG