ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເຄື່ອນໄຫວ ຕາບອດ ຢາກເດີນທາງ ອອກຈາກຈີນ (ວີດີໂອ)


ນາຍ Chen Guangcheng, ນັກເຄື່ອນໄຫວຕາບອດຈີນ ແລະຄອບຄົວ
ວັນທີ 3 ພຶດສະພາ 2012.
ນາຍ Chen Guangcheng, ນັກເຄື່ອນໄຫວຕາບອດຈີນ ແລະຄອບຄົວ ວັນທີ 3 ພຶດສະພາ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຢືນຢັນ​ວ່ານາຍ Chen Guangcheng ນັກ
​ເຄື່ອນ​ໄຫວ​ຕາບອດ​ຈີນ​ຢາກ​ເດີນທາງ​ອອກ​ຈາກ​ຈີນພ້ອມ​ກັບ​ຄອບຄົວ 1 ມື້​ຫຼັ​ງຈາກ​ຜູ້
​ຄັດຄ້ານ​ລັດຖະບານຄົນ​ນີ້​ ອອກ​ຈາກ​ສະຖານທູດ​ສະຫະລັດ​ໄປ ບ່ອນ​ທີ່​ຜູ້ກ່ຽວ​ໄດ້​ພະຍາ
ຍາມລີ້​ໄພ​ຢູ່​ເປັນ​ເວລາ​ເກືອບ 1 ສັບປະດາ​ຫຼັງ​ຈາ​ກຫລົບໜີ​ຈາກ​ການ​ຖືກກັກ​ຂັງ​ໃຫ້​ຢູ່​ໃນ
​ບໍລິ​ເວນ​ບ້ານ​ເຮືອນ​ນັ້ນ.

ທ່ານ​ນາງ Victoria Nuland ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະເທດ​ສະຫະລັດ​ ກ່າວ​ໃນ
​ວັນ​ພະຫັດ​ມື້​ນີ້​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກໍາລັງ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນກ່ຽວ​
ກັບ​ທາງເລືອ​ກຕ່າງໆ​ກັບນາຍ Chen ຊຶ່ງ​ເວລາ​ນີ້​ກໍາລັງພັກ​ຢູ່​ໃນ​ໂຮງໝໍ​ແຫ່ງ​ນຶ່ງ​ໃນ​ກຸງ​
ປັກ​ກິ່ງພາຍ​ໃຕ້​ຄວາມ​ດູ​ແລ​ຂອງ​ຈີນ. ນາຍ Chen ​ໄດ້​ອອກ​ຈາກ​ສະຖານທູດສະຫະລັດ​
ໃນ​ກຸ​ງ ປັກ​ກິ່ງ​ໃນ​ວັນ​ພຸດ​ວານ​ນີ້ ພາຍ​ໃຕ້​ຂໍ້​ຕົກລົງ​ກັນກັບ​ລັດຖະບານ​ຈີນທີ່​ຮຽກ ຮ້ອງ​ໃຫ້
​ທາງ​ການ​ຈີນ​ຮັບປະກັນ​ຄວາມ​ປອດ​ໄພໃຫ້​ແກ່​ຜູ້ກ່ຽວ.

​ແຕ່​ນາຍ Chen ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຄອບຄົວ​ຂອງ​ລາວ​ໄດ້​ຖືກ​ຂົ່ມ
ຂູ່ ​ແລະ​ວ່າ​ລາວ​ບໍ່​ເຊື່ອ​ໃຈ​ກຸງ​ປັກ​ກິ່ງ​ອີກ​ແລ້ວທີ່​ຈະ​ຮັກສາ​ຄໍາ​ໝັ້ນ​ສັນຍາ​ຂອງຕົນ​ທີ່ຈະ​ປົກ​
ປ້ອງ​ລາວ​ນັ້ນ. ນອກ​ນັ້ນນາຍ Chen ຍັງ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ​ເຊ່ນ​ກັນ​ວ່າ ບັນ
ດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ທີ່​ຕິດຕາມ​ລາວ​ໄປ​ຍັງ​ໂຮງໝໍ​ນັ້ນ ບໍ່ໄດ້ຢູ່​ກັບ​ລາວອີກ​ແລ້ວ​ທີ່​ໂຮງ
ໝໍ​ແຫ່ງ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ເຄີຍກ່າວ​ມາ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ກະທໍາທຸກ​ຢ່າງ​ທີ່​ສາມາດ​ເຮັດ
​ໄດ້​ເພື່ອ​ຊ່ອຍ​ນາຍ Chen ແຕ່​ປະຕິ​ເສດຕໍ່​ລາຍ​ງານ​ຂ່າວ​ທີ່​ວ່ານາຍ Chen ຖືກ​ກົດ​ດັນ​ໃຫ້
​ອອກ​ຈາກ​ສະຖານທູດ​ໄປ​ນັ້ນຊຶ່ງທ່ານ Gary Locke ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ
​ຈໍາ​ກຸງ​ປັກ​ກິ່ງ​ກ່າວ​ວ່າ ນາຍ Chen ມີ​ຄວາມ​ກະຕືລື​ລົ້ນ​ແລະ​ມີ​ຄວາມ​ຕື່ນ​ເຕັ້ນ​ທີ່​ຢາກ​ອອກ​
ຈາກ​ສະຖານທູດ​ແລະ​ກັບ​ຄືນໄປ​ພົບກັບ​ຄອບຄົວ​ຂອງ​ລາວອີກ.

ບັນຫາ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ເລື້ອງ​ນາຍ Chen ນີ້​ໄດ້​ເປັນ​ໄພ​ຂົ່ມຂູ່ທີ່ຈະ​ບົດ​ບັງ​ການ​ໂອ້​ລົມ
​ສົນທະນາ​ປະ​ຈໍາປີ​ຢູ່​ທີ່​ກຸງ​ປັກ​ກິ່ງ​ລະຫວ່າງ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ແລະ​ຈີນ. ລັດຖະມົນ
ຕີການ​ຕ່າງປະ​ເທດ​ສະຫະລັດທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ​ບໍ່ໄດ້​ເອີ່ຍ​ຊື່​ຂອງ​ນາຍ Chen
ອອກ​ມາ​ໃນລະຫວ່າງ​ການ​ກ່າວຄຳ​ປາ​ໄສ ​ໄຂ​ການໂອ້​ລົມ​ສົນທະນາຍຸດ​ທະ​ສາດ​ດ້ານ​ຄວາມ
​ປອດ​ໄພ​ກັນຊຶ່ງ​ເລີ້ມ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້ ​ແຕ່​ທ່ານ​ນາງ​ໄດ້​ຮຽກ ຮ້ອງ​ໃຫ້​ຈີນ​ປົກ​ປ້ອງ​ສິດ
ທິ​ມະນຸດ.​ຫຼັງ​ຈາ​ກຫລົບໜີ​ຈາກ​ການ​ຖືກກັກ​ຂັງ​ໃຫ້​ຢູ່​ໃນ​ບໍລິ​ເວນ​ບ້ານ​ເຮືອນ​ນັ້ນ.

ທ່ານ​ນາງ Victoria Nuland ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະເທດ​ສະຫະລັດ​ ກ່າວ​ໃນ​
ວັນ​ພະຫັດ​ມື້​ນີ້​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກໍາລັງ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນກ່ຽວ​
ກັບ​ທາງ​ເລືອ​ກຕ່າງໆ​ກັບນາຍ Chen ຊຶ່ງ​ເວລາ​ນີ້​ກໍາລັງພັກ​ຢູ່​ໃນ​ໂຮງໝໍ​ແຫ່ງ​ນຶ່ງ​ໃນ​ກຸງ​ປັກ
​ກິ່ງພາຍ​ໃຕ້​ຄວາມ​ດູ​ແລ​ຂອງ​ຈີນ. ນາຍ Chen ​ໄດ້​ອອກ​ຈາກ​ສະຖານທູດສະຫະລັດ​ໃນ​ກຸ​ງ
ປັກ​ກິ່ງ​ໃນ​ວັນ​ພຸດ​ວານ​ນີ້ ພາຍ​ໃຕ້​ຂໍ້​ຕົກລົງ​ກັນກັບ​ລັດຖະບານ​ຈີນທີ່​ຮຽກຮ້ອງ​ໃຫ້​ທາງ​ການ
​ຈີນ​ຮັບປະກັນ​ຄວາມ​ປອດ​ໄພໃຫ້​ແກ່​ຜູ້ກ່ຽວ.

​ແຕ່​ນາຍ Chen ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ຄອບຄົວ​ຂອງ​ລາວ​ໄດ້​ຖືກ​ຂົ່ມ
ຂູ່ ​ແລະ​ວ່າ​ລາວ​ບໍ່​ເຊື່ອ​ໃຈ​ກຸງ​ປັກ​ກິ່ງ​ອີກ​ແລ້ວທີ່​ຈະ​ຮັກສາ​ຄໍາ​ໝັ້ນ​ສັນຍາ​ຂອງຕົນ​ທີ່ຈະ​ປົກ
​ປ້ອງ​ລາວ​ນັ້ນ. ນອກ​ນັ້ນນາຍ Chen ຍັງ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ອອກ​ມາ​ເຊ່ນ​ກັນ​ວ່າ ບັນ
ດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ທີ່​ຕິດຕາມ​ລາວ​ໄປ​ຍັງ​ໂຮງໝໍ​ນັ້ນ ບໍ່ໄດ້ຢູ່​ກັບ​ລາວອີກ​ແລ້ວ​ທີ່​ໂຮງໝໍ​
ແຫ່ງ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ເຄີຍກ່າວ​ມາ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ກະທໍາທຸກ​ຢ່າງ​ທີ່​ສາມາດ​
ເຮັດ​ໄດ້​ເພື່ອ​ຊ່ອຍ​ນາຍ Chen ແຕ່​ປະຕິ​ເສດຕໍ່​ລາຍ​ງານ​ຂ່າວ​ທີ່​ວ່ານາຍ Chen ຖືກ​ກົດ
​ດັນ​ໃຫ້​ອອກ​ຈາກ​ສະຖານທູດ​ໄປ​ນັ້ນຊຶ່ງທ່ານ Gary Locke ​ເອກ​ອັກຄະ​ລັດຖະທູດ​ສະ
ຫະລັດ​ປະ​ຈໍາ​ກຸງ​ປັກ​ກິ່ງ​ກ່າວ​ວ່າ ນາຍ Chen ມີ​ຄວາມ​ກະຕືລື​ລົ້ນ​ແລະ​ມີ​ຄວາມ​ຕື່ນ​ເຕັ້ນ
​ທີ່​ຢາກ​ອອກ​ຈາກ​ສະຖານທູດ​ແລະ​ກັບ​ຄືນໄປ​ພົບກັບ​ຄອບຄົວ​ຂອງ​ລາວອີກ.

ບັນຫາ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ເລື້ອງ​ນາຍ Chen ນີ້​ໄດ້​ເປັນ​ໄພ​ຂົ່ມຂູ່ທີ່ຈະ​ບົດ​ບັງ​ການ​ໂອ້​
ລົມ​ສົນທະນາ​ປະ​ຈໍາປີ​ຢູ່​ທີ່​ກຸງ​ປັກ​ກິ່ງ​ລະຫວ່າງ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ແລະ​ຈີນ. ລັດ
ຖະມົນຕີການ​ຕ່າງປະ​ເທດ​ສະຫະລັດທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ​ບໍ່ໄດ້​ເອີ່ຍ​ຊື່​ຂອງ​ນາຍ
Chen ອອກ​ມາ​ໃນລະ ຫວ່າງ​ການ​ກ່າວຄຳ​ປາ​ໄສ ​ໄຂ​ການໂອ້​ລົມ​ສົນທະນາຍຸດ​ທະ​ສາດ​
ດ້ານ​ຄວາມ​ປອດ​ໄພ​ກັນຊຶ່ງ​ເລີ້ມ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້ ​ແຕ່​ທ່ານ​ນາງ​ໄດ້​ຮຽກ ຮ້ອງ​ໃຫ້​ຈີນ
​ປົກ​ປ້ອງ​ສິດທິ​ມະນຸດ.

XS
SM
MD
LG