ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່າເຮືອ ສຫລ ເປີດຄືນໃໝ່ ຫຼັງຈາກ ໄດ້ຮັບ ລາຍງານ ໄພຂົ່ມຂູ່ ຈາກລະເບີດນິວເຄລຍ


ເຮືອກຳປັ່ນ ບັນທຸກຕູ້ສິນຄ້າ ກຳລັງແລ່ເຂົ້າສູ່ທ່າເຮືອ Charleston ໃນລັດ South Carolina, ວັນທີ 20 ພຶດສະພາ 2014.
ເຮືອກຳປັ່ນ ບັນທຸກຕູ້ສິນຄ້າ ກຳລັງແລ່ເຂົ້າສູ່ທ່າເຮືອ Charleston ໃນລັດ South Carolina, ວັນທີ 20 ພຶດສະພາ 2014.

ໜ່ວຍຍາມຝັ່ງສະຫະລັດ ກ່າວວ່າ ທ່າເຮືອແຫ່ງນຶ່ງ ຢູ່ໃນລັດ South Carolina
ທາງພາກໃຕ້ຂອງປະເທດ ໄດ້ເລີ່ມປະຕິບັດງານຄືນໃໝ່ ເປັນປົກກະຕິ ຫຼັງຈາກ
ທີ່ພະນັກງານສືບສວນ ໄດ້ກຳນົດວ່າ “ບໍ່ມີໄພຂົ່ມຂູ່ໃດໆເລີຍ” ຈາກຄວາມເປັນ
ຫ່ວງກ່ອນໜ້ານີ້ ກ່ຽວກັບວ່າ ອາດເປັນໄປໄດ້ວ່າ ມີລະເບີດນິວເຄລຍ ຫຼືເອີ້ນວ່າ
dirty bomb ຢູ່ເທິງເຮືອກ່ຳປັ່ນທີ່ເດີນທາງມາຮອດດ່ານດັ່ງກ່າວ ເມື່ອຕອນເດິກ
ວັນພຸດວານນີ້.

ໄພຂົ່ມຂູ່ ທີ່ກ່ຽວຂ້ອງກັບເຮືອກ່ຳປັ່ນ Maersk Memphis ໄດ້​ເຮັດໃຫ້ບັນດາ
ເຈົ້າໜ້າທີ່ ຍ້າຍພະນັກງານອອກຈາກດ່ານ Wando ໃນເມືອງ Charleston
ໃນຂະນະທີ່ ບັນດາພະນັກງານສືບສວນ ຂອງລັດຖະບານກາງ ແລະ ທ້ອງຖິ່ນ
ກວດເບິ່ງເລື່ອງດັ່ງກ່າວ. ໜ່ວຍຍາມຝັ່ງ ໄດ້ກ່າວເມື່ອຕອນເຊົ້າວັນພະຫັດມື້ນີ້
ວ່າຕູ້ສິນຄ້າ 4 ຕູ້ ໄດ້ຖືກກວດສອບເບິ່ງແລ້ວ ແລະ “ໄດ້ຜ່ານການກວດສອບ
ແລ້ວໂດຍທາງການ”
ແລະ “ແຫລ່ງຂ່າວທີ່ລາຍງານໃນເບື້ອງຕົ້ນ” ກ່ຽວ​ກັບ
ໄພຂົ່ມຂູ່ໄດ້ຖືກຄວບຄຸມໂຕໄວ້ ເພື່ອສອບຖາມ.

ບໍລິສັດ Maersk Line ຊຶ່ງເປັນຜູ້ປະກອບການ ເຮືອກ່ຳປັ່ນດັ່ງກ່າວ ໄດ້ຢືນຢັນ
ວ່າ ເຮືອກ່ຳປັ່ນຂອງຕົນ ໄດ້ຮັບຜ່ານການກວດສອບ ແລະໄດ້ຖືກປ່ອຍໄປແລ້ວ.

US Cargo Threat
please wait
Embed

No media source currently available

0:00 0:00:41 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG