ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຟ້ອງທ້າວ Snowden ໃນຂໍ້ຫາ ຈາລະກໍາ (ວີດີໂອ)


ທ້າວ Edward Snowden
ທ້າວ Edward Snowden
ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ ​ໄອ​ຍະ​ການ​ລັດຖະບານ
​ກາງ ​ໄດ້​ຍືນ​ຟ້ອງໃນ​ຂໍ້​ຫາຈາລະ​ກຳ ຕໍ່ທ້າວ Edward
Snowden ​ທີ່​ໄດ້ເປີດ​ເຜີຍເອກ​ກະສາ​ນ ກ່ຽວ​ກັບ​ໂຄງການ
ເຝົ້າຕິດຕາມ ລັບ​ສຸດ​ຍອດ ຂອງສະຫະລັດ.

ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ນອກ​ນັ້ນ ສະຫະລັດ​ຍັງໄດ້ຮ້ອງ​ຂໍ​
ໃຫ້ຮົງ​ກົງກັກ​ຂັງທ້າວ Snowden ​ພາຍ​ໃຕ້​ໝາຍ​ຈັບ​ຊົ່ວ
ຄາວ. ທ້າວ Snowden ​ໄດ້​ຫລົບໜີໄປ​ຢູ່ຮົງ​ກົງ​ເມື່ອ​ມໍ່​ໆ​
ມາ​ນີ້ ຫລັງ​ຈາກ​ໄດ້​ອອກ​ຈາກ​ໜ້າ​ທີ່​ຂອງ​ລາວໃນ​ນາມ​ພະ
ນັກງານສັນ ຍາ​ຮັບ​ຈ້າງ ​ຂອງອົງການ​ຮັກສາ​ຄວາມປອດ
​ໄພ​ແຫ່ງ​ຊາດ ສະຫະລັດ ຫຼື NSA ​ໂດຍ​ນຳ​ເອົາ​ເອກ​ກະ
ສາ​ນລັບ​ທີ່​ລາວ​ເກັບສະ​ສົມໄວ້​ນັ້ນ ​ໄປ​ນໍາ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ກ່າວຕໍ່​ສື່​ມວນ​ຊົນ​ວ່າ ​ພວກໄອ​ຍະ​ການໄດ້​ຍື່ນສຳນວນ​ຟ້ອງຕໍ່ ທ້າວ Snowden ຢູ່​ທີ່​ລັດເວີ​ຈີ​ເນຍ. ​ໂດຍ​ກ່າວແບບບໍ່​ເປີ​ດ​ເຜີ​ຍຊື່ ​ພວກ​ເຈົ້າໜ້າ ທີ່​ເວົ້າວ່າ ສຳນວນຟ້ອງທີ່​ວ່າ​ນີ້ ​ແມ່ນຮວມ​ທັງ​ຂໍ້​ຫາ​ຈາລະ​ກຳ ລັກຂະ​ໂມ​ຍ​ແລະ ​ການ​ປ່ຽນ​ແປງ​ຊັບ​ສົມບັດ​ຂອງ​ລັດຖະບານ.

​ເອກ​ກະສາ​ນຕ່າງໆ ທີ່ທ້າວ Snowden ​ໄດ້ຮົ່ວ​ໄຫລ​ໃຫ້​ສື່​ມວນ​ຊົນນັ້ນກໍ​ຄື​ເປີດ ​ເຜີຍວ່າ ອົງການ​ສືບ​ລັບ​ຕ່າງໆ​ຂອງສະຫະລັດ ​ໄດ້​ເກັບ​ກຳ​ຂໍ້​ມູ​ນ​ຢ່າງ​ຫຼວງຫຼາຍ ກ່ຽວ​ກັບ​ການ​ໃຊ້​ໂທລະສັບ​ແລະ​ອິນ​ເຕີີ​ແນັດ​ຂອງ​ປະຊາຊົນ​ຢູ່​ໃນ​ທົ່ວ​ໂລກ. ​

ທ້າວ Snowden ກ່າວ​ວ່າ ມັນ​ເປັນ​ເລື່ອງ​ສໍາຄັນ​ ທີ່​ຕ້ອງ​ໄດ້​ເປີດ​ເຜີຍ ​ໃນອັນ​ທີ່​ລາວເອີ້ນ​ວ່າ ການ​ເຝົ້າຕິດຕາມ​ສີ້​ງຊອມ​ຂະໜາດ​ໃຫຍ່​ຂອງ​ລັດຖະບານ​ຕໍ່ປະຊາ ຊົນ​.

ລັດຖະບານສະຫະລັດ ກ່າວ​ວ່າ ຂໍ້​ມູນ​ທີ່​ເກັບ​ກໍາໂດຍອົງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດສະຫະລັດ ຫຼື NSA ​ໄດ້​ຄົ້ນພົບ​ແຜນການ​ກໍ່​ການ​ຮ້າຍ​ຈຳນວນ​ນຶ່ງ.

Snowden
please wait
Embed

No media source currently available

0:00 0:00:32 0:00
XS
SM
MD
LG