ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນກ່າວຍ້ອງຍໍ ສະຫະລັດ ທີ່ບໍ່ໄດ້ລະບຸຊື່ຈີນ ເປັນຜູ້ຄວບຄຸມເງິນຕາ


ທ່ານ Timothy Geithner ລັດຖະມົນຕີການເງີນສະຫະລັດ.
ທ່ານ Timothy Geithner ລັດຖະມົນຕີການເງີນສະຫະລັດ.

















ອົງການ​ຂ່າວ​ທາງ​ການ​ຂອງ​ຈີນ ​ໃນ​ວັນ​ພຸດ​ມື້​ນີ້​ໄດ້​ກ່າວ​ຍ້ອງຍໍ​ກະຊວງ ການ​ເງິນ​ຂອງ​ສະຫະລັດ​ທີ່​ບໍ່​ຍອມ​ລະບຸ​ຊື່ກຸງ​ປັກ​ກິ​ງວ່າ ​ເປັນ​ຜູ້​ຄວບ​ຄຸມ​ເງິນຕາ ​ໂດຍ​ກ່າວ​ວ່າ ມັນ​ເຖິງ​ເວລາ​ທີ່​ຈະ​ກ້າວ​ໄປ​ສູ່​ອັນ​ທີ່​ຕົນ​ເອີ້ນ​ວ່າ ການ​ຜິດ​ຖຽງ​ທີ່ໄຮ້​ປະ​ໂຫຍ​ດ ​ໄຮ້​ຄວາມ​ໝາຍກ່ຽວ​ກັບ​ຄ່າ​ຂອງ​ເງີ​ນຢວນຂອງ​ຈີນ​ນັ້ນ.

ເຖິງ​ຢ່າງ​ໃດ​ກໍ​ດີ ກະຊວງ​ການ​ເງິນ​ສະຫະລັດ​ໃນ​ວັນ​ອັງຄານ​ວານ​ນີ້ກ່າວ​ວ່າ ຄ່າ​ຂອງ​ເງິນຢວນຍັງມີ​ລາຄາ​ຕໍ່າ​ຢ່າງ​ຫລວງຫລາຍ ​ແຕ່​ບໍ່​ຍອມ​ບົ່ງ​ວ່າ ຈີນ​ເປັນ​ຜູ້​ຄວບ​ຄຸມ​ເງິນຕາ​ ຊຶ່ງ​ສາມາດ​ນໍາພາ​ໃຫ້​ມີ​ການ ເຄື່ອນ​ໄຫວ​ລົງ​ໂທດ​ໂດຍ​ພວກ​ສະມາ​ຊິກ​ສະພາ​ນິຕິບັນຍັດ​ຂອງ​ສະຫະລັດ​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຈີນ​ກ່າວ​ຢູ່​ໃນ​ບົດ​ວິຈານ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ເປັນ​ສັນຍານ​ໃນ​ທາງ​ບວກ​ອັນ​ນຶ່ງ ທີ່​ຈະ​ຊ່ອຍບັນ​ເທົາ​ພວກ​ຕະຫລາດ​ ແລະ​ເປັນ​ຜົນ​ປະ​ໂຫຍ​ດ​ແກ່​ການ​ຄ້າ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ທໍາ​ການ​ກ່າວ​ຫາ​ຈີນ​ມາ​ເປັນ​ເວລາ​ດົນ​ນານ​ວ່າ​ຮັກສາ​ຄ່າ​ເງິນ​ຢວນຂອງ​ຕົນ​ຢູ່​ໃນ​ລະດັບ​ຕໍ່າ​ເກີນ​ໄປ ​ເພື່ອ​ຢາກເຮັດ​ໃຫ້​ລາຄາ​ສິນຄ້າ​ສົ່ງ​ອອກ​ຂອງ​ຕົນ​ຢູ່​ໃນ​ລາຄາ​ຖືກ​ກວ່າ​ສິນຄ້າ​ສົ່ງ​ອອກ​ໃນ​ປະ​ເພດ​ດຽວ​ກັນ​ທີ່​ຜະລິດ​ຢູ່ໃນ​ສະຫະລັດນັ້ນ.

XS
SM
MD
LG