ເບິ່ງຄືວ່າ ສະຫະລັດແລະຈີນຈະລົງນາມໃນຂໍ້ຕົກລົງການຄ້າກັນຫລາຍສະບັບ ໃນລະຫວ່າງກອງປະຊຸມສຸດຍອດ ລະຫວ່າງປະທານາທິບໍດີບາຣັກໂອບາມາ ແລະທ່ານຫູຈິນເຖົາ ປະທານປະເທດຈີນ ໃນສັບປະດານີ້ທີ່ກຸງວໍຊິງຕັນ.
ມີທ່າທາງວ່າ ພວກຜູ້ນໍາຂອງສອງປະເທດເສດທະກິດໃຫຍ່ທີ່ສຸດຂອງໂລກຈະທໍາການໂອ້ລົມສົນທະນາກັນເລື້ອງບັນຫາການເງິນຕ່າງໆ ແຕ່ເລື້ອງນຶ່ງທີ່ສໍາຄັນທີ່ ສຸດກໍແມ່ນເລື້ອງການໄດ້ປຽບການຄ້າຢ່າງຫລວງຫລາຍຂອງຈີນ ກັບສະຫະລັດຊຶ່ງເວລາມີການລຽບລຽງໂຕເລກບັ້ນສຸດທ້າຍສໍາລັບປີ 2010 ແລ້ວ ຈີນກໍອາດຈະໄດ້ປຽບສະຫະລັດ ໃນດ້ານການຄ້າເປັນມູນຄ່າຮອດ 270 ຕື້ໂດລາກໍໄດ້ ສໍາລັບປີກາຍນີ້.
ກ່ອນໜ້າການຢ້ຽມຢາມທໍານຽບຂາວຂອງທ່ານຫູຈິນເຖົາ ໃນວັນອັງຄານມື້ຮືນີ້ ແລະໃນທ້າຍສັບປະດາທີ່ນະຄອນ Chicago ເມືອງທີ່ທ່ານໂອບາມາເຄີຍອາໃສຢູ່ນັ້ນ ຍັງບໍ່ເປັນທີ່ຮູ້ຈັກກັນເທື່ອວ່າ ຈະມີການລົງນາມໃນສັນຍາການຄ້າກັນຈັກສະບັບ ຫລືວ່າຈະມີມູນຄ່າເທົ່າໃດ. ແຕ່ພວກຜູ້ນໍາທຸລະກິດແລະລັດຖະບານໄດ້ກ່າວ ຫວ່າງໄວໆຜ່ານມານີ້ ວ່າ ເບິ່ງຄືວ່າຈະມີການຕົກລົງເຫັນດີນໍາກັນຫລາຍສະບັບ.