ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຕັ້ງຂໍ້ກ່າວຫາ ພວກຜູ້ຕ້ອງສົງໄສ 3 ຄົນ ຖານໃຫ້ການສະໜັບສະໜຸນ ກຸ່ມລັດອິສລາມ


ທ່ານ Bill Bratton (R)ຫົວໜ້າຕຳຫຼວດນະຄອນນີວຢອກ ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ນະຄອນນີວຢອກ ວັນທີ 25
ກຸມພາ 2015
ທ່ານ Bill Bratton (R)ຫົວໜ້າຕຳຫຼວດນະຄອນນີວຢອກ ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ນະຄອນນີວຢອກ ວັນທີ 25 ກຸມພາ 2015

ໃນ​ວັນ​ພຸດ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ຈັບ​ກຸມ​ຊາວ
​ຕ່າງ​ດ້າວ3 ຄົນ​ທີ່​ອາ​ໄສ​ຢູ່​ໃນ​ນະຄອນ​ນີວຢອກ ​ໃນ​ຂໍ້​ຫາ​ຖານ
​ວາງ​ແຜນ​ໃຫ້ການ​ສະໜັບສະໜຸນ​ຕໍ່​ກຸ່ມ​ລັດ​ອິສລາມ​ໃນ​ຊີ​ເຣຍ
​ແລະສັງຫານປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ພວກ​ເຈົ້າ​ໜ້າ​
ທີ່​ຕຳຫຼວດ ​ແລະ​ສາຍ​ລັບ​ອົງການ​ຕຳຫຼວດ​ສັນຕິ​ບານກາງ FBI
ຂອງ​ສະຫະລັດ.

ກະຊວງ​ຍຸຕິ​ທຳ​ສະຫະລັດ ກ່າວ​ວ່າ ນາຍ Akhror Saidakh
metov ​ໄວ 19 ປີ ພົນ​ລະ​ເມືອງ Kazakhstan ​ໄດ້​ຖືກ​ຈັບ​ກຸມ​
ທີ່​ສະໜາມ​ບິນນາໆ​ຊາດ John F. Kennedy ທີ່​ນະຄອນ​ນີວ
ຢອກ ບ່ອນ​ທີ່​ຜູ້ກ່ຽວ​ກຳລັງ​ພະຍາຍາມ​ຈະ​ຂຶ້ນ​ເຮືອບິນ​ ໄປ​ຍັງ​
ນະຄອນ Istanbul. ນາຍ Abdurasul Hasanovich Juraboev ໄວ 24 ປີ ຈາກ Uzbekistan ​ໄດ້​ມີ​ປີ້​ເຮືອບິນ​ທີ່​ຈະ​ເດີນທາງ​ໄປ​ຍັງ​ນະຄອນ Istanbul ​ໃນ​ເດືອນໜ້າ
ນີ້ ​ແລະ​ໄດ້​ຖືກ​ຈັບ​ກຸມ​ທີ່​ນະຄອນ Brooklyn. ນາຍ Abror Habibov ​ໄວ 30 ປີມາ​ຈາກ Uzbekistan ​ເຊັ່ນ​ກັນ ຖືກ​ກ່າວ​ຫາ​ວ່າ ຊ່ອຍ​ເງິນ ​ໃນ​ຄວາມ​ພະຍາຍາມ​ຂອງ​ນາຍ Sai
dakhmetov ນັ້ນ.

Three Brooklyn Men Charged With Conspiracy to Support IS Group
please wait

No media source currently available

0:00 0:02:42 0:00

ຜູ້ກ່ຽວ​ຖືກ​ຈັບ​ກຸມ​ທີ່​ລັດ Florida ບ່ອນ​ທີ່​ຜູ້ກ່ຽວ​ໄດ້​ໄປ​ປາກົດ​ໂຕ​ຢູ່​ໃນ​ສານລັດຖະບານ​
ກາງ​ແຫ່ງ​ນຶ່ງ ​ແລະ​ທາງ​ສານ ​ໄດ້​ແຕ່ງ​ຕັ້ງທະນາຍຄວາມໃຫ້​ຈຳ​ເລີຍຄົນ​ນີ້ແລ້ວ.

ທ່ານ Adam Perlmutter ທີ່​ເປັນທະນາຍຄວາມໃຫ້​ນາຍ Saidakhmetov ​ໄດ້​ຕັ້ງຄຳ
ຖາມ​ຍຸດທະວິທີ​ຂອງ​ລັດຖະບານ ​ແລະ​ກ່າວ​ວ່າ ສະຫະລັດ​ຈະ​ຕ້ອງ​ຊອກ​ຫາ​ວິທີ​ທາງ​ອື່ນ
​ເພື່ອ​ເຂົ້າ​ຫາ​ຊາວ​ມຸສລິ​ມທີ່​ອາດ​ຈະ​ຖືກ​ຊັກຊວນ​ໃຫ້​ເຂົ້າຮ່ວມກັບ​ພວກ​ຫົວ​ຮຸນ​ແຮງ​ນັ້ນ.

ພວກ​ຊາຍ​ທັງ 3 ຄົນ​ຖືກ​ກ່າວ​ຫາ​ ຖານທຳ​ຄວາມ​ພະຍາຍາມ​ແລະສົມຮູ້​ຮ່ວມ​ຄິດ​ໃຫ້ການ​ສະໜັບສະໜຸນ​ດ້ານ​ວັດຖຸ​ແກ່​ອົງການ​ກໍ່​ການ​ຮ້າຍ. ຖ້າ​ຫາກຖືກພົບເຫັນວ່າ​ ພວກ​ກ່ຽວ​ມີ​
ຄວາມ​ຜິດ​ແທ້ ​ແຕ່ລະຄົນ​ຈະ​ປະ​ເຊີນ​ກັບ​ການ​ລົງ​ໂທດ​ຈຳ​ຄຸກ​ເຖິງ 15 ປີ.

ກະຊວງ​ຍຸຕິ​ທຳ ກ່າວ​ວ່າ ນາຍ Juraboev ມີ​ໝາຍ​ກຳນົດ​ທີ່​ຈະ​ພົວພັນ​ກັບ​ການ​ກໍ່​ການ
​ຮ້າຍ​ໃນ​ສະຫະລັດ ຖ້າ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ກຸ່ມ​ລັດ​ອິສລາມແລະ​ນາຍ Saidakhmetov
ມີ​ຄວາມ​ຕັ້ງ​ໃຈ​ແບບ​ດຽວ​ກັນ ຖ້າ​ຜູ້ກ່ຽວ​ທີ່ສາມາດ​ເດີນທາງ​ໄປ​ຍັງ​ຕ່າງປະ​ເທດ​ໄດ້ ​ເພື່ອ​
ໄປ​ເຂົ້າ​ຮ່ວມ​ກັບ​ພວກ​ນັກ​ຕໍ່ສູ້​ກຸ່ມ​ລັດ​ອິສລາມ​ນັ້ນ.

ທ່ານ William Bratton ຫົວໜ້າ​ຕຳຫຼວດ​ປະຈຳ​ນະຄອນ​ນີວຢອກກ່າວ​ຕໍ່​ກອງ​ປະຊຸມ​ນັກ​
ຂ່າວ​ວ່າ “ອັນ​ນີ້​ແມ່ນ​ເລື້ອງ​ຈິງ”. "ອັນ​ນີ້​ແມ່ນ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບພວກກໍ່ການ
ທີ່ດຳເນີນການຕຳລຳພັງ ທີ່​ໄດ້​ຖືກດົນ​ໃຈເພື່ອ​ໃຫ້​ທຳ​ການ​ເຄື່ອນ​ໄຫວ ​ໂດຍ​ປາດ​
ສະ​ຈາກ​ໂອກາດ​ທີ່ຈະ​ໄດ້​ໄປ​ຍັງ​ພາກ​ຕາ​ເວັນອອກາງ​ຈັກ​ເທື່ອ​ ຫຼື​ຄວາມ​ເປັນ​ຫ່ວງ
​ເມື່ອ​ໃດ​ພວກ​ຕົນ​ໄປຍັງ​ພາກ​ຕາ​ເວັນ​ອອກາງ ​ເພື່ອ​ໄປ​ຮຽນ​ວິທີ​ການ​ສູ້​ລົບ ສະມັດ
ຖະພາບ ​ແລະ​ຫລັງຈາກ​ນັ້ນ ກໍພະຍາຍາມ​ກັບ​ຄືນ​ມາ​ຍັງ​ສະຫະລັດ.”

usislamicstatearrests26february15
please wait

No media source currently available

0:00 0:01:58 0:00

XS
SM
MD
LG