ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດຊຸກຍູ້ໃຫ້ຈີນ ປະຕິຮູບເສດຖະກິດຂອງຕົນ


ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດ.
ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດ.

















ທ່ານ Timothy Geithner ລັດຖະມົນຕີ​ການ​ເງິນ​ສະຫະລັດ​ກ່າວ​ວ່າຈີນ​ຄວນ​ຈະ​ຈັດ​ຕັ້ງ​ປະຕິບັດ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ຈໍານວນ​ນຶ່ງ ຮວມທັງ​ການ​ເຄື່ອນ​ໄຫວໄປສູ່ການ​ເຮັດ​ໃຫ້​ອັດຕາ​ແລກປ່ຽນ​ເງິນຕາ​ຂອງ​ຕົນ​ລອຍ​ໂຕ​ຫລາຍ​ຂຶ້ນຕາມແຮງຂັບດັນຂອງຕະຫຼາດ.

ໃນ​ລະຫວ່າງ​ການ​ກ່າວ​ປາ​ໄສ​ໃນ​ວັນ​ອັງຄານ​ວານ​ນີ້​ຕໍ່​ສະພາ​ທຸລະ​ກິດ​ສະຫະລັດ​ແລະ​ຈີນ ທ່ານ Geithner ​ໄດ້​ເວົ້າ​ເຖິງ​ເລື້ອງ​ເສດຖະກິດ​ ຕ່າງໆ​ ທີ່​ຈະ​ຍົກ​ຂຶ້ນ​ມາ​ໂອ້​ລົມ​ສົນທະນາ​ກັນ​ໃນ​ລະຫວ່າງ​ການ​ພົບ​ປະ ​ໃນ​ລະດັບ​ສູງ​ກັບ​ບັນດາ​ເຈົ້າ​ໜ້າທີ່​ຈີນ​ໃນ​ສັບປະດາ​ໜ້ານີ້. ທ່ານ​ກ່າວ​ວ່າ ຄ່າ​ຂອງ​ເງິນ​ຢວນທີ່ແຂງ​ຂຶ້ນ​ຈະ​ລົດ​ຜ່ອນຄວາມບໍ່ກໍ້າເກິ່ງທາງດ້ານການ​ຄ້າ​ລະຫວ່າງ​ສະຫະລັດ​ແລະ​ຈີນ ​ແລະ​ສົ່ງ​ເສີມ​ຄວາມ​ພະຍາຍາມ​ຂອງ​ກຸງ​ປັກ​ກິ​ງເພື່ອຫລີກ​ເວ້ນ​ສະພາວະ​ເງິນ​ເຟີ້.

ທ່ານ Geithner ຍອມຮັບ​ວ່າ ຈີນ​ໄດ້​ປ່ອຍ​ໃຫ້ເງິນ​ຢວນແຂງ​ຄ່າ​ຂຶ້ນປະມານ 5 ​ເປີ​ເຊັນ​ໃນ
ການ​ແລກປ່ຽນ​ກັບ​ເງິນ​ໂດ​ລາ​ສະຫະລັດ​ຕັ້ງ​ແຕ່​ເດືອນ​ມິຖຸນາ​ປີ​ແລ້ວ​ນີ້​ເປັນ​ຕົ້ນມາແຕ່ບັນ
ດາສະມາຊິກລັດຖະສະພາລະຜູ້ຜະລິດສິນຄ້າຂອງສະຫະລັດກ່າວວ່າ ເງິນຕາຂອງຈີນຍັງ
ມີຄ່າຕໍ່າກວ່າຄວາມເປັນຈິງເຖິງ 40% ຊຶ່ງເຮັດໃຫ້ເຮັດ​ໃຫ້​ສິນຄ້າ​ສົ່ງ​ອອກ​ຂອງ​ຈີນ​ມີລາຄາ
ຖືກ​ຢູ່​ໃນ​ຕະຫລາດ​ໂລກ.

ນອກ​ນັ້ນ​ທ່ານ Geithner ຍັງ​ກ່າວ​ເຊ່ນ​ກັນ​ວ່າ ກຸງ​ປັກ​ກິ​ງຈະ​ຕ້ອງ​ຢຸດໃຫ້​ເງິນ​ກູ້​ຢຶມ​ໃນ​ລາຄາ​ຖືກ​ໃຫ້​ແກ່​ພວກບໍລິສັດ​ລັດ​ວິ​ສາ​ຫະກິດ​ໃຫຍ່ໆ ຊຶ່ງເຮັດ​ໃຫ້​ພວກ​ບໍລິສັດ​ເຫລົ່າ​ນີ້​ໄດ້​ປຽບ​ບໍລິສັດ​ອື່ນໆ.

ທ່ານ Geithner ຍັງ​ຮຽກຮ້ອງ​ໃຫ້​ຈີນ​ນັບຖື​ຄໍາ​ໝັ້ນ​ສັນຍາ​ຂອງ​ຕົນ ​ທີ່ປະທານ​ປະ​ເທດ​ຫູ​ຈິນ​ເຖົາ​ໃຫ້​ໄວ້​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຢ່າງ​ເປັນທາງ​ການ​ຂອງ​ທ່ານ​ທີ່​ກຸງ​ວໍ​ຊິງ​ຕັນ​ໃນ​ເດືອນ​ມັງກອນ​ຕົ້ນ​ປີ​ນີ້ ຮວມທັງການ​ປົກ​ປ້ອງ​ທີ່​ດີ​ຂຶ້ນສຳລັບ​ພວກ​ສິດທິ​ຊັບ​ສິນ​ດ້ານ​ສະຕິ​ປັນຍາ​ທີ່​ບັນດາ​ບໍລິສັດອະ​ເມ​ລິ​ກັນ​ເປັນ​ເຈົ້າ​ຂອງ​ນັ້ນ.

XS
SM
MD
LG