ຜູ້ຊາຍທີ່ຖືກກ່າວຫາວ່າ ຍິງຊາວອາເມຣິກັນເຊື້ອສາຍອາຟຣິ
ກາທີ່ໄປໂບດຕາຍເກົ້າຄົນ ຢູ່ເມືອງ Charlston ລັດ South
Carolina ໄດ້ຮ້ອງຮຽນຕໍ່ສານວ່າ ລາວບໍ່ຄວາມຜິດ ໃນຂໍ້ຫາ
33 ກະໂທງຂອງລັດຖະບານກາງ.
ທ້າວ Dylan Roof ໄດ້ຮ້ອງຮຽນຕໍ່ສານໃນວັນສຸກວານນີ້ໃນ
ລະຫວ່າງການໄປປາກົດໂຕ ເປັນເວລາສັ້ນໆ ທີ່ສານລັດຖະ
ບານກາງ ຢູ່ໃນເມືອງ Charleston ໃນຂະນະທີ່ ທະນາຍ
ຄວາມຂອງລາວ ກ່າວວ່າ ທ້າວ Roof ຕ້ອງການທີ່ຈະຍອມ
ຮັບຜິດຕໍ່ສານ.
ທະນາຍຄວາມ David Bruck ກ່າວວ່າ ທ່ານບໍ່ສາມາດແນະນຳໃຫ້ລູກຄວາມຂອງທ່ານ ຍອມຮັບຄວາມຜິດຈົນກວ່າວ່າ ບັນດາໄອຍະການກ່າວວ່າ ເຂົາເຈົ້າຈະຊອກຫາຊ່ອງທາງ
ໃຫ້ມີການລົງໂທດປະຫານຊີວິດລາວຫຼືບໍ່. ທ້າວ Roof ຍັງສາມາດທີ່ຈະປ່ຽນການຮ້ອງ
ຮຽນຂອງຜູ້ກ່ຽວໄດ້ຕາມພາຍຫລັງຖ້າຫາກລາວໄດ້ຕັດສິນໃຈແລ້ວ.
ທ້າວ Roof ປະເຊີນໜ້າການກ່າວຫາຈາກ ລັດຖະບານກາງ ຮວມທັງການກະທຳຜິດກ່ຽວກັບຄວາມກຽດຊັງທາງດ້ານເຊື້ອຊາດຜິວພັນ ແລະກີດກັ້ນຕໍ່ການປະຕິບັດສາສະ
ໜາ. ລາວຍັງປະເຊີນໜ້າກັບຂໍ້ຫາຄາດຕະກຳ ແລະຂໍ້ຫາພະຍາ ຍາມຄາດຕະກຳ ຫລາຍໆກະໂທງ ຢູ່ໃນລັດ South Carolina.
ທັງບັນດາໄອຍະການລັດຖະບານກາງຫລືໄອຍະການທ້ອງຖິ່ນ ຍັງບໍ່ທັນໄດ້ຕັດ ສິນໃຈເທື່ອວ່າ ເຂົາເຈົ້າຈະຊອກຫາຊ່ອງທາງເພື່ອໃຫ້ມີການລົງໂທດປະຫານຊີວິດຫຼືບໍ່ ຖ້າ
ຫາກວ່າ ທ້າວ Roof ພົບເຫັນວ່າມີຄວາມຜິດ.
ນອກນັ້ນ ຢູ່ໃນການຮັບຟັງຄຳໃຫ້ການໃນວັນສຸກວານນີ້ ບັນດາຄອບຄົວຜູ້ເຄາະຮ້າຍ
ຈຳນວນນຶ່ງ ກໍໄດ້ໃຫ້ການຕໍ່ສານ.
ທ້າວ Roof ນັ່ງມິດງຽບຢູ່ໃນຫ້ອງສານ ກ່າວແຕ່ພຽງວ່າ “ແມ່ນ” ຫລາຍເທື່ອ ໃນການ
ຕອບຄຳຖາມຂອງຜູ້ພິພາກສາ.
ທ້າວ Roof ອາຍຸ 21 ປີ ທີ່ເປັນຄົນຂາວ ໄດ້ຖືກຟ້ອງ ໃນຂໍ້ຫາກະທຳຄວາມຜິດກ່ຽວກັບ
ຄວາມກຽດຊັງທາງດ້ານເຊື້ອຊາດຜິວພັນ ຂອງລັດຖະບານກາງ ໃນອາທິດແລ້ວນີ້ ປະ
ມານເດືອນນຶ່ງ ຫຼັງຈາກການຍິງສັງຫານ ຢູ່ທີ່ໂບດ Emanuael ຂອງສາສະໜາ Metho-
dist Espicopal ຂອງຊາວອາຟຣິກາໃນເມືອງ Charleston.