ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດວ່າ ຊີເຣຍຖອນກໍາລັງ ອອກຈາກບາງເມືອງ


ຮູບພາບຈາກນັກຂ່າວປະຊາຊົນ ທີ່ສໍານັກງານຂ່າວ Associated Press ໄດ້ມາ ເມື່ອວັນສຸກ ທີ່ 6 ເມສາ 2012, ສະແດງໃຫ້ເຫັນ ການຝັງສົບໝູ່ ບັນດາຜູ້ເຄາະຮ້າຍ ຈາກການບຸກໂຈມຕີ ທີ່ Taftanaz, Syria.
ຮູບພາບຈາກນັກຂ່າວປະຊາຊົນ ທີ່ສໍານັກງານຂ່າວ Associated Press ໄດ້ມາ ເມື່ອວັນສຸກ ທີ່ 6 ເມສາ 2012, ສະແດງໃຫ້ເຫັນ ການຝັງສົບໝູ່ ບັນດາຜູ້ເຄາະຮ້າຍ ຈາກການບຸກໂຈມຕີ ທີ່ Taftanaz, Syria.

ເອກອັກຄະລັດຖະທູດສະຫະລັດປະຈໍາຊີເຣຍກ່າວວ່າ ປາກົດວ່າ ກໍາລັງຂອງລັດຖະ
ບານຊີເຣຍໄດ້ຖອນອອກໄປ ຈາກຫົວເມືອງນ້ອຍໃຫຍ່ຈໍານວນນຶ່ງແລ້ວ ລ່ວງໜ້າກໍາ
ນົດເສ້ນຕາຍຂອງຂໍ້ຕົກລົງຢຸດຍິງ ທີ່ສະຫະປະຊາຊາດເປັນຜູ້ໄກ່ເກ່ຍນັ້ນ.

ຢ່າງໃດກໍຕາມ ເອກອັກຄະລັດຖະທູດ Robert Ford ກ່າວຕື່ມວ່າຢູ່ໃນບາງບ່ອນນັ້ນ
ເບິ່ງຄືວ່າ ລັດຖະບານຊີເຣຍພຽງແຕ່ຍົກຍ້າຍທະຫານ ອອກຈາກບ່ອນນຶ່ງໄປຍັງອີກ
ບ່ອນນຶ່ງເທົ່ານັ້ນ ແລະໃນອີກບາງແຫ່ງ ຊໍ້າພັດໄດ້ເອົາໜ່ວຍປືນໃຫຍ່ໄປໄວ້ໃກ້ໆເຂດ
ຢູ່ອາໄສຂອງພົນລະ ເຮືອນ.

ທ່ານ Ford ໄດ້ຂຽນຄວາມເຫັນຂອງທ່ານລົງໃນໜ້າເວັບໄຊ້ຂອງສະຖານທູດສະຫະ
ລັດ ຊຶ່ງມີຮູບພາບທາງດາວທຽມຂອງເຂດ ທີ່ມີລາຍງານຂ່າວວ່າມີການຖອນທະຫານ
ຂອງຊີເຣຍອອກໄປ ກ່ອນແລະຫລັງການຖອນດັ່ງກ່າວນັ້ນ.

ລັດຖະບານຊີເຣຍໄດ້ສັນຍາວ່າ ຈະຢຸດການເຄື່ອນໄຫວທາງທະຫານທັງໝົດ ພາຍໃນ
ວັນທີ 10 ເມສານີ້. ພາຍໃຕ້ເງື່ອນໄຂຂອງຖະແຫລງການສະບັບນຶ່ງທີ່ສະພາຄວາມໝັ້ນ
ຄົງຮັບຜ່ານເອົາໃນຕົ້ນອາທິດນີ້ ທາງຝ່ານຄ້ານກໍຈະຕ້ອງໄດ້ວາງອາວຸດຂອງຕົນ ພາຍ
ໃນເວລາ 48 ຊົ່ວໂມງ ຫລັງຈາກທີ່ຝ່າຍລັດຖະບານໄດ້ປະຕິບັດຕາມຄໍາສັນຍາຂອງຕົນ
ແລ້ວ ຊຶ່ງກໍຄືພາຍໃນວັນທີ 12 ເມສານີ້.

ກໍາລັງຂອງຊີເຣຍໄດ້ລະດົມຍິງໃສ່ທີ່ໝັ້ນຂອງຝ່າຍຄ້ານໃນທົ່ວປະເທດ ໃນວັນສຸກວານນີ້
ຊຶ່ງບໍ່ຮອດນຶ່ງອາທິດດ້ວຍຊໍ້າ ກ່ອນເວລາເສ້ນຕາຍ ສໍາລັບການຢຸດຍິງຂອງສະຫະປະຊາ
ຊາດນັ້ນ ເຮັດໃຫ້ມີຄົນເສຍຊີວິດ ຢ່າງໜ້ອຍ 24 ຄົນ ສ່ວນໃຫຍ່ແມ່ນພົນລະເຮືອນ.

ການໂຈມຕີດ່ັງກ່າວມີຂຶ້ນ ພ້ອມໆກັບທີ່ປະຊາຊົນຊີເຣຍຫລາຍໝື່ນຄົນພາກັນທໍາການ
ປະທ້ວງຕໍ່ຕ້ານລັດຖະບານ ອິງຕາມລາຍງານຂອງຝ່າຍຄ້ານ.

XS
SM
MD
LG