ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກ່າວຫາ ຜູ້ຊາຍເຢເມນ ທີ່ພະຍາຍາມ ໃຫ້ການສະໜັບສະໜູນ ກຸ່ມລັດອິສລາມ


ໜ່ວຍເກັບກູ້ລະເບີດກຳລັງກວດເບິ່ງບ່ອນເສຍຫາຍຈາກການ ວາງລະເບີດຢູ່ຈະຕຸລັດ Times Square ທີ່ນະຄອນ New York.
ໜ່ວຍເກັບກູ້ລະເບີດກຳລັງກວດເບິ່ງບ່ອນເສຍຫາຍຈາກການ ວາງລະເບີດຢູ່ຈະຕຸລັດ Times Square ທີ່ນະຄອນ New York.

ຜູ້​ຊາຍ​ເຢ​ເມນ​ຄົນນຶ່ງ ຢູ່​ໃນ​ນະຄອນ New York ​ໄດ້​ຖືກ​ກ່າວ​ຫາ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ພະຍາຍາມ​ທີ່​ຈະ​ໃຫ້ການ​ສະໜັບສະໜູນ​ແກ່ກຸ່ມ​ລັດ​ອິສລາມ.

ສຳນວນຟ້ອງທີ່ໄດ້​ຖືກ​ເປີດ​ເຜີຍ​ຢູ່​ທີ່​ສານ​ລັດຖະບານ​ກາງ ​ໄດ້​ໃຫ້​ລາຍ​ລະ​ອຽດກ່ຽວ​ກັບ ການ​ກ່າວ​ຫາຕໍ່ທ້າວ Mohamed Rafik Naji ອາຍຸ 37 ປີ ຮວມທັງສ​ະ​ແດງ​ອອກ​ ທີ່ໃຫ້​ເຫັນ​ການ​ສະໜັບສະໜູນ​ ຕໍ່​ການ​ໂຈມ​ຕີ​ຢູ່​ຈະ​ຕຸ​ລັດ Times Square ໃນ​ນະຄອນ New York ທີ່ຄ້າຍຄື​ກັນ​ກັບ​ການ​ອ້າງ​ເອົາ​ຄວາມ​ຮັບຜິດ ຊອບ​ຂອງ​ກຸ່ມ​ລັດ​ອິສລາມ ຢູ່ທີ່ເມືອງ Nice ​ໃນປະ​ເທດ​ຝຣັ່ງ.

​ໄດ້​ມີ​ການ​ອ້າງ​ຄຳ​ເວົ້າ ຂອງທ້າວ Naji ທີ່​ໄດ້​ກ່າວ​ຕໍ່​ພວກ​ສາຍລັບຢູ່​ໃນ​ນຶ່ງ​ຂອງ ການບັນ ທຶກ​ສຽງ​ການ​ສົນທະນາວ່າ “ຂ້ອຍ​ໄດ້​ເວົ້າວ່າ​ຖ້າຫາ​ກມີ​ລົດ​ຂົນ​ສົ່ງ ຂ້ອຍ​ໝາຍ​ຄວາມ​ວ່າ​ລົດ​ແກ່​ຂີ້​ເຫຍື້​ອ ​ແລະ​ໃຫ້​ຜູ້​ນຶ່ງ​ຂັບ​ເຂົ້າ​ໄປ​ຈະ​ຕຸ​ລັດ Times Square ​ແລະແລ່ນເຂົ້າຢຽບ​ຜູ້​ຄົນ. ​ເຂົາ​ເຈົ້າ​ຕ້ອງການຢາກ​ໃຫ້​ມີ​ການ​ປະຕິບັດ​ງານ​ຢູ່ທີ່ຈະຕຸ​ລັດ Times Square ກຸ່ມ​ສຳ​ຫຼວດ​ໄດ້​ວາງ​ແຜນ​ໄວ້​ແລ້ວ ກຸ່ມລັດ​ອິສລາມ​ໄດ້​ວາງ​ແຜນໃສ່ຈະ​ຕຸ​ລັດ Times Square​.”

ບັນດາ​ໄອ​ຍະ​ການ​ກ່າວ​ວ່າ ຄະ​ດີຕໍ່​ທ້າວ Naji ​ແມ່ນຮວມທັງ​ການ​ລົງ​ຂ່າວ​ຢູ່ໜ້າ Facebook ທີ່ສະ​ແດງໃຫ້​ເຫັນ​ເຖິງການ​ສະ​ໜັບສະ​ໜູນ​ຕໍ່ລັດ​ອິສລາມ ຊຶ່ງນຶ່ງ​ໃນນັ້ນກໍ​ແມ່ນ​ວີ​ດີ​ໂອ​ທາງ YouTube ທີ່​ໂຄສົກ​ກຸ່ມ​ຫົວ​ຮຸນ​ແຮງ ຮຽກຮ້ອງ​ໃຫ້​ທຳການ​ໂຈມ​ຕີ​ຕໍ່ເປົ້າ
ໝາຍ ພົນລະ​ເຮືອນ​ແລະເປົ້າ​ໝາຍທາງ​ທະຫານ​ຢູ່​ໃນ​ບັນດາປະ ​ເທດ​ຕາ​ເວັນ​ຕົກ.

ສຳນວນ​ຟ້ອງກ່າວ​ວ່າ ທ້າວ Naji ​ໄດ້​ເດີນທາງ​ໄປ​ເທີ​ກີ ​ແລະ​ເຢ​ເມນ ​ໃນ​ຄວາມ​ພະຍາຍາມ​ໄປ​ເຖິງ​ເຂດ​ຄວບ​ຄຸມ​ຂອງກຸ່ມ​ລັດ​ອິສລາມ​ແລະ​ແຟນຂອງ​ລາວ​ສົ່ງ​ເງິນ​ໄປ​ໃຫ້​ລາວ​ຢູ່ໃນ​ເຢ​ເມນຫລາຍ​ຄັ້ງ. ​ເອກ​ກະສາ​ນກ່າວ​ວ່າ ສາຍ​ລັບ​ໄດ້​ເລີ້ມ​ຕິດ​ຕໍ່​ທາງ Facebook ​ມາ​ແຕ່​ເດືອນ​ສິງຫາ ປີ 2015 ​ແລະ​ທັງ​ສອງ​ຄົນໄດ້​ພົບ​ພໍ້​ກັນ​ດ້ວຍ​ຕົນ​ເອງ​ໃນ​ເດືອນ​ທັນວາປີ​ກາຍ​ນີ້ ​ແລະ​ອີກ​ເທື່ອນຶ່ງ​ ໃນ​ເດືອນ​ກໍລະກົດ​ ປີ 2016.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Terror Arrest
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG