ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານຊີ ຈິ້ນຜິງ ຮອງ​ປະທານ​ປະ​ເທດ​ຈີນ ​ຊະນະ​ຈິດ​ໃຈ ຊາວ​ອາ​ເມຣິກັນ ສາ​ມັນ​ຊົນ (ເບິ່ງວີດີໂອ ກັບສະໄລດ໌)


ທ່ານຊີ ຈິ້ນຜິງ ຮອງ​ປະທານ​ປະ​ເທດ​ຈີນ ​ຊະນະ​ຈິດ​ໃຈ ຊາວ​ອາ​ເມຣິກັນ ສາ​ມັນ​ຊົນ (ເບິ່ງວີດີໂອ ກັບສະໄລດ໌)
ທ່ານຊີ ຈິ້ນຜິງ ຮອງ​ປະທານ​ປະ​ເທດ​ຈີນ ​ຊະນະ​ຈິດ​ໃຈ ຊາວ​ອາ​ເມຣິກັນ ສາ​ມັນ​ຊົນ (ເບິ່ງວີດີໂອ ກັບສະໄລດ໌)

ທ່ານ ຊີ ຈິ້ນ​ຜິ​ງ ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ຊະນະ​ຈິດ​ໃຈພວກ​ຊາວ​ອາ​ເມຣິກັນສາ​ມັນ​ຊົນ
ໃນ​ລະຫວ່າງ​ການ​ຢ້ຽມຢາມ​ປະຊາ​ຄົມ​ກະ​ເສດ​ຕະກອນ ​ໃນ​ລັດໄອ​ໂອວາ ທາງພາກຕາ​ເວັນ
ຕົກ​ຕອນ​ກາງຂອງ​ສະຫະລັດ ​ເມື່ອ​ວັນ​ພຸດ​ວານ​ນີ້ ຊຶ່ງ​ເປັນ​ເວລາ 27 ປີ ຫລັງ​ຈາກ​ທ່ານ​ໄດ້
ຢ້ຽມຢາມລັດ​ດັ່ງກ່າວ​ໃນ​ຖານະ​ເຈົ້າໜ້າ​ທີ່​ລະດັບ​ກາງຂອງ​ຈີນ.

ບຸລຸດ​ຜູ້​ທີ່ເຊື່ອ​ກັນ​ວ່າ​ຈະໄດ້ເປັນ​ປະທາ​ນປະ​ເທດ​ຄົນ​ຕໍ່​ໄປ​ຂອງ​ຈີນ ໃຊ້​ເວລານຶ່ງ​ຊົ່ວ​ໂມງ​ດື່ມ​
ນໍ້າ​ຊາ​ ກັບ​ພວກ​ຊາວ​ເມືອງ Muscatine ​ແລະ​ຫລາຍໆ​ຄົນ​ເວົ້າວ່າ ທ່ານ​ຍັງ​ຈື່​ໜ້າ​ຈໍາ​ຕາ​
ຫລາຍ​ຄົນໄດ້ ແລະເວົ້າ​ເຖິງພິທີການ​ຕ່າງໆ ຈາກ​ການ​ຢ້ຽມຢາມຄັ້ງ​ກ່ອນ​ຂອງ​ທ່ານ ​ໃນ​ປີ
1985 ນັ້ນ.

ນຶ່ງ​ໃນ​ຫລາຍໆ​ຄົນ​ ທີ່​ໄດ້​ພົບ​ປະ​ກັບ​ທ່ານ ຊີ ກໍ​ຄື​ທ່ານ Tom Hoopes ຄົນ​ໃນ​ທ້ອງ​ຖິ່ນ
ທີ່​ທ່ານ ຊີ ​ໄດ້​ຢ້ຽມຢາມ​ຟາ​ມຂອງລາວ ​ໃນ​ລະຫວ່າງການ​ເດີນທາງ​ມາສະ​ຫະລັດ​ຄັ້ງ​ກ່ອນ
ເພື່ອ​ສຶກສາ​ພາກ​ປະຕິບັດ​ການກະ​ເສດ​ຂອງ​ສະຫະລັດ.

ຊຶ່ງ​ທ່ານ​ທອມກ່າວ​ໃນ​ຕອນ​ນຶ່ງ​ວ່າ ຂ້າພະ​ເຈົ້າບໍ່​ເຄີຍ​ຢູ່​ໃກ້ ​ບຸກຄົນ​ໃດ​ທີ່​ຄື​ທ່ານ ຊີ ມາ​ກ່ອນ
ແລະ​ໃນ​ທັດສະນະ​ຂອງ​ຄວາມ​ຈິງ​ແລ້ວ​ນັ້ນ ​ມັນ​ເປັນ​ສະຖານະ​ການ​ແບບ​ໃຊ້ສອງ​ພາສາທ່ານ
ຊີ ມີ​ຄວາມ​ຊື່ສັດ​ຈິງ​ໃຈ ອັນ​ເປັນ​ສິ່ງ​ປະ​ທັບ​ໃຈ​ທໍາ​ອິດຂອງ​ຂ້າພະ​ເຈົ້າທີ່​ເຄີຍ​ໄດ້​ຟັງ​ເພີ່ນ​ເວົ້າ.

ທ່ານ ຊີ ຊຶ່ງຈະ​ສິ້ນ​ສຸດ​ການ​ຢ້ຽມຢາມ​ສະຫະລັດ​ຂອງ​ທ່ານ ດ້ວຍ​ການ​ໄປແວ່ຢາມ​ນະຄອນ
Los Angeles ລັດ​ຄາ​ລິຟໍ​ເນຍ ​ໃນ​ວັນ​ພະຫັດ​ມື້​ນີ້ ​ໄດ້​ເນັ້ນ​ຍໍ້າຄວາມ​ສົນ​ໃຈໃນ​ການ​ພົບ
ປະກັນແບບສອງ​ຕໍ່​ສອງ​ ໃນ​ລະຫວ່າງ​ງານລ້ຽງ​ອາຫານ​ຄໍ່າໃນ​ຕອນ​ແລງ​ຂອງ​ວັນ​ພຸດ​ວານນີ້
ທີ່​ເມືອງ​ Des Moines ​ເມືອງ​ຫຼວງ​ຂອງ​ລັດ​ໄອ​ໂອວາ.

ຢູ່ທີ່​ງານ​ລ້ຽງ​ອາຫານ​ຄໍ່າຊຶ່ງ​ເປັນ​ເຈົ້າພາບ​ໂດຍ​ຜູ້​ປົກຄອງລັດໄອ​ໂອວາທ່ານ Terry Brand-
stad ທ່ານ ຊີ​ເວົ້າວ່າ ທ່ານ​ມາສະ​ຫະລັດ​ໃນຄັ້ງ​ນີ້ກໍ​ເພື່ອ​ຊຸກຍູ້​ຄວາມສໍາພັນແຫ່ງການ​ຮ່ວມ​
ມືໃຫ້​ກ້າວ​ໄກ​ໄປ​ໜ້າ.

ໃນການ​ເຄື່ອນ​ໄຫວ​ອີກ​ດ້ານ​ນຶ່ງ​ນັ້ນ ຊຶ່ງ​ມີ​ທ່າ​ທາງ​ວ່າ​ຈະ​ໄດ້​ຮັບ​ຄວາມ​ນິຍົມ​ ໃນ​ໝູ່​ຊາວ​ກະສິ
ກອນ​ອາ​ເມຣິກັນນັ້ນ ພວກ​ເຈົ້າໜ້າ​ທີ່ໆ​ເດີນທາງ​ໄປກັບ​ທ່ານ ຊີ ​ໄດ້​ປະກາດ​ແຜນການທີ່​ຈະ
ຊື້ໝາກ​ຖົ່ວ​ເຫຼືອງ ຂອງ​ສະຫະລັດ ໃນ​ມູນ​ຄ່າ 4 ພັນ 300 ລ້ານ​ໂດ​ລາ. ການ​ຊື້ໝາກ​ຖົ່ວ
ເຫຼືອງໜັກ 12 ລ້ານໂຕນດັ່ງກ່າວ ​ແມ່ນ​ເປັນ​ການ​ຕົກລົງ​ຊື້ຂາຍ​ຄັ້ງໃຫຍ່​ທີ່​ສຸດ​ຂອງ​ຈີນ​ເທົ່າທີ່​
ເຄີຍ​ມີ​ມາ.

ເບິ່ງວີດີໂອ ໂທລະພາບຂອງທາງການຈີນ CCTV ຂະຫຍາຍການປະຕິບັດງານ

XS
SM
MD
LG