ກະຊວງການຕ່າງປະເທດຈຂີນໄດ້ສະແດງຄວາມບໍ່ພໍໃຈຢ່າງແຮງ ນໍາການຮຽກຮ້ອງ
ຂອງສະຫະລັດທີ່ໃຫ້ກຸງປັກກິ່ງປ່ອຍໂຕພວກນັກໂທດທັງໝົດທີ່ຍັງຖືກກັກຂັງຢູ່ໃນຄຸກ
ຍ້ອນໄດ້ພາກັນທໍາການປະທ້ວງທີ່ຈະຕຸລັດ Tiannamen ໃນປີ 1988 ນັ້ນ.
ໃນການຕອບຕໍ່ຄໍາຖາມຂອງພະແນກພາສາແມນດາຣິນຂອງວີໂອເອນັ້ນ ທ່ານ Liu Wei
min ໂຄສົກປະຈໍາກະຊວງການຕ່າງປະເທດຈີນ ກ່າວຕໍ່ບັນດານັກຂ່າວວ່າ ຄໍາຮຽກຮ້ອງ
ຂອງອະເມຣິກາແມ່ນເປັນການແຊກ ແຊງຢ່າງໃຫຍ່ຫຼວງໃນກິດຈະການພາຍໃນຂອງຈີນ
ແລະເປັນການກ່າວ ຫາທີ່ບໍ່ມີມູນຄວາມຈິງ ຕໍ່ລັດຖະບານຈີນ.
ໃນຖະແຫຼງການສະບັບນຶ່ງຂອງກະຊວງການຕ່າງປະເທດສະຫະລັດ ທີ່ນໍາອອກເປີດເຜີຍ
ໃນວັນອາທິດວານນີ້ ທ່ານ Mark Toner ຮອງໂຄສົກກະຊວງກ່າວວ່າ ນອກນີ້ແລ້ວ ສະຫະ
ລັດຍັງຢາກໃຫ້ຈີນສະໜອງ ລາຍງານໂດຍເຕັມ ກ່ຽວກັບພວກປະທ້ວງທັງໝົດທີ່ເສຍຊີວິດ
ຖືກຈັບ ຫຼືຫາຍສາບສູນໄປ ໃນລະຫວ່າງການປາບປາມການປະທ້ວງຢ່າງນອງເລືອດນັ້ນ.
ນອກນີ້ ສະຫະລັດຍັງຮຽກຮ້ອງໃຫ້ຍຸດຕິ ໃນອັນທີ່ຕົນເອີ້ນວ່າ ການກໍ່ກວນຮາວີທີ່ດໍາເນີນ
ສືບຕໍ່ມາ ຕໍ່ພວກທີ່ເຂົ້າຮ່ວມໃນການປະທ້ວງ ແລະຄອບຄົວຂອງພວກເຂົາເຈົ້າເຊ່ນກັນ.
ໃນວັນທີ 4 ມິຖຸນາ ປີ 1989 ພວກທະຫານຈີນທີ່ໄດ້ຮັບການສະໜັບສະໜຸນຈາກລົດຖັງ
ໄດ້ເຄື່ອນເຂົ້າໄປທັບມ້າງການປະທ້ວງທີ່ນໍາພາໂດຍພວກນັກສຶກສາ ທີ່ຈະຕຸລັດ Tianan
men ໃນໃຈກາງກຸງປັກກິ່ງ. ການປາບປາມດັ່ງກ່າວໄດ້ພາໃຫ້ມີການປະນາມຈາກທົ່ວໂລກ
ແລະມີການກະປະມານກັນວ່າ ມີຜູ້ເສຍຊີວິດໄປຈໍານວນຫຼາຍຮ້ອຍ ໄປຫາຫຼາຍພັນຄົນ.
ເບິ່ງຮູບສະໄລດ໌ກ່ຽວກັບການລະນຶກເຖິງເຫດການວັນທີ 4 ມີຖຸນາ ຢູ່ຮົງກົງ:
ຈີນຍັງຖືວ່າ ເຫດການດັ່ງກ່າວເປັນການກະບົດຕໍ່ຕ້ານການປະຕິວັດ ແລະບໍ່ເຄີຍຮັບວ່າ ຕົນ
ໄດ້ທໍາຄວາມຜິດໃດໆໃນການຮັບມືຂອງຕົນຕໍ່ການລຸກຮືຂຶ້ນຂອງພວກປະທ້ວງນັ້ນ. ເລື້ອງ
ນີ້ໄດ້ຖືກຫ້າມເວົ້າເຖິງ
ໃນສື່ຕ່າງໆຂອງລັດ ແລະເຖິງແມ່ນເລື້ອງນີ້ເປັນເລື້ອງຕ້ອງຫ້າມໃນຈີນກໍຕາມ ແຕ່ມີພວກ
ນັກເຄື່ອນໄຫວຈໍານວນນຶ່ງ ພາກັນໄປເຕົ້າໂຮມຢູ່ຈະຕຸລັດນັ້ນ ເພື່ອເປັນຂີດໝາຍວັນຄົບຮອບ
ການປະທ້ວງດັ່ງກ່າວ.
ເບິ່ງວີດີໂອກ່ຽວກັບການລະນຶກເຖິງການປະທ້ວງທີ່ຈະຕຸລັດ ຕຽນອັນເໝິນ ຢູ່ຮົງກົງ: