ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສຫລ ແລະຈີນພົບປະກັນ ເລື້ອງເສດຖະກິດ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ແລະ ປະທານປະເທດຈີນ ທ່ານຫູ ຈິນຕາວ ໂອ້ລົມກັນ ໃນວັນພະຫັດທີ 11 ພະຈິກ 2010 ນີ້, ເຊິ່ງເປັນເວລາບໍ່ເທົ່າໃດຊົ່ວໂມງ ກ່ອນໜ້າການເປີດກອງປະຊຸມ ສຸດຍອດ ດ້ານເສດຖະກິດຂອງກຸ່ມ G-20 ນະຄອນຫລວງໂຊລ (AP Photo/Charles Dharapak)
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ແລະ ປະທານປະເທດຈີນ ທ່ານຫູ ຈິນຕາວ ໂອ້ລົມກັນ ໃນວັນພະຫັດທີ 11 ພະຈິກ 2010 ນີ້, ເຊິ່ງເປັນເວລາບໍ່ເທົ່າໃດຊົ່ວໂມງ ກ່ອນໜ້າການເປີດກອງປະຊຸມ ສຸດຍອດ ດ້ານເສດຖະກິດຂອງກຸ່ມ G-20 ນະຄອນຫລວງໂຊລ (AP Photo/Charles Dharapak)

ພວກ​ຜູ້​ນໍາທັງຂອງສະຫະລັດ ​ແລະຈີນ ຕ່າງກໍໃຫ້ຄຳໝັ້ນ
ສັນຍາວ່າ ຈະໂອ້​ລົມ​ສົນທະນາ​ ​ແລະຮ່ວມມືກັນ ໃນ​ຕອນ​
ເລີ້ມຕົ້ນຂອງ​ການ​ພົບປະສອງຕໍ່ສອງ ຢູ່​ໃນ​ນະຄອນຫລວງ
ໂຊລ.

ປະທາ​ນາທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ແລະ
ປະທານ​ປະ​ເທດ​ຈີນ ທ່ານ​ຫູ​ ຈິນຕາ​ວ ​ໄດ້​ໂອ້​ລົ​ມກັນ​ໃນ
ວັນພະ​ຫັດມື້ນີ້ ​ເຊິ່ງ​ເປັນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນໜ້າ
ການ​ເປີດກອງ​ປະຊຸມ​ສຸດ​ຍອດ ​ດ້ານ​ເສດຖະກິດ​ຂອງກຸ່ມຈີ 20 ​ທີ່ຈະ​ເພັ່ງ​ເລັງ​ໃສ່​ການ​ແກ້​ໄຂ​ພາກສ່ວນທີ່​ບັນດາປະ​ເທດ​ເຫລົ່ານີ້ຍັງມີ​ຄວາມ​ເຫັນທີ່​ແຕກຕ່າງ​ກັນ.

ທ່ານ ​ໂອ​ບາ​ມາຍັງ​ໄດ້​ກ່າວ​ເພີ້ມອີກ​ວ່າ ບັນດາ​ປະ​ເທດ​ຕ່າງໆກໍາລັງ​ມີ​ຄວາມ​ກ້າວໜ້າ ​ໃນ​ການ​ກ້າວ​ໄປ​ຫາ​ການ​ແກ້​ໄຂຄວາມບໍ່ລົງຮອຍກັນ​ເຫລົ່ານີ້. ​ແລະທ່ານຫູເວົ້າວ່າ ຈີນພ້ອມ ແລ້ວທີ່ຈະດຳເນີນງານຮ່ວມກັບ ສະຫະລັດເພື່ອເປີດການສົນທະນາຫາລື ແລະເພີ້ມທະ ວີການຮ່ວມມືລະຫວ່າງກັນ. ແຕ່​ກໍບໍ່ມີ​ຝ່າຍ​ໃດ​ໃຫ້​ຄວາມ​ຄິດ​ເຫັນ ຫລັງ​ຈາກ​ການ​ພົບປະ ກັນ​ໄດ້​ຈົບ​ລົງ.

ສະຫະລັດ​ໄດ້​ຕິຕຽນຈີນ​ວ່າ ໄດ້​ຫລຸດ​ລາຄາ​ເງິນຂອງ​ຕົນລົງ ​ເພື່ອ​ຈະ​ໃຫ້​ໄດ້​ປຽບທາງ​ການ​ຄ້າ. ສ່ວນ​ທາງ​ລັດຖະບານ​ປັກ​ກິ່ງ​ຜັດ​ເວົ້າວ່າ ມາດ​ຕະການ​ຊຸກຍູ້​ເສດຖະກິດ​ຂອງ​ສະຫະລັດ ຈະ​ພາ​ໃຫ້​ເກີດໄພ​ເງິນ​ເຟີ້ ​ແລະ ການ​ເກັງກຳໄລທີ່ພາໃຫ້​ເກີດເສດຖະກິດຟອງ​ສະ​ບູ່ ​ໃນ​ຈີນ.

XS
SM
MD
LG