ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດແລະຈີນ ສະແດງຄວາມພໍໃຈ ນໍາການເຈລະຈາກັນ


ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດ (ນັ່ງຢູ່ເບື້ອງຊ້າຍ ) ພົບປະກັບທ່ານ Wang Qishan ຮອງນາຍົກລັດຖະມົນຕີຈີນ ນັ່ງທາງກາງ ທີ່ກອງປະຊຸມດ້ານຍຸດທະສາດແລະເສດຖະກິດ ທີ່ກຸງ ວໍຊິງຕັນ
ວັນທີ 9 ພຶດສະພາ 2011
ທ່ານ Timothy Geithner ລັດຖະມົນຕີການເງິນສະຫະລັດ (ນັ່ງຢູ່ເບື້ອງຊ້າຍ ) ພົບປະກັບທ່ານ Wang Qishan ຮອງນາຍົກລັດຖະມົນຕີຈີນ ນັ່ງທາງກາງ ທີ່ກອງປະຊຸມດ້ານຍຸດທະສາດແລະເສດຖະກິດ ທີ່ກຸງ ວໍຊິງຕັນ ວັນທີ 9 ພຶດສະພາ 2011

ການ​ພົບ​ປະ​ເຈລະຈາ​ໃນ​ລະດັບ​ສູງ​ລະຫວ່າງ​ສະຫະລັດ​ແລະ​ຈີນ​ເລີ້ມຄືນ​ໃນ​ວັນ​ອັງຄານ​ມື້​ນີ້ທີ່​ກຸງ​ວໍ​ຊິງ​ຕັນ ຊຶ່ງ​ທັງ​ສອງ​ຝ່າຍ​ຕ່າງກໍສະ​ແດງ​ຄວາມ ​ພໍ​ອົກ​ພໍ​ໃຈນໍາ​ຄວາມຄືບ​ໜ້າ​ມາ​ຮອດ​ປັດຈຸບັນ​ນີ້ ​ແຕ່​ເລື່ອງທີ່ເປັນ​ສ້ຽນ​ເປັນ​ໜາມ​ກັນ​ຫລາຍ​ເລື້ອງຍັງ​ແກ້​ໄຂ​ກັນ​ບໍ່​ໄດ້​ເທື່ອ.

ບັນດາ​ເຈົ້າ​ໜ້າ​ທີ່ຈີນ​ປາກົດ​ວ່າ​ບໍ່​ໄດ້​ຫວັ່ນ​ໄຫວ​ຈາກ​ການ​ຕໍາ​ໜິຕິຕຽນຢ່າງ​ແຂງ​ຂັນ​ຂອງ​ຝ່າຍ​ສະຫະລັດ​ກ່ຽວ​ກັບ​ການ​ປະຕິບັດ​ຕໍ່​ພວກ​ຄັດຄ້ານ​ລັດຖະບານ​ໃນ​ລະຫວ່າງ​ການ​ເປີດ​ປະຊຸມ​ກັນ​ໃນ​ວັນ​ຈັນ​ວານ​ນີ້. ​ໃນ​ການ​ຖະແຫຼງຂ່າວຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນທີ່​ກຸງ​ປັກ​ກິ​ງ​ໃນ​ວັນ​ອັງຄານ​ມື້​ນີ້
ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຈີນ​ຕຽມ​ພ້ອມ​ທີ່ຈະ​ໂອ້​ລົມ​ສົນທະ
ນາ​ກັນ​ເລື້ອງ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ກຽວ​ກັບ​ເລື້ອງ​ສິດທິ
ມະນຸດທ່າມກາງບັນຍາກາດ​ຂອງ​ການ​ນັບຖື​ຊຶ່ງ​ກັນ​ແລະ​ກັນ.

ສໍາລັບ​ພາກສ່ວນ​ຂອງ​ຕົນ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ພວກ​ເຈົ້າ​ມີ​ຄວາມ​ດີ​ອົກ​ດີ​ໃຈ​ຫລາຍ​ໃນ​ມື້​ທໍາ​ອິດ​ຂອງ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື່ອງຍຸດ​ທະ​ສາດ​ແລະ​ເສດຖະກິດ ຊຶ່ງ​ໄດ້​ເວົ້າ​ເຖິງ​ຫລາຍ​ເລື້ອງ​ນັບ​ແຕ່ເລື້ອງ​ອັຟກາ​ນີສຖານ​ໄປ​ຫາ​ເລື້ອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ ກາດ ແລະເລື້ອງ​ການ​ເຂົ້າ​ຫາຕະຫລາດ​ຂອງ​ກັນ​ແລະ​ກັນ​ນັ້ນ.

XS
SM
MD
LG