ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ພົບ​ປະ​​ລະຫວ່າງ ສະຫະລັດ​ແລະ​ຈີນ


ລັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮີນ​ລາຣີ
ຄລິນ​ຕັນໄດ້​ຮຽກຮ້ອງ​ຈີນ​ໃຫ້ຄວາມ​ຮ່ວມ​ໄມ້​ຮ່ວມ​ມື​
ໃນ​ການວາງ​ແຜນເພື່ອການຕອບ​ໂຕ​ຂອງ​ນາໆ​ຊາດຕໍ່​
ເກົາຫລີ​ເໜືອ​ແລະ​ອິຣ່ານໃນ​ຖ້ອຍ​ຖະ​ແຫລ​ງໃນ​ວັນ​ຈັນ​ມື້​ນີ້
ໃນ​ຕອນ​ໄຂ​ການ​ພົບ​ປະ​ຫາລື​ກັນລະຫວ່າງ​ສອງ​ປະ​ເທດ
ໃນ​ກຸງ​ປັກ​ກິ​ງ. ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຄລິນ​ຕັນ
ກ່າວ​ວ່າ ສອງ​ປະ​ເທດ​ໄດ້​ຮ່ວມ​ມື​ກັນ​ໃນ​ປີ​ແລ້ວ​ນີ້ ​
ໃນ​ສະພາຄວາມ​ໝັ້ນຄົງ​ສະຫະປະຊາ​ຊາດໃນ​ແຜນ
ການ​ລົງ​ໂທດ​ຕໍ່​ເກົາຫລີ​ເໜືອ ຫລັງ​ຈາກເກົາຫລີ​ເໜືອ​
ທຳ​ການ​ທົດ​ລອງ​ອາວຸດ​ນີວ​ເຄລຍຂອງ​ຕົນ​ນັ້ນ.

ນອກ​ນັ້ນ​ທ່ານ​ນາງຄລິນ​ຕັນ​ຍັງ​ໄດ້​ຊີ້​ເຖິງ​ການ​ເຈລະຈາ​ກັນຫວ່າງ​ໄວໆ​ຜ່ານ​ມາ​ນີ້ຢູ່​ໃນ
ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ທີ່ຍັງ​ຜົນໃຫ້ມີ​ຮ່າງ​ການ​ແກ້​ໄຂ​ທີ່ທຳ​ການ​ລົງ​ໂທດ
ຄັ້ງ​ໃຫມ່​ຕໍ່​ອີຣ່ານກ່ຽວກັບ​ໂຄງການຜລິດ​ນີວ​ເຄລັຍທີ່​ມີ​ການ​ສົງ​ໄສ​ກັນ​ນັ້ນ. ເມື່ອ​ເລົ່າ​ເຖິງ​
ຄວາມ​ເປັນ​ຫ່ວງ​ດ້ານ​ສິດທິ​ມະນຸດ ທ່ານ​ນາງຄລິ​ນຕັນກ່າວ​ວ່າ ສອງ​ປະ​ເທດ​ມະຫາ​ອຳນາດ
ຈະ​ບໍ່​ຕົກລົງ​ເຫັນ​ດີ​ນຳ​ກັນໃນທຸກໆ​ເລື້ອງ ​ແຕ່​ຈະ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ຢ່າງ​ເປີດ​ເຜີຍ.

ທ່ານ​ຫູ​ຈິນ​ເຖົາ ປະທານ​ປະ​ເທດ​ຈີນ ກ່າວ​ໃນ​ຕອນ​ເປີດ​ພິທີ​ທຳ​ການພົບ​ປະກັນ​ດ້ານ​ການ​
ເມືອງແລະ​ເສດຖະກິດ​ວ່າ ສອງ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ​ຈະ​ຕ້ອງ​ສົ່ງ​ເສີມ​ການ​
ປະສານ​ງານ​ກັນໃນ​ນະ​ໂຍບາຍດ້ານ​ເສດຖະກິດ​ນັ້ນ ​ແຕ່ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ຫູ​ຈິນ​ເຖົາ​
ກ່າວ​ຕື່ມ​ວ່າຈີນ​ຈະ​ສືບ​ຕໍ່ປະຕິ​ຮູບ​ອັດຕາການ​ແລກປ່ຽນເງິນຕາ​ຂອງ​ຕົນ​ຕາມ​ຈັງຫວະຂອງ​
ຕົນ​ເອງ.

XS
SM
MD
LG