ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ແລະຈີນ ຕົກລົງກັນ ກ່ຽວກັບການລົງໂທດ ຄັ້ງໃໝ່ ຕໍ່ເກົາຫຼີເໜືອ


ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un, ກາງ, ຕົບມືໃນ ລະຫວ່າງການສະແດງຄອນເສີດ ໃນຮູບພາບທີ່ບໍ່ລະບຸວັນທີ ເປີດເຜີຍໂດຍອົງການສູນກາງຂ່າວ ເກົາຫຼີ ຂອງ ເກົາຫຼີເໜືອ ໃນນະຄອນຫຼວງ ພຽງຢາງ, 23 ກຸມພາ, 2016.
ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un, ກາງ, ຕົບມືໃນ ລະຫວ່າງການສະແດງຄອນເສີດ ໃນຮູບພາບທີ່ບໍ່ລະບຸວັນທີ ເປີດເຜີຍໂດຍອົງການສູນກາງຂ່າວ ເກົາຫຼີ ຂອງ ເກົາຫຼີເໜືອ ໃນນະຄອນຫຼວງ ພຽງຢາງ, 23 ກຸມພາ, 2016.

ສະຫະລັດ ແລະ ຈີນ ໄດ້ບັນລຸຂໍ້ຕົກລົງ ໃນວັນພຸດວານນີ້ ກ່ຽວກັບ ການລົງໂທດຄັ້ງໃໝ່ ຂອງອົງການສະຫະປະຊາຊາດ ຕໍ່ເກົາຫຼີເໜືອ ຍ້ອນການທົດລອງນິວເຄລຍ ແລະ ການຍິງລູກສອນໄຟ ໄລຍະໄກ ຂອງຕົນເມື່ອບໍ່ນານມານີ້.

ສະຫະລັດ ຈະຍື່ນຮ່າງຍັດຕິ ໃຫ້ສະພາຄວາມໝັ້ນຄົງ ອົງການສະ ຫະປະຊາຊາດ ໃນວັນພະຫັດມື້ນີ້. ລາຍລະອຽດຕ່າງໆແມ່ນຍັງບໍ່ ໄດ້ຖືກເປີດເຜີຍ ກ່ຽວກັບ ຂໍ້ສະເໜີທີ່​ໄດ້​ຕົກລົງ​ກັນ.

ການປະກາດດັ່ງກ່າວ​ມີຂຶ້ນ ໃນຂະນະທີ່ລັດຖະມົນຕີຕ່າງປະເທດ ຂອງ ຈີນ ທ່ານ Wang Yi ພວມຢ້ຽມຢາມ ວໍຊິງຕັນ ຢູ່ບ່ອນທີ່ທ່ານ ໄດ້ພົບປະກັບລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ໃນວັນອັງຄານມື້ກ່ອນ ແລະ ໄດ້ພົບປະກັບ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານນາງ Susan Rice ໃນວັນ ພຸດວານນີ້.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໂອ້ລົມກັບ ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ Wang Yi ໃນຂະນະທີ່ບັນດາ ທ່ານມ້ວນທ້າຍກອງປະຊຸມຖະແຫຼງຂ່າວທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ. 23 ກຸມພາ 2016.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໂອ້ລົມກັບ ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ Wang Yi ໃນຂະນະທີ່ບັນດາ ທ່ານມ້ວນທ້າຍກອງປະຊຸມຖະແຫຼງຂ່າວທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ. 23 ກຸມພາ 2016.

ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ທ່ານ Ned Price ໄດ້ກ່າວວ່າ ທ່ານນາງ Rice ທ່ານ Wang ໄດ້ຕົກລົງເຫັນ ດີນຳກັນ ໃນການຕອບໂຕ້ ທີ່ “ໜັກແໜ້ນ ແລະ ​ເປັນເອກະພາບ” ຕໍ່ການທົດລອງຂອງ ເກົາຫຼີເໜືອ ລວມທັງມາດຕະການລົງໂທດ​ຂອງສະຫະປະຊາຊາດ.

ໂຄສົກກະຊວງການຕ່າງປະເທດຂອງ ເກົາຫຼີໃຕ້ ທ່ານ Cho June-hyuck ​ໃນວັນພະຫັດມື້ນີ້ ເອີ້ນຮ່າງຍັດຕິດັ່ງກ່າວວ່າເປັນ ຍັດຕິທີ່ “​ເຂັ້ມ​ແຂງ ແລະສົມບູນ​ແບບ.” ທ່ານກ່າວອີກວ່າ “ມັນ​ບັນຈຸອົງປະກອບທີ່ມີປະສິດທິພາບຫຼາຍຢ່າງ ຊຶ່ງ​ເຂັ້ມ​ແຂງກວ່າ ມາດຕະການໃດໆ ທີ່ຜ່ານມາ.”

ຂໍ້ຕົກລົງດັ່ງກ່າວນີ້ ເບິ່ງຄືວ່າ ຈະເປັນຕົວແທນຂອງການປະນີປະ ນອມ ລະຫວ່າງ ການສະໜັບໜູນຂອງວໍຊິງຕັນ ເພື່ອໃຊ້ມາດຕະການຕ່າງໆທີ່ເຮັດໃຫ້ເສດ ຖະກິດຢຸດສະງັກ ເພື່ອກົດດັນໃຫ້ Kim Jong Un ຍົກເລີກໂຄງການອາວຸດນິວເຄຍຂອງຕົນ ແລະ ການເນັ້ນຢ້ຳເຖິງ ການຮັກສາສະຖຽນລະພາບ ແລະ ການແກ້ໄຂບັນຫາຂັດແຍ້ງຜ່ານ ການເຈລະຈາ.

ຢ່າງໃດກໍຕາມ ໂດຍການ​ເຫັນ​ພ້ອມ ກັບວໍຊິງຕັນເພື່ອສະໜັບສະໜູນ ມາດຕະການລົງໂທດ ໃໝ່ຂອງນາໆຊາດ ປັກກິ່ງ ອາດສົ່ງສັນຍານວ່າ ແນວທາງການປະນີປະນອມຕໍ່ ພຽງຢາງ ຂອງຕົນນັ້ນ ບໍ່​ໄດ້​ຮັບຜົນ​ແຕ່ ຢ່າງ​ໃດ​ເລີຍ ແລະ ມາດຕະການທີ່ໜັກຂຶ້ນກວ່າເກົ່າ ແມ່ນມີ ຄວາມຈຳເປັນ.

North Korea US Sanction
please wait

No media source currently available

0:00 0:00:25 0:00

XS
SM
MD
LG