ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Gary Locke ຖືກແຕ່ງຕັ້ງເປັນທູດ ສຫລ ປະຈໍາຈີນ(ເບິ່ງວີດິໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ (ຂວາ) ແຕ່ງຕັ້ງໃຫ້ລັດຖະມົນຕີການຄ້າ ທ່ານ Gary Locke ເປັນເອກອັກຄະລັດຖະທູດສະຫະລັດ ປະຈຳປະເທດຈີນ.
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ (ຂວາ) ແຕ່ງຕັ້ງໃຫ້ລັດຖະມົນຕີການຄ້າ ທ່ານ Gary Locke ເປັນເອກອັກຄະລັດຖະທູດສະຫະລັດ ປະຈຳປະເທດຈີນ.

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ໄດ້ແຕ່ງ
ຕັ້ງໃຫ້ລັດຖະມົນຕີກະຊວງການຄ້າທ່ານ Gary Locke
ເປັນເອກອັກຄະລັດຖະທູດ ສະຫະລັດຄົນໃໝ່ ປະຈຳປະ
ເທດຈີນ.

ທີ່ທຳນຽບຂາວ ໃນມື້ວັນພຸດວານນີ້ ປະທານາທິບໍດີໂອ
ບາມາກ່າວວ່າ ທ່ານ Locke ເປັນບຸກຄົນທີ່ເໝາະສົມ
ທີ່ຈະສືບຕໍ່ການດຳເນີນຄວາມພະຍາຍາມຂອງສະຫະລັດ
ທີ່ຈະເພີ່ມ ການຮ່ວມມືກັບຈີນ. ທ່ານເວົ້າວ່າ ທ່ານບໍ່ສາ
ມາດມອງເຫັນຄົນໃດ ທີ່ມີຄຸນສົມບັດພຽບພ້ອມຫຼາຍໄປ
ກວ່າທ່ານ Locke.

ທ່ານປະທານາທິບໍດີ​ໄດ້ໃຫ້ຂໍ້ສັງເກດກ່ຽວ​ກັບວ່າ ປູ່ຂອງ
ທ່ານ Locke ເດີນທາງມາຍັງສະຫະລັດແບບໃດ ຈາກ
ປະເທດຈີນແລະເຮັດວຽກເປັນຄົນຮັບໃຊ້ໃນເຮືອນ ຢູ່ທີ່
ລັດວໍຊິງຕັນທາງພາກຕາເວັນຕົກຂອງສະຫະລັດ. ທ່ານ
ເວົ້າວ່າ ນຶ່ງສັດຕະວັດຕໍ່ມາ ຄົນນາມສະກຸນ Locke ກໍຈະກັບຄືນໄປຈີນອີກໃນຖານະ​ເອກ​ອັກ
ຄະ​ລັດຖະທູດອະເມຣິກັນ.

ຖ້າຫາກໄດ້ຮັບການອະນຸມັດຈາກກສະພາສູງຂອງສະຫະລັດ ທ່ານ Locke ຈະເປັນຄົນ
ອະເມຣິກັນເຊື້ອສາຍຈີນຜູ້ທຳອິດ ທີ່ຈະກຳຕຳແໜ່ງເອກອັກຄະລັດຖະທູດສະຫະລັດປະ
ຈຳປະເທດຈີນ. ໂຄສົກຂອງທຳນຽບຂາວທ່ານ Jay Carney ກ່າວວ່າ ທ່ານຄາດວ່າ
ທ່ານ Locke ຈະໄດ້ຮັບການອະນຸມັດຈາກສະພາສູງຂອງສະຫະລັດໂດຍກ່າວເຖິງທ່ານ
Locke ວ່າ ມີຄຸນນະສົມບັດສູງທີ່ສຸດ.

ທ່ານ Locke ເວົ້າວ່າ ທ່ານຈະເຮັດໜ້າທີ່ຂອງທ່ານໃນຖານະທີ່ເປັນຜູ້ສະໜັບສະໜຸນຢ່າງ
ອຸທິດຕົນແລະຢ່າງກະຕືລືລົ້ນສຳລັບອະເມຣິກາ ປະເທດທີ່ເປັນບ່ອນກຳເນີດແລະເຕີບໂຕ
ມາຂອງທ່ານ.

ເບິ່ງວີດິໂອ ປະທານາທິບໍດີໂອບາມາປະກາດແຕ່ງຕັ້ງທ່ານແກຣີ ລ໊ອກ ເປັນເອກອັກຄະລັດຖະທູດ ສຫລ ປະຈໍາປະເທດຈີນ

ທ່ານ Locke ຈະໄປຮັບໜ້າທີ່ແທນທ່ານ Jon Huntsman ທີ່ຈະລາອອກໃນ ເດືອນໜ້າ
ແລະ​ເປັນຜູ້ທີ່ມີການເບິ່ງກັນວ່າອາດເປັນຜູ້ທ້າທາຍຂອງພັກຣີພັບບລີກັນ ຕໍ່ທ່ານໂອບາມາ ໃນການເລືອກຕັ້ງປະທານາທິບໍດີເທື່ອໜ້າຂອງສະຫະລັດ.

XS
SM
MD
LG