ຮອງປະທານາທິບໍດີສະຫະລັດທ່ານ Joe Biden ແລະຮອງປະທານປະເທດຈີນ ທ່ານ
Xi Jinping ທີ່ມີການມອງເຫັນກັນຢ່າງແຜ່ຫລາຍ ວ່າຈະເປັນປະທານປະເທດຈີນຄົນຕໍ່
ໄປນັ້ນ ໄດ້ທໍາການໂອ້ລົມສົນທະນາກັນເລື້ອງໂຄງການຂອງພວກທ່ານສໍາລັບການພົບ
ປະກັນທີ່ກຸງວໍຊິງຕັນໃນສັບປະດາໜ້ານີ້.
ທັງສອງທ່ານໄດ້ສະແດງຄວາມຫວັງອອກມາວ່າ ການພົບປະກັນຄັ້ງນີ້ຈະເສີມຂະຫຍາຍ
ຄວາມສໍາພັນລະຫວ່າງສະຫະລັດແລະຈີນໃຫ້ເຂັ້ມແຂງຂຶ້ນ.
ທໍານຽບຂາວກ່າວວ່າ ຄາດກັນວ່າພວກຜູ້ນໍາທັງສອງຈະທໍາການໂອ້ລົມສົນທະນາກັນໃນ
ເລື້ອງເສດຖະກິດແລະການຄ້າຢ່າງກວ້າງຂວາງ ຕະຫຼອດທັງເລື້ອງການຜັນຂະຫຍາຍໃນ
ພາກພື້ນແລະໃນໂລກນໍາດ້ວຍ.
ໃນຖະແຫລງການສະບັບນຶ່ງ ທໍານຽບຂາວກ່າວວ່າ ທ່ານ Biden ໄດ້ກ່າວເນ້ນເຖິງຄວາມ
ສໍາຄັນຂອງການເສີມສ້າງຄວາມສໍາພັນລະຫວ່າງສະຫະລັດແລະຈີນ ທີ່ຈະແກ້ໄຂເລື້ອງ
ການປະຕິບັດຕ່າງໆທີ່ສໍາຄັນສໍາລັບທັງສອງປະເທດ.
ສື່ມວນຊົນຂອງທາງການຈີນໃນວັນອັງຄານມື້ກ່ອນນີ້ ອ້າງຄໍາເວົ້າຂອງທ່ານ Xi ວ່າ ການ
ເດີນທາງຢ້ຽມຢາມສະຫະລັດຄັ້ງນີ້ ແມ່ນມີວັດຖຸປະສົງເພື່ອສ້າງການເປັນພາຄີຮ່ວມມືກັນ
ລະຫວ່າງຈີນແລະສະຫະລັດບົນພື້ນຖານແຫ່ງການເຄົາລົບນັບຖືແລະເພິ່ງພາຊຶ່ງກັນແລະ
ກັນ.
ຄວາມເຄັ່ງຕຶງຕ່າງໆຍັງມີຢູ່ລະຫວ່າງສະຫະລັດແລະຈີນກ່ຽວກັບເລື້ອງຕ່າງໆຈໍານວນນຶ່ງ
ດັ່ງໂຕຢ່າງຄື: ການຂາຍອາວຸດຂອງສະຫະລັດໃຫ້ໄຕ້ຫວັນ ຄວາມບໍ່ກໍ້າເກິ່ງກັນທາງດ້ານ
ການຄ້າ ທີ່ທາງຝ່າຍຈີນໄດ້ປຽບຢ່າງຫລວງຫຼາຍ ແລະເລື້ອງອັດຕາການແລກປ່ຽນເງິນ
ຕາຕ່າງປະເທດຂອງຈີນນັ້ນ.