ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ​ກ່າວ​ຫາ​ ຫົວ​ໜ້າ​ກຸ່ມ​ຄົ້ນ​ຄວ້າ ວ່າ​ສະ​ແຫວງ​ຫາການສະ​ໜັບ​ສະ​ໜຸນ ໃຫ້​ຈີນ


(ພາບ​ໃນ​ແຟ​ມ) ປ້າຍທີ່​ເຫັນ​ຢູ່​ຂ້ອງນອກ​ຕຶກ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສະ​ຫະ​ລັດ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 23 ມັງ​ກອນ, 2023.
(ພາບ​ໃນ​ແຟ​ມ) ປ້າຍທີ່​ເຫັນ​ຢູ່​ຂ້ອງນອກ​ຕຶກ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ​ສະ​ຫະ​ລັດ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 23 ມັງ​ກອນ, 2023.

ພົນລະເມືອງຂອງສະຫະລັດ ແລະອິສຣາແອລທີ່ເປັນຄົນສອງສັນຊາດຜູ້ນຶ່ງ ທີ່ກ່າວຫາຄອບຄົວຂອງປະທານາທິບໍດີໂຈ ໄບເດັນ ວ່າໄດ້ຮັບເງິນຫລາຍລ້ານໂດລາຈາກກຸ່ມບໍລິສັດພະລັງງານຂອງຈີນເພື່ອແລກປ່ຽນກັບການເຂົ້າເຖິງແລະສົ່ງເສີມຜົນປະໂຫຍດຂອງຕົນໄດ້ຖືກກ່າວຫາ ວ່າ ເປັນນັກສືບທີ່ຜິດກົດໝາຍຂອງບໍລິສັດດຽວກັນນັ້ນ.

ທ່ານກາ ລັທ໌ (Gal Luft) ທີ່ຄວບຄຸມສະຖາບັນການວິເຄາະຄວາມປອດ ໄພຂອງໂລກ ຊຶ່ງເປັນກຸ່ມຄົ້ນຄວ້າຄວາມປອດໄພດ້ານພະລັງງານໃນລັດແມຣີແລນ. ທ່ານຖືກຟ້ອງຮ້ອງໃນວັນຈັນຜ່ານມານີ້ ວ່າທຳການເຄື່ອນໄຫວເປັນນັກສືບຕ່າງປະເທດໂດຍບໍ່ໄດ້ຈົດທະບຽນຂອງຈີນ, ​ເປັນນາຍໜ້າຊື້ຊາຍດ້ານອາວຸດໃຫ້ແກ່ບໍລິສັດຈີນ, ​ລະເມີດມາດຕະການລົງໂທດຂອງສະຫະລັດຕໍ່ອີຣ່ານແລະກ່າວຄຳທີ່ບໍ່ຈິງຕໍ່​ເຈົ້າ​ໜ້າ​ທີ່ລັດຖະບານກາງ.

ຄຳ​ຟ້ອງຮ້ອງທີ່ມີຂໍ້ກ່າວຫາຢູ່ 8 ກະທົງ ແມ່ນມີຂຶ້ນເກືອບ 5 ເດືອນຫຼັງຈາກ ທ່ານລັທ໌ (Luft) ຜູ້ທີ່ເກີດຢູ່ອິດສຣາແອລແລ້ວປ່ຽນສັນຊາດມາເປັນພົນລະເມືອງອາເມຣິກັນໄດ້ຖືກຈັບຢູ່ປະເທດໄຊຣັ ຍ້ອນກ່ຽວຂ້ອງກັບຂໍ້ກ່າວຫາດັ່ງກ່າວ. ຕໍ່ມາລາວ ໄດ້ຫລົບໜີໄປຫລັງຈາກຖືກປະກັນຕົວໃຫ້ອອກຈາກຄຸກໃນຂະນະທີ່ລໍຖ້າການສົ່ງຕົວມາຍັງສະຫະລັດ ແລະຍັງບໍ່ທັນຖືກຈັບໄດ້ເທື່ອ.

(ພາບ​ໃນ​ແຟມ) ອະດີດຜູ້ອໍານວຍການຊີ​ໄອ​ເອ (CIA) ທ່ານ​ເຈມ​ສ໌ ວູ​ລ​ສ​ລີ (James Woolsey)
(ພາບ​ໃນ​ແຟມ) ອະດີດຜູ້ອໍານວຍການຊີ​ໄອ​ເອ (CIA) ທ່ານ​ເຈມ​ສ໌ ວູ​ລ​ສ​ລີ (James Woolsey)

ກຸ່ມຄົ້ນຄ້ວາຂອງທ່ານລັທ໌ ຕັ້ງຢູ່ນອກນະຄອນຫລວງວໍຊິງຕັນ ທີ່ຮ່ວມກໍ່ຕັ້ງຂຶ້ນໂດຍອະດີດຜູ້ອໍານວຍການຊີໄອເອ (CIA) ທ່ານເຈມສ໌ ວູລີ (James Woolsey) ແລະມື້ລາງທ່ານໂຣເບີດ ແມັກຟາເລນ (Robert McFarlane) ຜູ້ທີ່ເປັນທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຂອງອະດີດປະທານາທິບໍດີໂຣໂນລ໌ ຣີແກນ (Ronald Reagan).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG